ເປີດໂຕ ອໍນິວ ບີເອັມດັບເບິລຢູ ເອັກສ໌ 6 ປີ 2020

149

ເວັບໄຊ car.kapook.com ໄດ້ເປີດເຜີຍການເປີດໂຕ All-new BMW X6 2020 ກັບການອອກແບບໃໝ່ທີ່ເຮັດໃຫ້ຜູ້ໄດ້ເຫັນມີຄວາມຕ້ອງການຢາກເປັນເຈົ້າຂອງ.

ຂະໜາດໂຕຖັງເພີ່ມຂຶ້ນເລັກໜ້ອຍໃນທຸກມິຕິຍົກເວັ້ນຄວາມສູງ ເຊິ່ງເຕ້ຍລົງເກືອບ 1 ນິ້ວ, ກະຈັງໜ້າໃໝ່ເຮືອງແສງໄດ້ ເປັນ Presentation ໃຫ້ All-new BMW X6 2020 ເບິ່ງຫຼູຫຼາຂຶ້ນຕື່ມ ໂດຍສະເພາະໃນເວລາລັອກ ຫຼື ປົດລັອກປະຕູ. ພ້ອມດຽວກັນ, ກໍມີລໍ້ແມັກອັນລອຍ ຂະໜາດ 20 ນິ້ວ ເປັນອຸປະກອນມາດຕະຖານສໍາລັບຜູ້ມັກການຕົກແຕ່ງ ແລະ ກໍຍັງກຽມລໍ້ແມັກ ຂະໜາດ 21 – 22 ນິ້ວ ໄວ້ໃຫ້ລູກຄ້າອັບເກຣດເພີ່ມໄວ້ໃນລາຍການອັອບຊັນ, ມາພ້ອມກັບໄຟ LED ຮູບຊົງ L-Shaped ລວງນອນເພີ່ມຄວາມໂມເດິລແປກຕາ.

ມີລະບົບການຕົກແຕ່ງພາຍນອກໃຫ້ເລືອກ 2 ແບບ ຄື: X Line ເປັນການຕົກແຕ່ງມາດຕະຖານກະຈັງໜ້າຄິ້ວຊ່ອງດັກອາກາດ, ທໍ່ຄວັນຕົກແຕ່ງດ້ວຍໂຄຣມຽມປະກາຍອອກມຸກ ແລະ ແບບ M Sport Package ເປັນອັອບຊັນຕົກແຕ່ງດ້ວຍສີດໍາເງົາ High-Gloss Black Shadowline. ນອກນັ້ນ, BMW X6 M50i ຈະໃຊ້ການຕົກແຕ່ງພິເສດກວ່າທັງກະຈັງໜ້າຝາປົກກະຈັງເບິ່ງຂ້າງປ້າຍລະຫັດລຸ້ນ, ປາຍທໍ່ຄວັນຕົກແຕ່ງດ້ວຍວັດສະດຸສີເທົາ Cerium Grey ແລະ ຄາລິເປີ້ເບຣກສີນໍ້າເງິນ.

ພາຍໃນຫ້ອງໂດຍສານເຖິງຈະເບິ່ງທັນສະໄໝຂຶ້ນແຕ່ຕ່າງຈາກຮູບຮ່າງເກົ່າໃນລະດັບລາຍລະອຽດ ເປັນຕົ້ນແມ່ນ: ຂອບຊ່ອງແອຮູບຊົງຮັບກັບກະຈັງໜ້າ Kidney Grille, ປັບແຜງອຸປະກອນໜ້າຈໍອິນໂຟເທັນເມັ້ນ ຂະໜາດ 12,3 ນິ້ວ ທີ່ມາພ້ອມ Live Cockpit Professional iDrive ເວີຊັນ 7 ຄ້າຍຄືມີຜູ້ຊ່ວຍທີ່ສະຫຼາດປະຈໍາລົດ ແລະ ເພີ່ມຄວາມອະລັງການຕາດ້ວຍໄຟ Illumination ຕາມຈຸດຕ່າງໆ ເພື່ອໃຫ້ລືມວ່າການອອກແບບຫຼັກ ແລະ ການວາງ Layout ນັ້ນບໍ່ໄດ້ປ່ຽນແປງຫຼາຍ.

ເບາະແບບສະປອດຫຸ້ມໜັງ Vernasca ແຜງໜ້າປັດຫຸ້ມດ້ວຍວັດສະດຸສັງເຄາະ Sensatec ເປັນມາດຕະຖານ, ແຕ່ຖ້າຢາກໄດ້ເບາະທີ່ເປັນແບບ Multi-Function ຕ້ອງໄດ້ຈ່າຍເງິນເພີ່ມເຄື່ອງຈັກ ເບື້ອງຕົ້ນຈະມີເຄື່ອງຈັກແອັດຊັງແບບ 6 ສູບ ແຖວຮຽງຂະໜາດ 3,0 ລິດເທີໂບ ໃຫ້ກໍາລັງສູງສຸດ 335 ແຮງມ້າ ທີ່ຊ່ວງ 5.500 – 6.500 ຮອບຕໍ່ນາທີ ແລະ ແຮງບິດສູງສຸດ 447 ນິວຕັນແມັດທີ່ຊ່ວງ 1.500 – 5.200 ຮອບຕໍ່ນາທີ ສໍາລັບ BMW X6 s Drive 40 i ແລະ x Drive 40 i.

ສ່ວນ BMW X6 M 50 i ຈະໃຊ້ເຄື່ອງຈັກ ແອັດຊັງ 8 ສູບຂະໜາດ 4,4 ລິດ, ທະວິນສະກອຍເທີໂບໃຫ້ກໍາລັງສູງສຸດ 523 ແຮງມ້າ ທີ່ຊ່ວງ 5.500 – 6.000 ຮອບຕໍ່ນາທີ ແລະ ແຮງບິດ 750 ນິວຕັນແມັດ ຕັ້ງແຕ່ 1.800 – 4.600 ຮອບຕໍ່ນາທີ.

ນອກຈາກນີ້, All-new BMW X6 2020 ທຸກລຸ້ນຈະມາພ້ອມລະບົບ Dynamic Damper Control ເປັນອຸປະກອນມາດຕະຖານ ເຊິ່ງນໍາເອົາລະບົບເອເລັກໂຕຣນິກສາມາດຄວບຄຸມການເຮັດວຽກຕາມສະຖານະການຂັບຂີ່  ເພື່ອໃຫ້ໄດ້ທັງ ຄວາມສະປອດ ແລະ ຄວາມສະບາຍຄວບຄູ່ກັນໄປ ຕະຫຼອດຈົນເຖິງລະບົບຊ່ວຍຂັບຂີ່ຍຸກໃໝ່ ເຊັ່ນ: ລະບົບເຕືອນຈຸດອັບສາຍຕາ, ແຈ້ງເຕືອນການປ່ຽນຊ່ອງຈະລາຈອນ, ຫຼີກລຽງການຕໍາດ້ານຫຼັງ – ໜ້າ ( ກວດຈັບຄົນຍ່າງເສັ້ນທາງໄດ້ ) ລະບົບເຕືອນໃນເວລາຖອຍ ແລະ ລະບົບຄວາມປອດໄພອື່ນໆອີກຫຼາຍລາຍການ

( ຂໍ້ມູນ: https://car.kapook.com/view213958.html )