ຫວຽດນາມ ດຶງດູດການລົງທຶນທ່າມກາງຄວາມເຄັ່ງຕຶງທາງການຄ້າ

53

ເສດຖະກິດຫວຽດນາມ ຂະຫຍາຍຕົວເຖິງ 6,8% ໃນປີນີ້ຈາກການໃຊ້ຈ່າຍໃນປະເທດ ແລະ ຈໍານວນເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ສູງຂຶ້ນ, ຫວຽດນາມ ເປັນປະເທດທີ່ໜ້າລົງທຶນໃນສາຍຕາຕ່າງປະເທດທ່າມກາງຄວາມເຄັ່ງຕຶງທາງການຄ້າລະຫວ່າງ ອາເມຣິກາ ກັບ ຈີນ.

ໃນປີ 2018 ເສດຖະກິດຫວຽດນາມ ຂະຫຍາຍຕົວ 7,1% ເຊິ່ງເປັນການຂະຫຍາຍຕົວທີີ່ສູງທີ່ສຸດໃນຮອບ 11 ປີ ໂດຍສະເພາະໃນການຜະລິດພາກອຸດສາຫະກໍາ, ການກໍ່ສ້າງ, ການຄ້າສົ່ງ ແລະ ການຄ້າຍ່ອຍ ຂະຫຍາຍຕົວ 13%, 9,2% ແລະ 8,5%ຕາມລໍາດັບ ເຊິ່ງອຸດສາຫະກໍາທ່ອງທ່ຽວກໍຂະຫຍາຍຕົວຈາກຈໍານວນນັກທ່ອງທ່ຽວຕ່າງປະເທດທີ່ເພີ່ມຂຶ້ນເຖິງ 20%.

ໃນປີນີ້ເສດຖະກິດຫວຽດນາມ ຍັງຂະຫຍາຍຕົວຕໍ່ເນື່ອງໂດຍໃນໄລຍະ 9 ເດືອນທໍາອິດຂອງປີນີ້ ເສດຖະກິດ ຫວຽດນາມ ຂະຫຍາຍຕົວ 7% ຈາກໄລຍະດຽວກັນຂອງປີກ່ອນຈາກການຂະຫຍາຍຕົວຂອງກະສິກໍາ, ອຸດສາຫະກໍາ ແລະ ການກໍ່ສ້າງ ແລະ ບໍລິການ ໂດຍສະເພາະການຄ້າສົ່ງ ແລະ ການຄ້າຍ່ອຍ, ການຄົມມະນາຄົມ, ການສື່ສານ, ການເງິນ ແລະ ການທະນາຄານ, ການສຶກສາ ແລະ ການສາທາລະນະສຸກ.