ຫວຽດນາມ ຕິດອັນດັບ 9 ຂອງໂລກ ປະຊາຊົນສົ່ງເງິນກັບປະເທດຫຼາຍທີ່ສຸດ

59

ຫວຽດນາມ ຕິດອັນດັບ 9 ຂອງໂລກທີ່ປະຊາຊົນສົ່ງເງິນກັບປະເທດຫຼາຍທີ່ສຸດ ໃນປີ 2019 ໂດຍມູນຄ່າການສົ່ງເງິນກັບປະເທດຂອງຫວຽດນາມ ຢູ່ທີ່ 16.000 ລ້ານໂດລາ ຄິດເປັນອັດຕາສ່ວນປະມານ 6,4% ຂອງ ຈີດີພີ.

ໜ່ວຍງານດ້ານການພັດທະນາ ແລະ ການອົບພະຍົບຂອງທະນາຄານໂລກ ລາຍງານວ່າ: ປະເທດຫວຽດນາມ ຕິດ 1ໃນ 10 ປະເທດ ທີ່ມີການສົ່ງເງິນກັບປະເທດຫຼາຍທີ່ສຸດໃນໂລກ ປະຈໍາປີ 2019 ໂດຍຄາດຄະເນວ່າໝົດປີນີ້ຍອດສົ່ງເງິນກັບປະເທດຂອງປະຊາຊົນຫວຽດນາມ ຢູ່ຕ່າງປະເທດຈະຢູ່ທີ່ 16.700 ລ້ານໂດລາ ຖືເປັນປະເທດໃນອາຊຽນ ທີ່ສົ່ງເງິນກັບປະເທດຫຼາຍສຸດອັນດັບ 9 ຂອງໂລກ.

ດ້ານສໍານັກງານສະຖິຕິແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ: ການຂະຫຍາຍຕົວທາງເສດຖະກິດຂອງ ຫວຽດນາມ ຍັງແຂງແກ່ນຢູ່ທີ່ 7,31% ໃນໄຕມາດ 3 ຂອງປີນີ້ ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ.

ສ່ວນຫົວໜ່ວຍທຸລະກິດກໍຂະຫຍາຍຕົວບໍ່ໜ້ອຍໜ້າ ທັງອຸດສາຫະກໍາການຜະລິດ ແລະ ແປຮູບ ເຊິ່ງຂະຫຍາຍຕົວ 10,05% ໃນໄລຍະເດືອນກໍລະກົດ – ເດືອນກັນຍາທີ່ຜ່ານມາ ເມືື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ.