ນັກຮຽນ ມັດທະຍົມຕອນປາຍ ຈັນທະບູລີ ໄດ້ຮັບຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ

0
203

ທ້າຍອາທິດຜ່ານມາ ພັນໂທ ປານີ ສຸດສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ທີ່ມີຜົນກະທົບຕໍ່ຜູ້ເສບ, ຜູ້ຂາຍ, ຄອບຄົວ ແລະ ສັງຄົມ ໃຫ້ນັກຮຽນມັດທະຍົມຕອນປາຍ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ  ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ແນໃສ່ເຮັດໃຫ້ນ້ອງນັກຮຽນຫ່າງໄກຈາກສິ່ງເສບຕິດທຸກປະເພດ.

ໂອກາດດັ່ງກ່າວ, ທ່ານ ພັນຕີ ສີຕານ ສີວິໄລ ຫົວໜ້າໜ່ວຍງານໂຄສະນາ ໄດ້ສາຍວິດີໂອ ພ້ອມທັງບັນລະຍາຍກ່ຽວກັບຜົນຮ້າຍຂອງຢາເສບຕິດໃຫ້ນ້ອງນັກຮຽນຮັບຮູ້ ວ່າ: ຢາເສບຕິດມີຜົນກະທົບຫຼາຍດ້ານຕໍ່ຜູ້ເສບ ເມື່ອເສບເຂົ້າໄປຈໍານວນຫຼາຍຈະເຮັດໃຫ້ຮ່າງກາຍຈ່ອຍຜອມ, ຄວບຄຸມອາລົມບໍ່ໄດ້, ມັກໃຊ້ຄວາມຮຸນແຮງ, ສະໝອງຖືກທໍາລາຍກາຍເປັນບ້າ, ເສຍຈິດ; ສໍາລັບຜູ້ຂາຍຢາເສບຕິດແມ່ນຖືກຈັບດໍາເນີນຄະດີຕາມກົດໝາຍ.

ຜົນກະທົບຕໍ່ຄອບຄົວ: ແມ່ນເຮັດໃຫ້ພໍ່ – ແມ່ເສຍໃຈ. ຄອບຄົວວຸ່ນວາຍ, ຮ້າຍແຮງໄປກວ່ານັ້ນແມ່ນເກີດບັນຫາຂ້າພໍ່, ຕີແມ່ ຫຼື ອ້າຍເອື້ອຍນ້ອງຄົນໃນຄອບຄົວ; ຜົນກະທົບຕໍ່ສັງຄົມ ແມ່ນກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ຕາມມາເປັນຕົ້ນ: ອາລະວາດຕີກັນ, ລັກຊັບ, ປຸ້ນຈີ້ – ຊີງຊັບຂອງພົນລະເມືອງ ຫຼື ຂ້າເຈົ້າເອົາຂອງ, ເວົ້າລວມແລ້ວຢາເສບຕິດແມ່ນໄພຂົ່ມຂູ່ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

LEAVE A REPLY

Please enter your comment!
Please enter your name here