ສໍາເລັດການແຂ່ງຂັນຍິງປືນ ໄອພີເອັສຊີ ຊີງແຊັມນາໆຊາດ ແລະ ພາຍໃນ ທີ່ລາວ ຄັ້ງທໍາອິດ

41

ການແຂ່ງຂັນຍິງປືນ ໄອພີເອັສຊີ ຊີງແຊັມນາໆຊາດ ແລະ ແຂ່ງຂັນສະເພາະພາຍໃນປະເທດ ຊີງຂັນພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ຄັ້ງທີ l ປະຈຳປີ 2019 ເປັນການແຂ່ງຂັນລະດັບນາໆຊາດ ລະດັບ 3 ( ເລໂວ 3 ) ແລະ ແຂ່ງຂັນພາຍໃນປະເທດຈັດຂຶ້ນລະຫວ່າງວັນທີ 25 – 27 ຕຸລາຜ່ານມາ ທີ່ສະໜາມຝຶກຊ້ອມກີລາຍິງປືນ 5 ເມສາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ລາຍການດັ່ງກ່າວມີນັກກີລາທັງໝົດ 148 ຄົນ ມາຈາກ 10 ປະເທດ ປະກອບມີ: ເຈົ້າພາບ ສປປ ລາວ 41 ຄົນ, ໄທ 36 ຄົນ, ສປ ຈີນ 49 ຄົນ, ຮົງກົງ 9 ຄົນ, ອິນໂດເນເຊຍ 2 ຄົນ, ກຳປູເຈຍ 3 ຄົນ, ການາດາ 1 ຄົນ, ອົສຕຣາລີ 1 ຄົນ, ຣັດເຊຍ 5 ຄົນ ແລະ ອາເມຣິກາ 1 ຄົນ ໃນຈຳນວນ 148 ຄົນ ຕ້ອງແຂ່ງຂັນ 15 ສະໜາມ ໃນ 6 ລາຍການ.

ຜ່ານການແຂ່ງຂັນໃນໄລຍະ 3 ວັນ ຜົນປາກົດວ່າ:

ລາຍການພາຍໃນ ປະເພດປືນສະແຕນດາດ ທີ 1 ແມ່ນ ທ້າວ ຕຸ້ຍ ພານຸວົງ, ທີ 2 ພານາລິນ ພາມີສິດ, ທີ 3 ທ້າວ ຕ່າມ ໄຊມະນີ.

ປະເພດໂອເພັນ ທີ 1 ຫົງພະຈັນ ດາລາວົງ, ທີ 2 ໄກສຸພົນ ສຸລິໂຍ, ທີ 3 ພູທອນ ກໍລະສັກ.

ໂປດັກຊັ່ນ ທີ 1 ທ້າວ   ເພັດນະຄອນ ພາມີສິດ, ທີ 2 ທ້າວ ດາວພະຈັນ ພຸດທະບັນດິດ ແລະ ທີ 3 ທ້າວ ຄຳຊະນະ ຈະເລີນໄຊ.

ສ່ວນການແຂ່ງຂັນລະດັບສາກົນ ປະເພດປືນໂປດັກຊັ່ນ ອ໋ອບຕິກ ປະກອບມີ:

ຮຸ່ນເຍົາວະຊົນ ຫຼື ລາຍການ ຊຸບເປີຈູເນຍທີ 1 ແມ່ນຕົກເປັນຂອງ ທ້າວ ຕົ້ນຄຳ ເມືອງມະນີ ( ລາວ ).

ລາຍການໂອເພັນ ທີ 1 ຣານະກຸນ ພັດທະນາເສບ ( ໄທ ), ທີ 2 ຕິຕິນັດ ( ໄທ ), ທີ 3 ວັດ ສີຈິນຕາອັງກຸນ ( ໄທ ).

ລາຍການຄລາສສິກ ທີ 1 ແມ່ນ ໂອລິເວີ ມາກ ( ຈາກອົສຕຣາລີ ), ທີ 2 ເອກ ວັງມີ ( ໄທ ), ທີ 3 ສານີ ລັງສີຣັດຕະນະວົງ ( ໄທ ).

ລາຍການສະແຕນດາດ ທີ 1 ວີສິດ ສີຍະໄພ ( ໄທ ), ທີ 2 ນາວັດ ເຊກເພືອກສາ ( ໄທ  )ແລະ ທີ 3 ອາທິບ ອານັນຕາວັນ ( ໄທ ).

( ຂ່າວ – ຮູບ: ສົງການ + ຄໍາສອນ )