ສໍາເລັດກອງປະຊຸມໃຫຍ່ ໜ່ວຍພັກຫ້ອງການທະນາຄານແຫ່ງ ສປປ ລາວ

212

ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ VI ຂອງໜ່ວຍພັກຫ້ອງການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 25 ຕຸລາ 2019 ທີ່ຫ້ອງປະຊຸມໃຫຍ່ ທຫລ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ເພັດສະຖາພອນ ແກ້ວວົງວິຈິດ ເລຂາໜ່ວຍພັກຫ້ອງການ – ຫົວໜ້າຫ້ອງການ ທຫລ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນໄຊ ສິດພະໄຊ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ – ຜູ້ວ່າການ ທຫລ; ພ້ອມນີ້ ກໍ່ມີບັນດາສະຫາຍຜູ້ຕາງໜ້າຈາກໜ່ວຍພັກ ແລະ ບັນດາສະມາຊິກພັກ ເຂົ້າຮ່ວມ ຢ່າງພ້ອມພຽງ.


ໃນກອງປະຊຸມ; ສະຫາຍ ເລຂາໜ່ວຍພັກຫ້ອງການ ທຫລ ໄດ້ນໍາສະເໜີບົດລາຍງານການເມືອງ ຊຶ່ງໃນຕະຫຼອດໄລຍະ 5 ປີ ແຫ່ງການຊີ້ນໍາ – ນໍາພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ໂດຍໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກຄະນະພັກ – ຄະ ນະຜູ້ວ່າການ ທຫລ ໂດຍສະເພາະຄະນະໜ່ວຍພັກ ຍາມໃດກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດໃຫ້ຖັນແຖວພະນັກງານ – ສະມາຊິກພັກ ເປັນບັນຫາສໍໍໍາຄັນຕົ້ນຕໍ ດ້ວຍຫຼາຍຮູບການ ພ້ອມທັງຖືເອົາວຽກງານນີ້ສອດຫ້ອຍເຂົ້າໃນທຸກການເຄື່ອນໄຫວວຽກງານຕົວຈິງ ອັນເຮັດໃຫ້ສະພາບແນວຄິດຂອງທຸກຄົນມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ, ມີສະຕິຕໍ່ການຈັດຕັ້ງ ແລະ ມີຄວາມຫ້າວຫັນໃນການປະຕິບັດວຽກງານຂອງຕົນຢ່າງເປັນເຈົ້າການ ແລະ ມີຜົນສໍາເລັດເປັນຢ່າງດີ ແລະ ຍ້ອນຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານໃນໄລຍະຜ່ານມາ ໜ່ວຍພັກຫ້ອງການ ທຫລ ຈຶ່ງໄດ້ຖືກຮັບຮອງເປັນໜ່ວຍພັກເຂັ້ມ ແຂງ – ຮູ້ນໍາພາຮອບດ້ານ 6 ສະໄໝ.


ໜ່ວຍພັກ ຍັງໄດ້ເອົາໃຈໃສ່ຊີ້ນໍາ – ນໍາພາໃນການຈັດຕັ້ງປະຕິບັດບົດບາດໃນການເປັນເສນາທິການໃຫ້ແກ່ຂັ້ນເທິງ ໂດຍການຕິດ ຕາມ, ອໍານວຍຄວາມສະດວກ ຮັບໃຊ້ການເຄື່ອນໄຫວວຽກງານຂອງຄະນະຜູ້ວ່າການ, ບັນດາກົມ – ທຽບເທົ່າກົມ ຢ່າງໃກ້ຊິດ. ພ້ອມທັງຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນການເປັນເສນາທິການດີ, ການບໍລິການດີ ແລະ ປະສານງານດີ ຊຶ່ງໄດ້ຊີ້ນຳ – ນຳພາວຽກງານຄົ້ນຄວ້າ, ສັງລວມການເຄື່ອນໄຫວວຽກງານຮອບດ້ານໃຫ້ແກ່ຄະນະນຳຂອງ ທຫລ, ປັບປຸງວຽກງານສະຫຼຸບສັງລວມ ໃຫ້ມີເນື້ອໃນ, ຂໍ້ມູນທີ່ຊັດເຈນ, ກະກຽມບົດລາຍງານຕ່າງໆ ຕິດພັນກັບແຜນເງິນຕາ ແລະ ຫົວຂໍ້ທີ່ສໍາຄັນຕ່າງໆຂອງວຽກງານ ໃຫ້ຄະນະນຳ ທຫລ ທີ່ຈະເຂົ້າຮ່ວມກອງປະຊຸມທີ່ສຳຄັນຂອງພັກ, ຂອງສະພາແຫ່ງຊາດ ແລະ ຂອງລັດຖະບານ. ພ້ອມນັ້ນ, ຍັງເປັນເຈົ້າການໃນການກະກຽມ ແລະ ຊ່ວຍຈັດກອງປະຊຸມສະພາບໍລິຫານ ທຫລ ເພື່ອຮັບຮອງແຜນການເຄື່ອນໄຫວຂອງ ທຫລ ແລະ ວຽກງານທີ່ສໍາຄັນອື່ນໆ; ຈາກນັ້ນ ກໍ່ໄດ້ມີການນໍາສະເໜີທິດທາງລວມ, ແຜນການ ແລະ ໜ້າທີ່ຕົ້ນຕໍໃນການຊີ້ນໍາ-ນໍາພາໃນ 5 ປີຕໍ່ໜ້າ.

ໃນກອງປະຊຸມ; ບັນດາຜູ້ແທນ ໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ພາວະວິໄສ ແລະ ມີປະຊາທິປະໄຕ ເພື່ອເຮັດໃຫ້ບົດລາຍງານການເມືອງ ແລະ ທິດທາງລວມ, ແຜນການໃນຕໍ່ໜ້າ ມີຄວາມສົມບູນຍິ່ງໆຂຶ້ນ.

ໃນເວລຕໍ່ມາ ກໍ່ໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ປະກອບມີ 5 ສະຫາຍ ຊຶ່ງສະຫາຍ ເພັດສະຖາພອນ ແກ້ວວົງວິຈິດ ໄດ້ຮັບການເລືອກຕັ້ງເປັນເລຂາໜ່ວຍພັກ ຄັ້ງໃໝ່; ສະຫາຍ ສຸກັນ ຈັນທະວົງ ເປັນຮອງເລຂາ ແລະ ສະຫາຍ ສາຍສະໝອນ ກີບເກສອນ ເປັນປະທານກວດກາໜ່ວຍພັກ ແລະ ກອງປະຊຸມ ຍັງໄດ້ເລືອກເອົາຜູ້ແທນສົມບູນ 5 ສະຫາຍ ແລະ ສໍາຮອງ 2 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ທຫລ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.
ຈາກນັ້ນ; ສະຫາຍ ເລຂາຄະນະພັກ ທຫລ ໄດ້ຕີລາຄາສູງຕໍ່ການຊີ້ນໍາ – ນໍາພາ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງຄະນະໜ່ວຍພັກ – ສະມາຊິກ ແລະ ພະນັກງານຂອງຫ້ອງການໃນໄລຍະຜ່ານມາ ແລະ ຍັງເນັ້ນໃຫ້ເສີມຂະຫຍາຍການປະຕິບັດໜ້າທີ 3 ດີ ໃນການເປັນເສນາທິການ ກໍ່ຄືການເປັນພະລາທິການໃຫ້ສູງຂຶ້ນ; ພ້ອມນັ້ນ ກໍໃຫ້ປັບປຸງ, ປ້ອງກັນ ແລະ ແກ້ໄຂຂໍ້ຄົງທີ່ມີໃນບາງດ້ານໃຫ້ຫຼຸດໜ້ອຍລົງ; ສືບຕໍ່ສຶກສາອົບຮົມທາງດ້ານການເມືອງ – ແນວຄິດ ແລະ ຄວາມສາມັກຄີໃຫ້ດີຂຶ້ນກວ່າເກົ່າ; ເພີ່ມທະວີການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນ; ຈົ່ງພ້ອມກັນສືບຕໍ່ນໍ້າໃຈເສຍສະຫຼະ ເພື່ອຜົນປະໂຫຍດລວມຂອງຊາດ, ຂອງລວມໝູ່ໃຫ້ສູງ ພ້ອມທັງເພີ່ມທະວີການປະຢັດມັດທະຫຍັດໃນທຸກດ້ານ ແລະ ຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈມະຕິກອງປະ ຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ,

ຂ່າວ-ພາບ: ຣັດສະໝີ ດວງສັດຈະ