ອາເມຣິກາ ຂາດດຸນງົບປະມານສູງສຸດໃນຮອບ 7 ປີ

172

ກະຊວງການເງິນອາເມຣິກາ ລາຍງານວ່າ: ລັດຖະບານຂາດດຸນງົບປະມານ 984 ຕື້ໂດລາ ໃນສົກປີງົບປະມານ 2019 ເພີ່ມຂຶ້ນ 26% ຈາກປີ 2018 ແລະ ເປັນລະດັບສູງສຸດໃນຮອບ 7 ປີ.

ຕົວເລກຂາດດຸນງົບປະມານດັ່ງກ່າວເທົ່າກັບ 4,6% ຂອງຕົວເລກ ຈີດີພີ ອາເມຣິກາ ແລະ ເພີ່ມຂຶ້ນ 0,8% ເມື່ອປຽບທຽບກັບປີກ່ອນ.

ຢ່າງໃດກໍຕາມ, ຕົວເລກຂາດດຸນໃນຄັ້ງນີ້ຍັງຕໍ່າກວ່າລະດັບ 1 ພັນຕື້ໂດລາ ທີ່ມີການຄາດຄະເນໄວ້ຫຼັງຈາກສໍານັກງານປະທານາທິບໍດີ ອອກນະໂຍບາຍປັບຫຼຸດພາສີເປັນຈໍານວນເງິນ 1,5 ພັນຕື້ໂດລາ ເມື່ອ 2 ປີກ່ອນ.

ກະຊວງການເງິນອາເມຣິກາ ລາຍງານຕື່ມວ່າ: ລາຍຮັບຈາກການເກັບພາສີນິຕິບຸກຄົນຢູ່ທີ່ລະດັບ 230 ຕື້ໂດລາ ເພີ່ມຂຶ້ນ 12% ສ່ວນລາຍຮັບຈາກການເກັບພາສີບຸກຄົນທໍາມະດາເພີ່ມຂຶ້ນ 2% ສູ່ລະດັບ 1,7 ພັນຕື້ໂດລາ.

ນອກຈາກນີ້, ລາຍຮັບຈາກການເກັບພາສີອາກອນຢູ່ທີ່ 71 ຕື້ໂດລາ ເພີ່ມຂຶ້ນ 70% ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ.