ອັດຕະປື ໃຫ້ເອກະຊົນສໍາປະທານທີ່ດິນລ້ຽງສັດ

49

ແຂວງອັດຕະປື ໄດ້ຈັດພິທີເຊັນສັນຍາສຳປະທານເນື້ອທີ່ດິນ 50 ເຮັກຕາ ຢູ່ເຂດບ້ານສົມບູນ ເມືອງພູວົງ ແຂວງອັດຕະປື ກັບ ບໍລິສັດ ແກ້ວມະນີ ພັດທະນາກະສິກຳ ການຄ້າຂາເຂົ້າ – ຂາອອກ ຈໍາກັດຜູ້ດຽວ ເພື່ອການລົງທຶນລ້ຽງສັດປະເພດ ຄວາຍ, ງົວ, ແບ້, ໄກ່ດໍາ ແລະ ລ້ຽງປາສະຫວາຍ ເປັນສິນຄ້າຂາຍພາຍໃນ ແລະ ສົ່ງອອກຕ່າງປະເທດ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2019 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກແຜນການ – ການລົງທຶນແຂວງ ຮ່ວມລົງນາມເຊັນສັນຍາດັ່ງກ່າວ ລະຫວ່າງທ່ານ ສຸລິຈັນ ພອນແກ້ວ ຫົວໜ້າພະແນກການ – ການລົງທຶນແຂວງ ກັບທ່ານ ວັນຈ້ອງຕຸ້ຍ ຜູ້ອໍານວຍການ ບໍລິສັດ ແກ້ວມະນີ ພັດທະນາກະສິກຳ ການຄ້າຂາເຂົ້າ – ຂາອອກ ຈໍາກັດຜູ້ດຽວ, ເປັນກຽດເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້ມີ ທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງອັດຕະປື ມີບັນດາຄະນະນໍາຂອງແຂວງ, ເມືອງພູວົງ, ບໍລິສັດສໍາປະທານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຊັນສັນຍາ ແມ່ນມີເປົ້າໝາຍໃນການສໍາປະທານເນື້ອທີ່ດິນ 50 ເຮັກຕາ ຢູ່ເຂດບ້ານສົມບູນ ເມືອງພູວົງ ແຂວງອັດຕະປື ເພື່ອການລ້ຽງສັດ ມີໄລຍະສໍາປະທານ 25 ປີ, ມີມູນຄ່າການລົງທຶນທັງໝົດ 16 ຕື້ກວ່າກີບ ເພື່ອເປັນການສົ່ງເສີມ, ການລົງທຶນພາຍໃນ ທັງເປັນການປະກອບສ່ວນໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວ, ມີວຽກເຮັດງານທຳທີ່ໝັ້ນຄົງໃຫ້ແກ່ປະຊາຊົນໃນທ້ອງຖິ່ນມີການພັດທະນາດີຂຶ້ນ.

( ໂດຍ: ສາຍນ້ຳ )