ສະຫຼອງ 15 ປີ ລາວເວີນ ແຈກບັດສວນນໍ້າ 15 ພັນໃບ ໃຫ້ນ້ອງນັກຮຽນ

143

ບໍລິສັດ ລາວເວີນ ມະຫາຊົນ ກຽມຈັດງານສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດ ຄົບຮອບ 15 ປີ ພ້ອມນໍາສະເໜີວິໄສທັດດຶງເອົາວັດທະນະທໍາທົ່ວປະເທດມາໄວ້ຈຸດດຽວ ຫວັງດຶງດູດການລົງທຶນ ແລະ ທ່ອງທ່ຽວ.

ວັນທີ 25 ຕຸລາ 2019 ໄດ້ຈັດພິທີຖະແຫຼງຂ່າວງານສະເຫຼີມສະຫຼອງ ຄົບຮອບ 15 ປີຂອງ ບໍລິສັດ ລາວເວີນ ມະຫາຊົນ ເຊິ່ງນຳສະເໜີໂດຍ ທ່ານ ສີບຸນທຳ ສີບຸນມີ ອຳນວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ, ມີບັນດາຜູ້ຕາງໜ້າສູນການຄ້າອ້ອມຂ້າງ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ສີບຸນທຳ ສີບຸນມີ ກ່າວວ່າ: ເພື່ອເປັນການສະແດງຜົນງານແຫ່ງການພັດທະນາເຕີບໃຫຍ່ຂະຫຍາຍຕົວຂອງ ບໍລິສັດ ລາວເວີນ ມະຫາຊົນ ໃນ 15 ປີຜ່ານມາ ນັບແຕ່ປີ 2004 ເປັນຕົ້ນມາ ຈຶ່ງໄດ້ສະເຫຼີມສະຫຼອງ ແລະ ມີສິນຄ້າສ່ວນຫຼຸດຫຼາຍຢ່າງ ກໍຄືນັບແຕ່ວັນທີ 1 ພະຈິກ ຫາ ວັນທີ 29 ທັນວາ 2019 ບັນດາສູນການຄ້າ ບໍລິສັດ ລາວເວີນ ມະຫາຊົນ ທຸກສາຂາ ເຊັ່ນ: ສູນການຄ້າ ລາວ – ໄອເຕັກ, ສູນການຄ້າໄອເຕັກມໍ, ສູນການຄ້າທົ່ງຂັນຄຳ, ສູນການຄ້າສະຫວັນ – ໄອເຕັກ ແລະ ສວນນ້ຳ ລ້ວນແຕ່ໄດ້ຈັດກິດຈະກຳງານວາງສະແດງ ແລະ ຂາຍຜະລິດຕະພັນໃໝ່ໆ ເພື່ອໃຫ້ມວນຊົນໄດ້ເຂົ້າສຳຜັດຊື້ເຄື່ອງອຸປະໂພກ – ບໍລິໂພກມາພ້ອມສິນຄ້າສ່ວນຫຼຸດຫຼາກຫຼາຍລາຍການ. ນອກນັ້ນ, ໃນທ້າຍເດືອນທັນວາສຳລັບພໍ່ຄ້າຊາວຂາຍທີ່ໄດ້ມາເຊົ່າຫ້ອງຂາຍແມ່ນມີສ່ວນຫຼຸດ 50% ສະເພາະສູນການຄ້າ ລາວ – ໄອເຕັກ, ສູນການຄ້າສະຫວັນ – ໄອເຕັກ ແລະ ສວນນ້ຳ ( ງານສຸດທ້າຍຂອງເດືອນທັນວາ 2019 ).

ນອກນັ້ນ, ສຳລັບລູກຄ້າທີ່ມາທ່ຽວຊົມທີ່ຊື້ສິນຄ້າພາຍໃນງານດັ່ງກ່າວ ມູນຄ່າ 1 ແສນກີບຂຶ້ນໄປ ແມ່ນໄດ້ຮັບບັດຊີງໂຊກຮ່ວມຫຼິ້ນກິດຈະກຳຈັບສະຫຼາກແຈກຂອງຂວັນລາງວັນລຸ້ນຮັບລົດໃຫຍ່, ລັດຈັກ, ສາຍຄໍຄຳ, ໂທລະພາບ, ເຄື່ອງຊັກຜ້າ ແລະ ເຄື່ອງໃຊ້ອຸປະກອນອື່ນໆຫຼາກຫຼາຍລາຍການ ຈຸດປະສົງແມ່ນສະແດງຜົນງານໄຊຊະນະການເຕີບໃຫຍ່ຂະຫຍາຍຕົວວິໄສທັດຂອງ ບໍລິສັດ ລາວເວີນ ມະຫາຊົນ ໃນ 15 ປີຜ່ານມາ ແລະ ສ້າງອຳນວຍຄວາມສະດວກໃຫ້ແກ່ບັນດາຫົວໜ່ວຍທຸລະກິດເຂົ້າວາງສະແດງຄ້າຂາຍຜະລິດຕະພັນ ເພື່ອສ້າງເງື່ອນໄຂໃຫ້ແຂກພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນບ້ານເຮົາ.

ທ່ານກ່າວຕື່ມວ່າ: ສໍາລັບການແຈກໂຊກລວມມູນຄ່າລາງວັນ 500 ລ້ານກີບ ພ້ອມດຽວກັນໃນໄລຍະບຸນພະທາດຫຼວງທີ່ຈະມາເຖິງນີ້ ຈະແຈກບັດເຂົ້າສວນນໍ້າສໍາລັບນ້ອງນັກຮຽນຊັ້ນປະຖົມ – ມັດທະຍົມທົ່ວນະຄອນຫຼວງວຽງຈັນ ຄາດວ່າຈະມີເຖິງ 15 ພັນບັດ.

ສ່ວນວິໄສທັດຂອງ ບໍລິສັດ ລາວເວີນ ຈະພັດທະນາສູນການຄ້າໄອເຕັກມໍ ຊັ້ນ 5 ທັງໝົດລວມເນື້ອທີ່ 11 ພັນຕາແມັດ ໃຫ້ເປັນສູນວັດທະນະທໍາ ໂດຍຈະນໍາເອົາວັດທະນະທໍາທຸກແຂວງໃນທົ່ວປະເທດມາໄວ້ໃນຈຸດດຽວ ເພື່ອເປັນບ່ອນສຶກສາ ແລະ ຮຽນຮູ້ວັດທະນະທໍາລາວ.

( ຂ່າວ: ພຸດຕີ້ – ຮູບ: ສອນໄຊ )