ໜ້າເສຍດາຍ ນ້ອງອ້ອຍເຈົ້າຂອງຫຼຽນເງິນປະຫວັດສາດໃນເອຊຽນເກມ ໝົດລຸ້ນໃນຊີເກມ ທ້າຍປີນີ້

50

ຖືວ່າເປັນເລື່ອງທີ່ໜ້າເສຍດາຍສໍາລັບ ນ້ອງອ້ອຍ ວົງພັກດີ ເຈົ້າຂອງຫຼຽນເງິນປະຫວັດສາດກີລາປັນຈັກສີລັດ ໃນເອຊຽນເກມ 2018 ຕ້ອງອົດໄປແຂ່ງຂັນໃນມະຫະກໍາກີລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ໃນທ້າຍປີນີ້ ເນື່ອງຈາກເຈົ້າພາບບໍ່ບັນຈຸຮຸ່ນຂອງນັກກີລາປັນຈັກສີລັດຄວາມຫວັງລາວເຂົ້າຮ່ວມ.

ຕາມການລາຍງານຂອງ ທ່ານ ວັນໄຊ ອຸດົມຜົນ ເປັນທັງຄູຝຶກ ແລະ ກໍາມະການຕັດສິນ ທີມຊາດປັນຈັກສີລັດລາວ ຕໍ່ທີມຂ່າວ ເສດຖະກິດ – ການຄ້າ ວ່າ: ສໍາລັບ ນ້ອງອ້ອຍ    ວົງພັກດີ ທີ່ສ້າງປະຫວັດສາດໃຫ້ວົງການປັນຈັກສີລັດລາວ ດ້ວຍການຄວ້າຫຼຽນເງິນ ໃນເອຊຽນເກມ 2018 ນັ້ນຈະບໍ່ໄດ້ເຂົ້າຮ່ວມມະຫະກໍາກີລາຊີເກມ 2019 ທ້າຍປີນີ້ ເພາະຮຸ່ນນໍ້າໜັກຂອງລາວບໍ່ມີໃນການແຂ່ງຂັນ ຈຶ່ງຈໍາຕ້ອງປ່ຽນເອົາ ນາງ ອໍລະໄທ ສູນທະວົງ ຮຸ່ນ 55 ກິໂລຍິງໄປແທນ.

ສ່ວນ ນ້ອງອ້ອຍ ກ່າວວ່າ: ກໍເປັນທີ່ໜ້າເສຍດາຍ ທີ່ຕົວເອງບໍ່ໄດ້ເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ເນື່ອງຈາກນໍ້າໜັກຮຸ່ນແຂ່ງຂັນຂອງນ້ອງແມ່ນ 60 ກິໂລກຣາມ ເພິ່ນບໍ່ຈັດເຂົ້າໃນການແຂ່ງຂັນ. ຢ່າງໃດກໍຕາມ, ນ້ອງມາເກັບຕົວກັບ ທີມຊາດປັນຈັກສີລັດລາວ ຊຸດຊີເກມ ທີ່ ສສ ຫວຽດນາມ ແລະ ໄດ້ທັກສະຫຼາຍໆຢ່າງ ເພື່ອກຽມພ້ອມເຂົ້າຮ່ວມລາຍການອື່ນໆຕໍ່ໄປ.

ສໍາລັບ ນ້ອງອ້ອຍ ເກີດເມື່ອວັນທີ 27 ເມສາ 1999 ທີ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເລີ່ມຫຼິ້ນກີລາປັນຈັກສີລັດຢ່າງເຕັມຕົວເມື່ອປີ 2014 ແລະ ຍາດໄດ້ຫຼຽນເງິນກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ກ່ອນຈະເລີ່ມເປັນທີ່ຮູ້ຈັກ ເມື່ອຕິດທີມຊາດລາວ ແລະ ຍາດໄດ້ 1 ຫຼຽນທອງໃນຊີເກມ 2015 ທີ່ປະເທດສິງກະໂປ, ຍາດໄດ້ 1 ຫຼຽນທອງໃນລາຍການຟີເອຊຽນເກມ ( ລາຍການທົດສອບກ່ອນເອຊຽນເກມ 2018 ) ກ່ອນຈະມີຊື່ສຽງໂດ່ງດັງໄປທົ່ວວົງການດ້ວຍການຍາດໄດ້ 1 ຫຼຽນເງິນ ໃນເອຊຽນເກມ 2018 ທີ່ປະເທດມາເລເຊຍ.

ທັບນັກກີລາປັນຈັກສີລັດທີມຊາດລາວ ກ່ອນໜ້ານີ້ໄປເກັບຕົວທີ່ສູນຝຶກ ໂຮ່ຈິມິນ ປະເທດຫວຽດນາມ ໄລຍະເວລາ 45 ວັນ ຈົນເຖິງວັນທີ 23 ພະຈິກ 2019 ກັບມາຊ້ອມຢູ່ ສປປ ລາວ ຕໍ່ກຽມພ້ອມໄປແຂ່ງຂັນໃນຊີເກມ 2019 ປະກອບມີ: ຮຸ່ນ 50 ກິໂລຊາຍ  ທະນະພົນ ສີມພິງາວົງ, ຮຸ່ນ 55 ກິໂລຊາຍ ໂບ້ ທໍາມະວົງສາ, ຮຸ່ນ 65 ກິໂລຊາຍ ມີໂນ່ ສົງພັກດີ, ຮຸ່ນ 45 ກິໂລຍິງ ນາງ ມ໊ອດລະຍາ ສົງພັກດີ ແລະ ຮຸ່ນ 55 ກິໂລຍິງ ນາງ    ອໍລະໄທ ສູນທະວົງ; ສ່ວນປະເພດຟ້ອນປະກອບມີ: ດ່ຽວຊາຍ ສຸກສະຫວັນ ຈັນທິລາດ, ດ່ຽວຍິງ ນາງ ປຸກກີ່ ສະເຫຼີມບຸຜາ, ຄູ່ຊາຍ ອາລິສັກ ສິງສຸວົງ ກັບ ອຳພົນ ຂຸນຈະເລີນ ແລະ ປະເພດທີມຊາຍປະກອບມີ: ວັນໄຊ ບຸນຍາວົງ, ວິລະໄຊ ພັນໃບ ແລະ ແຟ້ງ ວົງພັກດີ.

( ຄໍາສອນ )