ນາຍົກອັງກິດປະກາດເຮັດສົງຄາມກັບຂະບວນການຄ້າມະນຸດ

78

ທ່ານ ບໍຣິດ ຈອນ​ສັນ ນາຍົກລັດຖະມົນຕີຂອງ​ອັງກິດ ຖະແຫຼງ​ຕໍ່​ສະພາ​ແຫ່ງ​ຊາດ​ອັງກິດ ເມື່ອ​ອາທິດທີ່ຜ່ານມາວ່າ:ທຸກໆ​ຄົນ​ທີ່​ກ່ຽວຂ້ອງ​ກັບຂະບວນ​ການ​ຄ້າ​ມະນຸດ ຈະ​ຖືກ​ຕາມ​ລ່າ ແລະ ນຳ​ຕົວ​ໄປ​ດຳເນີນ​ຄະດີ.

ຄວາມເຄື່ອນໄຫວດັ່ງກ່າວເກີດຂຶ້ນຫຼັງ​ຈາກ​ທີ່​ເຈົ້າໜ້າທີ່ຕຳຫຼວດ​ອັງກິດກວດ​ພົບ​ຮ່າງ​ຜູ້​ເສຍ​ຊີວິດ 39 ຄົນຢູ່​ໃນ​ລົດ​ຂົນສົ່ງ​ຄັນ​ໜຶ່ງໃກ້ນະຄອນຫຼວງ ລອນດອນປະເທດ ອັງກິດທີ່​ມີ​ຕົ້ນ​ທາງ​ມາ​ຈາກ​ປະເທດ ບູນ​ກາ​ຣີ.

ເຈົ້າໜ້າທີ່ຕໍາຫຼວດອັງກິດເຊື່ອວ່າ:ສົບທີ່ພົບສ່ວນໃຫຍ່ເປັນຄົນຈີນ ແລະ ຫວຽດນາມໂດຍເປັນຜູ້ຊາຍ31ຄົນ ແລະ ແມ່ຍິງ8ຄົນ.

 

ຂະນະທີ່ທາງການອັງກິດ,ແບນຊິກ ແລະ ອຽກລັງເລັ່ງຕິດຕາມຫາຂະບວນການຄ້າມະນຸດທີ່ເປັນຕົວການໃນການລັກນໍາເຂົ້າຄົນເຫຼົ່ານັ້ນເຂົ້າມາອັງກິດຫຼັງຈາກໄດ້ຈັບຕົວທ້າວ ໂມ ໂຣບິນສັນ ຄົນຂັບລົດຂົນສົ່ງດັ່ງກ່າວສັນຊາດອຽກລັງອາຍຸ25ປີທີ່ຂັບລົດອຽກລັງເໜືອມາຮັບຕູ້ຄອນເທັນເນີທີ່ຖືກສົ່ງຈາກເມືອງທ່າຂອງແບນຊິກມາຍັງເມືອງທ່າເພີຟລີດແຄມຝັ່ງແມ່ນໍ້າ ເທມໃນອັງກິດກ່ອນຈະພົບວ່າຄົນລັກໜີເຂົ້າເມືອງເສຍຊີວິດຢ່າງໜ້າເສົ້າສະຫຼົດໃຈ.