ສຳມະນາສົ່ງເສີມການຮ່ວມມືກັບສາກົນ ປ້ອງກັນ ແລະ ຄວບຄຸມໄພພິບັດ

65

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ຮ່ວມກັບອົງການ ສປຊ ປະຈຳລາວ ຈັດກອງປະຊຸມສຳມະນາໃນງານສະເຫຼີມສະຫຼອງ ວັນຄຸ້ມຄອງໄພພິບັດອາຊຽນ ແລະ ສາກົນ ໃນຫົວຂໍ້ ” ຂ້າມຜ່ານການຟື້ນຟູໄພພິບັດສູ່ຄວາມເຂັ້ມແຂງ ແລະ ສ້າງພື້ນຖານໂຄງລ່າງສ້າງໃຫ້ທົນທານ ” ຂຶ້ນໃນວັນທີ 25 ຕຸລາ 2019 ທີ່ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ, ທ່ານ ນາງ ລີຄາດາ ຣີເຈີ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ກ່າວວ່າ: ປີ 1989 ສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ໄດ້ຮັບຮອງເອົາ ວັນທີ 13 ຕຸລາ ເປັນວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ. ສຳລັບ ສປປ ລາວ ກໍຄືບັນດາປະເທດສະມາຊິກອາຊຽນ ແຕ່ປີ 2005 ເປັນຕົ້ນມາ, ກໍໄດ້ຈັດບັນດາກິດຈະກໍາ ເພື່ອລະນຶກເຖິງ ແລະ ສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອປູກຈິດສໍານຶກໃຫ້ແກ່ສັງຄົມຮັບຮູ້ ແລະ ເຂົ້າໃຈເຖິງຄວາມອັນຕະລາຍ, ຄວາມສ່ຽງ, ຜົນກະທົບ ແລະ ຄວາມເສຍຫາຍຈາກໄພພິບັດ ລວມທັງຄວາມຈຳເປັນໃນການກຽມພ້ອມ, ປ້ອງກັນ ແລະ ຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດ.

ປີ 2019 ນີ້ ອາຊຽນ ໄດ້ກໍານົດເອົາຫົວຂໍ້ “ ຂ້າມຜ່ານການຟື້ນຟູໄພພິບັດສູ່ຄວາມເຂັ້ມແຂງ ” ໄປຄຽງຄູ່ກັບຄໍາຂວັນຫົວຂໍ້ຂອງວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນຄື “ ສ້າງພື້ນຖານໂຄງລ່າງ ສ້າງໃຫ້ທົນທານ ” ເພື່ອໃຫ້ການລົງທຶນເຂົ້າໃນການສ້າງພື້ນຖານໂຄງລ່າງໃຫ້ຮັບປະກັນຄວາມເຂັ້ມແຂງ ແລະ ທົນທານ.

ສຳລັບ ສປປ ລາວ ໄພພິບັດນັບມື້ມີຄວາມຮຸນແຮງຂຶ້ນ, ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍທີ່ສຸດ ເປັນຕົ້ນໄພພິບັດ ໃນປີ 2018 ຖືວ່າເປັນຄັ້ງປະຫວັດສາດ ທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງ ຈາກໄພນໍ້າຖ້ວມ ທັງສາເຫດມາຈາກທໍາມະຊາດ ແລະ ມະນຸດເປັນຜູ້ສ້າງຂຶ້ນ ເຮັດໃຫ້ປະຊາຊົນຕ້ອງເສຍຊີວິດເປັນຈໍານວນຫຼາຍ, ໂຄງລ່າງພື້ນຖານດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 3 ພັນຕື້ກີບ ແລະ ໃນປີ 2019 ກໍໄດ້ເກີດໄພນໍ້າຖ້ວມເປັນວົງ ກວ້າງ ກວມເອົາ 6 ແຂວງພາກກາງ ແລະ ພາກໃຕ້ ເຮັດໃຫ້ປະຊາຊົນຫຼາຍສິບພັນຄົນຂາດທີ່ຢູ່ອາໄສ ແລະ ຕ້ອງໄດ້ຍົກຍ້າຍໄປບ່ອນທີ່ປອດໄພຊົ່ວຄາວ, ສ້າງຄວາມເສຍຫາຍຕໍ່ພື້ນທີ່ການຜະລິດກະສິກໍາ, ໂຄງລ່າງດ້ານເສັ້ນທາງ, ຂົວ, ໂຮງຮຽນ, ໂຮງໝໍ, ແຫຼ່ງນໍ້າກິນ – ນໍ້າໃຊ້, ລະບົບສຸຂະນາໄມ, ໄຟຟ້າ, ນໍ້າປະປາ ແລະ ອື່ນໆ ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 1.300 ຕື້ກີບ.

ທ່ານ ນາງ ລີຄາດາ ຣີເຈີ ກ່າວວ່າ: ກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອສົ່ງເສີມການຮ່ວມມືກັບສາກົນໃນການປ້ອງກັນ ແລະ ຄວບຄຸມໄພພິບັດໃຫ້ຫຼາຍຂຶ້ນ ພ້ອມທັງຊອກຫາວິທີໃນການຫຼຸດຜ່ອນໄພພິບັດ. ສຳລັບ ສປປ ລາວ ມາຮອດປີ 2019 ນີ້ແມ່ນໄພພິບັດເກີດຂຶ້ນຮຸນແຮງຂຶ້ນເລື້ອຍໆ ແລະ ສ້າງຄວາມເສຍຫາຍຂຶ້ນ 6 ເທົ່າ ຖ້າທຽບໃສ່ປີ 2009. ໃນນັ້ນ, ເສຍຫາຍຫຼາຍທີ່ສຸດແມ່ນພື້ນຖານໂຄງລ່າງ ແລະ ພື້ນທີ່ທຳການຜະລິດກະສິກຳທີ່ເປັນລາຍໄດ້ຂອງປະຊາຊົນ. ສະນັ້ນ, ສປປ ລາວ ຈຶ່ງຈຳເປັນຕ້ອງປຶກສາຫາລືເຖິງບັນຫາດັ່ງກ່າວ ເພື່ອສ້າງ ແລະ ປັບປຸງພື້ນຖານໂຄງລ່າງໃຫ້ມີຄວາມທົນທານກວ່າເກົ່າ, ພ້ອມທັງວາງແຜນຮັບມືເພື່ອອະນາຄົດຂ້າງໜ້າ.

( ຂ່າວ: ກາວຊົ່ງ; ຮູບ: ວິລະສັກ )