ຕຳໝາກຍໍກັບສັບພະຄຸນທາງຢາຫຼາຍຢ່າງ

197

ໝາກຍໍມີສັບພະຄຸນທາງຢາຫຼາຍຢ່າງ ແລະ ຊ່ວຍປິ່ນປົວບາດແຜທີ່ເກີດໃນຊ່ອງປາກ, ແກ້ອາການເຈັບຄໍ, ໃຊ້ທາບາດແຜກໍສາມາດຊ່ວຍຂ້າເຊື້ພະຍາດໄດ້, ຊ່ວຍແກ້ອາການເຈັບແຂ້ວ, ຊ່ວຍບັນເທົາອາການເຈັບຂໍ້ກະດູກ, ຊ່ວຍຫຼຸດຜ່ອນຄວາມຄຽດ ແລະ ໃຊ້ເປັນຢາລະບາຍທ້ອງ ໂດຍມື້ນີ້ຈະເອົາໝາກຍໍມາຕໍາສົ້ມປ່ຽນຈາກໝາກຫຸ່ງມາເປັນຕໍາໝາກຍໍກໍແຊບຄືກັນ.

ສ່ວນປະສົມ: ໝາກຍໍ 6 ໜ່ວຍ, ໝາກເຂືອຂື່ນ ຫຼື ບໍ່ຂື່ນກໍໄດ້ 2 – 4 ໜ່ວຍ, ໝາກເຜັດແຫ້ງ 2 ໜ່ວຍ, ກະທຽມ 2 ກີບ, ໝາກຂາມປຽກ 2 ໜ່ວຍ, ໝາກເຟືອງ 1 ໜ່ວຍ, ໝາກນາວ 1 ໜ່ວຍ, ນ້ຳປາ 1 ບ່ວງແກງ, ນ້ຳປາແດກສຸກ 2 ບ່ວງແກງ, ນ້ຳຕານ 2 ບ່ວງກາເຟ, ເກືອ 1/4 ບ່ວງກາເຟ.

 

ວິທີປຸງແຕ່ງ:

ເອົາໝາກຍໍທີ່ບໍ່ແກ່ປານໃດລ້າງແລ້ວຟັກຈຶ່ງຊອຍເປັນເສັ້ນເອົາໝາກເຜັດໃສ່ຄົກພ້ອມກັບກະທຽມ, ນ້ຳຕານ ແລະ ເກືອ ຕຳໃຫ້ແຫຼກຈຶ່ງເອົາໝາກຍໍທີ່ກຽມໄວ້ລົງ. ຈາກນັ້ນ, ຊອຍໝາກເຟືອງ, ໝາກນາວ ແລະ ໝາກເຂືອຂື່ນລົງຕຳໃຫ້ເຂົ້າກັນ ສຸດທ້າຍປຸງລົດຊາດດ້ວຍນ້ຳປາ, ໝາກຂາມ ແລະ ນ້ຳປາແດກຕຳໃຫ້ສ່ວນປະສົມເຂົ້າກັນຊີມລົດຊາດຕາມໃຈມັກຕັກໃສ່ຈານພ້ອມເສີບ.

( ຂໍ້ມູນຈາກ: disthai.com )

( ຮຽບຮຽງ: ນຸ້ມນິ້ມ )