ສະໜາມບິນຮົງກົງວິກິດ ຜູ້ໂດຍສານຫຼຸດລົງກວ່າ 12%

0
188

ຕົວເລກສະຖິຕິຂອງອົງການຄຸ້ມຄອງສະໜາມບິນສາກົນຮົງກົງ ລາຍງານວ່າ: ຈຳນວນຜູ້ໂດຍສານຂອງສະໜາມບິນສາກົນຮົງກົງ ໃນເດືອນກັນຍາປີນີ້ມີ 4,9 ລ້ານຄົນ ເປັນຕົວເລກທີ່ຫຼຸດລົງ 12,8% ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ, ຂະນະທີ່ຈຳນວນຂຶ້ນ – ລົງຂອງຍົນຢູ່ທີ່ 33.390 ຖ້ຽວ ຫຼຸດລົງ 1% ເມື່ອປຽບທຽບໃສ່ເດືອນກັນຍາປີກ່ອນ ແລະ ປະລິມານການຂົນສົ່ງສິນຄ້າຢູ່ທີ່ 406.000 ໂຕນ ຫຼຸດລົງ 5,9% ເມື່ອປຽບທຽບໃສ່ເດືອນກັນຍາປີກ່ອນ.

ເຈົ້າໜ້າທີ່ອົງການຄຸ້ມຄອງສະໜາມບິນສາກົນຮົງກົງ ກ່າວວ່າ: ຈຳນວນຜູ້ໂດຍສານໃນເດືອນກັນຍາ ໄດ້ຫຼຸດລົງຕົ້ນຕໍແມ່ນຍ້ອນນັກທ່ອງທ່ຽວເຂົ້າໄປທ່ຽວ ຮົງກົງ ໜ້ອຍລົງ ໂດຍສາເຫດຫຼັກມາຈາກການປະທ້ວງຕໍ່ເນື່ອງ.

ສ່ວນການຂົນສົ່ງສິນຄ້າຫຼຸດລົງແມ່ນເປັນຍ້ອນວ່າສະພາບແວດລ້ອມການຄ້າທົ່ວໂລກບໍ່ແນ່ນອນ ເຮັດໃຫ້ປະລິມານການຂົນສົ່ງສິນຄ້າຂອງສະໜາມບິນສາກົນຮົງກົງ ຫຼຸດລົງ.

ຢ່່າງໃດກໍຕາມ, ໃນບັນດາປະເທດ ແລະ ເຂດແຄວ້ນທີ່ມີສາຍພົວພັນດ້ານການຄ້າຕົ້ນຕໍກັບ ຮົງກົງ ນັ້ນປະລິມານສິນຄ້າຈາກ ຍີ່ປຸ່ນ ແລະ ອິນເດຍ ໄດ້ເພີ່ມຂຶ້ນເລັກໜ້ອຍ.

LEAVE A REPLY

Please enter your comment!
Please enter your name here