ບໍລິສັດແກ້ວມະນີ ພັດທະນາກະສິກຳ ຈົກເງິນ16ຕື້ກີບ ລົງທຶນລ້ຽງສັດເປັນສິນຄ້າຂາຍພາຍໃນ ແລະ ສົ່ງອອກ

248

ແຂວງ ອັດຕະປື ໄດ້ຈັດພິທີເຊັນສັນຍາກ່ຽວກັບການສຳປະທານເນື້ອທີ່ດິນ 50 ເຮັກຕາ ຢູ່ເຂດ ບ້ານ ສົມບູນ ເມືອງ ພູວົງ ແຂວງ ອັດຕະປື ກັບບໍລິສັດ ແກ້ວມະນີ ພັດທະນາກະສິກຳ ການຄ້າຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ເພື່ອການລົງທຶນລ້ຽງລັດປະເພດ ຄວາຍ, ງົວ, ແບ້, ໄກ່ດໍາ ແລະ ລ້ຽງປາສະຫວາຍ ເປັນສິນຄ້າຂາຍພາຍໃນ ແລະ ສົ່ງອອກຕ່າງປະເທດ.


ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2019 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກແຜນການ-ການລົງທຶນແຂວງ, ຮ່ວມລົງນາມເຊັນສັນຍາດັ່ງກ່າວ ລະຫວ່າງ ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າພະແນກການ-ການລົງທຶນແຂວງ ກັບທ່ານ ວັນຈ້ອງຕຸ້ຍ ຜູ້ອໍານວຍການ ບໍລິສັດ ແກ້ວມະນີ ພັດທະນາ ກະສິກຳ ການຄ້າຂາເຂົ້າ-ຂາອອກຈໍາກັດຜູ້ດຽວ. ເປັນກຽດເຂົ້າຮ່ວມເປັນສັນຂີພິຍານໃນຄັ້ງນີ້ ມີ ທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງອັດຕະປື ມີບັນດາຄະນະນໍາຂອງແຂວງ, ເມືອງພູວົງ, ບໍລິສັດສໍາປະທານ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ການເຊັນສັນຍາ ແມ່ນມີເປົ້າໝາຍໃນການສໍາປະທານເນື້ອທີ່ດິນ 50 ເຮັກຕາ ຢູ່ເຂດບ້ານສົມບູນ ເມືອງ ພູວົງ ແຂວງອັດຕະປື ເພື່ອການສ້ຽງສັດ ມີໄລຍະສໍາປະທານ 25 ປີ, ມີມູນຄ່າການລົງທຶນທັງໝົດ 16 ຕື້ກວ່າ ກີບ ເພື່ອເປັນການສົ່ງເສີມ, ການລົງທຶນພາຍໃນ ທັງເປັນການປະກອບສ່ວນໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວ ເຮັດງານທຳມີຄວາມໝັ້ນຄົງ ໃຫ້ແກ່ປະຊາຊົນໃນທ້ອງຖິ່ນມີການພັດໄທນາດີຂຶ້ນ.

ໂດຍ: ສາຍນ້ຳ