Carlsberg ຈັດງານຕີກ໋ອຟ ການກຸສົນ ເພື່ອລະດົມທຶນ ຊ່ວຍໂຮງໝໍເດັກນ້ອຍ ຢູ່ຫຼວງພະບາງ

113

ບໍລິສັດ ເບຍລາວ ຈຳກັດ ຜູ້ຈັດຈຳໜ່າຍຜະລິດຕະພັນເບຍຄາລສະເບິກ ໄດ້ຈັດງານແຂ່ງຂັນ “Carlsberg Golf Classic 2019 ເພື່ອການກຸສົນ” ທີ່ສະໜາມກ໋ອຟຫຼວງພະບາງ ໃນວັນເສົາ 19 ຕຸລາ 2019 ທີ່ຜ່ານມາ, ມີນັກກ໋ອຟຈາກພາຍໃນປະເທດ ແລະ ຕ່າງປະເທດເຂົ້າຮ່ວມຫຼາຍກວ່າ 80 ຄົນ.

ຄາລສະເບິກ ຍາມໃດກໍ່ພັດທະນາ ແລະ ຊອກຫາສິ່ງທີ່ດີຍິ່ງຂຶ້ນ ດ້ວຍເຫດນີ້ເອງຈຶ່ງໄດ້ຈັດງານ Carlsberg Golf Classic 2019 ເພື່ອການກຸສົນ ຮ່ວມບໍລິຈາກສົມທົບທຶນຊ່ວຍເຫຼືອ “ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ” ເພື່ອຊ່ວຍໃຫ້ພວກເຂົາມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ.

Carlsberg Golf Classic 2019 ໄດ້ຮັບການຕອບຮັບເປັນຢ່າງດີຈາກນັກກ໋ອຟມືສະໝັກຫຼິ້ນທັງພາຍໃນ ແລະ ຕ່າງປະເທດ, ງານແຂ່ງຂັນກ໋ອຟຄັ້ງນີ້ເປັນງານເພື່ອການກຸສົນ ລະດົມເງິນສົມທົບທຶນ ເພື່ອເປັນສ່ວນໜຶ່ງໃນການຊ່ວຍເຫຼືອເດັກນ້ອຍລາວ ໃຫ້ພວກເຂົາມີສຸຂະພາບ ແລະ ມີຊີວິດການເປັນຢູ່ທີ່ດີຍິ່ງຂຶ້ນ ໂດຍເງິນທຸກກີບທີ່ໄດ້ຫຼັງຫັກຄ່າໃຊ້ຈ່າຍແລ້ວ ແມ່ນຈະໄດ້ນຳໄປມອບແດ່ “ໂຮງໝໍເພື່ອນລາວສຳລັບເດັກນ້ອຍ” ຢູ່ທີ່ນະຄອນຫຼວງພະບາງ.

ບັນຍາກາດພາຍໃນງານເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ມ່ວນຊື່ນ ເພາະນັກກ໋ອຟທຸກຄົນໄດ້ໂຊວົງສະວິງເພື່ອຍາດຊິງເອົາລາງວັນ ແລະ ນີ້ຄືລາຍຊື່ຂອງຜູ້ຊະນະ:
Gross ບໍ່ມີແຕ້ມຕໍ່
ລາງວັນທີ 1: ທ່ານ ສິນໄຊ ພິລາສຸກ ຈາກ ກະຊວງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
ລາງວັນທີ 2: ທ່ານ ໄຊຍະເດດ ແກ້ວອ່ອນສີ ຫົວໜ້າພະແພກພາສີ ແຂວງຫຼວງພະບາງ.
ລາງວັນທີ 3: ທ່ານ ທອງສຸກ ແກ້ວຫາວົງ ຈາກ ຮ້ານອາຫານອັດສະລິນ ແຂວງຫຼວງພະບາງ.

Nett ມີແຕ້ມຕໍ່
ລາງວັນທີ 1: ທ່ານ ບຸນທັນ ພັນໂດລັກ ຮອງຫົວໜ້າໄຟຟ້າ ແຂວງຫຼວງພະບາງ.
ລາງວັນທີ 2: ທ່ານ ອາຊ່າງ ພັນສະຫວັດ ບໍລິສັດ ຂົວທາງ ແຂວງຫຼວງພະບາງ.
ລາງວັນທີ 3: ທ່ານ ຄຳມົນ ຈັນມະວົງ ຫົວໜ້າພະແນກສວຍສາອາກອນ ແຂວງຫຼວງພະບາງ.

ລາງວັນຕີໄກ (Longest)
ທ່ານ ວັນນະຄອນ ສຸວັນນະລິດ ບໍລິສັດ ກໍ່ສ້າງ-ຂົວທາງ ແຂວງຫຼວງພະບາງ.
ລາງວັນຕີໃກ້ທຸງ (Nearest):
1) ທ່ານ ສິນໄຊ ພິລາສຸກ ຈາກ ກະຊວງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
2) ທ່ານ ອາຊ່າງ ພັນສະຫວັດ ບໍລິສັດ ຂົວທາງ ແຂວງຫຼວງພະບາງ.
3) ທ່ານ ໂປຣໄກ່ ຈາກ ປະເທດໄທ

ໃນງານນີ້ບັນດານັກກ໋ອຟມືສະໝັກຫຼີ້ນ ນອກຈາກຈະໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມແລ້ວ ຍັງໄດ້ມີໂອກາດທົດສອບ ແລະ ພັດທະນາສີມືຕົນເອງໃຫ້ດີຂຶ້ນກວ່າເກົ່າ.
ຂໍຂອບໃຈມາຍັງບັນດາຜູ້ອຸປະຖໍາ ໃນງານ Carlsberg Golf Classic 2019 ທີ່ນະຄອນຫຼວງພະບາງ ເຊິ່ງໄດ້ແກ່ບໍລິສັດ: ອຸປະກອນກິລາກ໋ອຟ Majesty, ສະໜາມກ໋ອຟຫຼວງພະບາງ, Fitness World, Under Armour, Samart Event Organizer, Khompanya Entertainment ແລະ ທະນາຄານລາວ-ຝຣັ່ງ (BFL) ທີ່ໃຫ້ຄວາມສໍາຄັນກັບກິດຈະກຳດີໆ ແລະ ມີປະໂຫຍດຕໍ່ສັງຄົມແບບນີ້ ຫວັງເປັນຢ່າງຍິ່ງວ່າຈະໄດ້ການສະໜັບສະໜູນຈາກບັນທາທ່ານອີກຄັ້ງໃນອະນາຄົດ.

ແລ້ວພົບກັນກັບງານ Carlsberg Golf Classic ອີກຄັ້ງໃນໄວໆນີ້. ສຳລັບຂໍ້ມູນເພີ່ມເຕີມສາມາດຕິດຕໍ່: ນາງ ນິດຖາພອນ ໝື່ນປານທະວົງ ຜູ້ຈັດການຝ່າຍປະຊາສຳພັນ ແລະ ສື່ສານ
ບໍລິສັດ ເບຍລາວ ຈຳກັດ ຖະໜົນທ່າເດື່ອ Km.12, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ສປປ ລາວ. P.O.BOX 1016 ໂທ: (856-21) 812001 / ມືຖື: (856-20) 28037399 ອີເມວ: Nitthaphone.meunpanthavong@beerlao.la