ແຕ່ງຕັ້ງ ທ່ານ ຮສ. ພູວົງ ອຸ່ນຄຳແສນເປັນຜູ້ຮັກສາການ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

215

ໃນຕອນເຊົ້າຂອງວັນທີ 25 ຕຸລາ 2019 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີມອບ – ຮັບໜ້າທີ່ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່​ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຫ້ອງວ່າການສູນກາງພັກ, ກະຊວງພາຍໃນ, ວິທະຍາຄານສັນຕິບານປະຊາຊົນ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ສຳນັກງານນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະນໍາ ແລະ ພະນັກງານ, ຄູ – ອາຈານ ພາຍໃນ ສມປຊ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ນາງ ບຸດສະດີ ທະນະເມືອງ ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງພະນັກງານ ຈາກຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍແຕ່ງຕັ້ງ ທ່ານ ຮສ. ພູວົງ ອຸ່ນຄຳແສນ ເປັນຜູ້ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.