ຄົ້ນພົບມົດທະເລຊາຍແລ່ນໄວທີ່ສຸດໃນໂລກ

67

ທະເລຊາຍຊາຮາຣາ ມີສະພາບແວດລ້ອມທີ່ຮ້າຍແຮງ ໂດຍໜ້າດິນຊາຍມີອຸນຫະພູມສູງເຖິງ 60 ອົງສາ, ສັດສ່ວນໃຫຍ່ໃນທະເລຊາຍແຫ່ງນີ້ກໍຍັງຫຼົບຮ້ອນໃນສະຖານທີ່ຢູ່ອາໄສຂອງມັນ ໂດຍສະເພາະໃນໄລຍະເວລາທີ່ຮ້ອນທີ່ສຸດຂອງວັນ, ແຕ່ມີສັດຊະນິດໜຶ່ງທີ່ທົນທານຕໍ່ຄວາມຮ້ອນອົບເອົ້າກາງທະເລຊາຍໄດ້ດີນັ້ນຄືມົດເງິນຊາຮາຣາ ຊື່ທາງວິທະຍາສາດວ່າ Catagly phis bombycina ເຊິ່ງຂົນສີເງິນນັ້ນມີຄວາມພິເສດທີ່ປົກປ້ອງຄວາມຮ້ອນ.

ມົດເງິນຊາຮາຣາ ຖືວ່າມີ ຄວາມແຂງແກ່ນຫຼາຍ, ຂະນະທີ່ສັດອື່ນຫຼົບຫຼີກໃນໄລຍະຮ້ອນແຮງຂອງວັນ, ແຕ່ມົດເງິນຊາຮາຣາ ສາມາດແລ່ນອອກມາທ້າທາຍຄວາມຮ້ອນຢ່າງບໍ່ຢ້ານຕາຍ ແລະ ຄວາມສາມາດທີ່ລືຊື່ວ່າມັນແລ່ນໄວ. ເພື່ອໃຫ້ເກີດ ຄວາມຈະຈ່າງແຈ້ງ, ຫຼ້າສຸດ ນັກວິທະຍາສາດຈາກມະຫາວິທະຍາໄລອູມ ໃນເຢຍລະມັນ ແລະ ຄະນະໄດ້ໃຊ້ວິດີໂອຄວາມໄວສູງກວດກາວ່າມົດດັ່ງກ່າວແລ່ນໄວເທົ່າໃດ.

ຜົນປາກົດວ່າ ມົດເງິນຊາຮາຣາ ສາມາດແລ່ນໄດ້ໄວເຖິງ 85,5 ຊັງຕີແມັດຕໍ່ວິນາທີ ຫຼື ແລ່ນ 50 ກ້າວໃນ 1 ວິນາທີ, ຄວບຄຸມໄລຍະທາງເກືອບ 1 ແມັດ ທັງໆທີ່ຂາຂອງມັນຍາວພຽງ 4,3 – 6,8 ມິນລີແມັດ, ແຕ່ວ່າມີກໍາລັງແກວ່ງຂາຄວາມໄວສູງເຖິງ 1.300 ມິນລິແມັດຕໍ່ວິນາທີ ມັນຈຶ່ງກາຍເປັນມົດທີ່ແລ່ນໄວທີ່ສຸດໃນໂລກໄປແລ້ວ.