ອາເມຣິກາຂາດດຸນງົບປະມານສູງສຸດໃນຮອບ7ປີ

183

ກະຊວງການເງິນອາເມຣິກາລາຍງານວ່າ:ລັດຖະບານຂາດດຸນງົບປະມານ9,84ຮ້ອຍຕື້ໂດລາໃນສົກປີງົບປະມານ2019ໂດຍເພີ່ມຂຶ້ນ26%ຈາກປີ2018 ແລະ ເປັນລະດັບສູງສຸດໃນຮອບ7ປີ.

ຕົວເລກຂາດດຸນງົບປະມານດັ່ງກ່າວເທົ່າກັບ4,6%ຂອງຕົວເລກຈີດີພີຂອງອາເມຣິກາ ແລະ ເພີ່ມຂຶ້ນ0,8%ເມື່ອປຽບທຽບກັບປີກ່ອນ.

 

ຢ່າງໃດກໍຕາມ,ຕົວເລກຂາດດຸນໃນຄັ້ງນີ້ຍັງຕໍ່າກວ່າລະດັບ1ພັນຕື້ໂດລາທີ່ມີການຄາດຄະເນໄວ້ຫຼັງຈາກສໍານັກງານປະທານາທິບໍດີອອກນະໂຍບາຍປັບຫຼຸດພາສີເປັນຈໍານວນເງິນ1,5ພັນຕື້ໂດລາເມື່ອ2ປີກ່ອນ.

ກະຊວງການເງິນອາເມຣິກາລາຍງານຕື່ມວ່າ:ລາຍຮັບຈາກການເກັບພາສີນິຕິບຸກຄົນຢູ່ທີ່ລະດັບ2,30ຮ້ອຍຕື້ໂລດາເພີ່ມຂຶ້ນ12%ສ່ວນລາຍຮັບຈາກການເກັບພາສີບຸກຄົນທໍາມະດາເພີ່ມຂຶ້ນ2%ສູ່ລະດັບ1,7ພັນຕື້ໂດລາ.

 

ນອກຈາກນີ້,ລາຍຮັບຈາກການເກັບພາສີອາກອນຢູ່ທີ່71ຕື້ໂດລາເພີ່ມຂຶ້ນ70%ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນ.