ເມືອງກະລຶມ ແຂວງເຊກອງເປີດເສຍຄ່າທາງ ແລະ ພາສີທີ່ດິນ ຜ່ານທະນາຄານ

110

ວັນທີ 24 ຕຸລາ 2019 ສ່ວຍສາອາກອນ, ເຈົ້າໜ້າທີ່ຕໍາຫຼວດຈາລະຈອນ, ທະນາ ຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ສາຂາເຊກອງ ແລະຫ້ອງການໆເງິນເມືອງກະລຶມໄດ້ຮ່ວມກັນຈັດພິທີເປີດຂະບວນການຊຸກຍູ້ເສຍຄ່າທໍານຽມທາງກັບທີ່ຜ່ານລະບົບທະນາຄານຂຶ້ນຢູ່ຈຸດບ້ານແກ້ງກຸຍເມືອງກະລຶມ ໂດຍມີທ່ານ ສາຍຄໍາ ແກ້ວບຸນປານ ຮອງເຈົ້າເມືອງກະລຶມ, ທ່ານ ລໍາທອງ ຍົນມະຫາໄຊ ຫົວໜ້າສ່ວຍສາອາກອນແຂວງ, ທ່ານ ພັນໂທ ຊຽງກອງແກ້ວ ບຸດດາເຮືອງ ຮອງຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງ, ທ່ານ ສີບັງອອນ ດາລາວົງ ຫົວໜ້າຫ້ອງການໆເງິນເມືອງ; ພ້ອມນີ້ ກໍມີຜູ້ຕາງໜ້າ ທຄຕລ ສາຂາເຊກອງ ແລະພາກກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ລໍາທອງ ຍົນມະຫາໄຊ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມແຜນການພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດປະຈໍາປີ 2019 ໂດຍສະເພາະແຜນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມເປົ້າໝາຍແຜນການທີ່ວາງໄວ້ ແລະການປະຕິບັດພັນທະງົບປະມານແຫ່ງລັດກໍແມ່ນໜ້າທີ່ຂອງພົນລະເມືອງລາວທຸກໆຄົນຕ້ອງມີສ່ວນຮ່ວມ.

ການເປີດຂະບວນການຊຸກຍູ້ຄັ້ງນີ້ ແມ່ນປະຕິບັດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 1857/ຫສນຍ, ລົງວັນທີ 6 ພະຈິກ 2018; ແຈ້ງການຂອງລັດຖະມົນຕີກະຊວງການເງິນສະບັບເລກທີ 0013/ກງ, ລົງວັນທີ 2 ມັງກອນ 2019; ແຈ້ງການສະບັບເລກທີ 1066/ກງ, ລົງວັນທີ 8 ເມສາ 2019 ແລະແຈ້ງຂອງຜູ້ອໍານວຍການໃຫຍ່ທະນານຄານການຄ້າຕ່າງປະເທດລາວມະຫາຊົນສະບັບເລກທີ 210/ທຄຕລ, ລົງວັນທີ 3 ກັນຍາ 2019 ຈຸດປະສົງແມ່ນ ເພື່ອໂຄສະນາກະຕຸກຊຸກຍູ້ບັນດາພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ຫົວໜ່ວຍທຸລະກິດ ແລະປະຊາຊົນບັນດາເຜົ່າໃຫ້ມີຄວາມຕື່ນຕົວມາຊໍາລະຄ່າທໍານຽມທາງ ແລະພາສີທີ່ດິນປະຈໍາປີ 2019 ຕາມແຜນການເກັບລາຍຮັບຂອງແຂວງທີ່ຂຶ້ນໄວ້ໃຫ້ສໍາເລັດ.


ໂດຍປະຈຸບັນແຂວງເຊກອງສາມາດເກັບລາຍຮັບຈາກຄ່າທໍານຽມທາງ ແລະພາສີທີ່ດິນໄດ້ແລ້ວ 1,17 ຕື້ກວ່າກີບ, ໃນນີ້ຄ່າທໍານຽມທາງເກັບໄດ້ 393 ລ້ານກີບເທົ່າກັບ 69,77% ຂອງແຜນການ ແລະພາສີທີ່ດິນ 782 ລ້ານກີບເທົ່າກັບ 60,22% ຂອງແຜນການປີ.
ການເປີດຂະບວນການຊຸກຍູ້ເສຍຄ່າທໍານຽມທາງ ແລະພາສີທີ່ດິນຜ່ານລະບົບທະນາຄານປະຈໍາປີ 2019 ຢູ່ເມືອງກະລຶມຄັ້ງນີ້ ອີກດ້ານໜຶ່ງກໍແມ່ນເປັນການຜັນຂະຫຍາຍແຜນພັດທະນາການຫັນເປັນທັນສະໄໝຂອງຂະແໜງ ການເງິນ ໂດຍສະເພາະແມ່ນແຜນພັດທະນາຂະແໜງສ່ວຍສາອາກອນແຕ່ນີ້ຮອດປີ 2020 ຊຶ່ງແຜນການທໍາອິດແມ່ນການຫັນການຊໍາລະອາກອນທຸກປະເພດຜ່ານລະບົບທະນາຄານ ແລະໜຶ່ງໃນນັ້ນແມ່ນການຊໍາລະທໍານຽມທາງ ແລະພາສີທີ່ດິນ, ປະຈຸບັນການຊໍາລະຄ່າທໍານຽມທາງສາມາດຊໍາລະໄດ້ຫຼາຍຊ່ອງທາງຄື: ຜ່ານເຄົ້າເຕີ້ ທຄຕລ, ຜ່ານ BCEL one, ຜ່ານຕູ້ເອທີເອັມ ATM ແລະອື່ນໆ.


ຕອນທ້າຍ ທ່ານ ລໍາທອງ ຍົນມະຫາໄຊ ຫົວໜ້າສ່ວຍສາອາກອນແຂວງຍັງໄດ້ເຊີນຊວນ ແລະຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ, ຫົວໜ່ວຍທຸລະກິດ ແລະປະຊາຊົນບັນດາເຜົ່າພາຍໃນແຂວງເຊກອງ ໂດຍສະເພາະເມືອງກະລຶມໃຫ້ພ້ອມກັນມາປະກອບສ່ວນມອບພັນທະເຂົ້າງົບປະມານແຫ່ງລັດ ດ້ວຍການແຈ້ງເສຍຄ່າທໍານຽມທາງ ແລະພາສີທີ່ດິນປະຈໍາປີ 2019 ຮັບປະກັນໃຫ້ໄດ້ໝາກຜົນ ແລະປະສິດທິພາບສູງຕາມຈຸດປະສົງຄາດໝາຍແຜນການທີ່ວາງໄວ້.

ຂ່າວ : ສັນຍາ