ຫຼວງພະບາງກຽມສະເໜີ ວັດຊຽງທອງເຂົ້າຮັບລາງວັນການທ່ອງທ່ຽວແບບຍືນຍົງຂອງອາຊຽນ

419

ວັດຊຽງທອງ ໄຊຍະໂຣຫະຣາມາທິບໍດີມະຫາວິຫາຣ ສ້າງຕັ້ງຂຶ້ນໃນ ປີ ຄສ 1560, ສ້າງໂດຍ ເຈົ້າໄຊຍະເສດຖາຣາຊ. ຕັ້ງຢູ່ໃກ້ແຄມແມ່ນ້ຳຂອງ ເປັນສະຖານທີປັດຕະຍະກັມລາວລັານຊ້າງ ທີ່ມີຄວາມງົດງາມແຫ່ງໜຶ່ງໃນເມືອງລາວເຮົາ ຫລືໃນໂລກເຮົານີ້ກໍ່ວ່າໄດ້ ສະນັ້ນ ເມື່ອທຸກຄົນໄດ້ໄປຫຼວງພະບາງຈິ່ງຕ້ອງແວ່ໄປວັດຊຽງທອງ.

ດ້ວຍຄວາມເກົ່າແກ່ຂອງປູສະນິຍະສະຖານໃນວັດຊຽງທອງ, ໃນວັນທີ 22 ຕຸລາ 2019 ນີ້ ທີ່ໂຮງແຮມມະໂນລັກ ນະຄອນ ຫຼວງພະບາງ ໄດ້ຈັດກອງປະຊຸມການກະກຽມສະເໜີ ຮັບລາງວັນການທ່ອງທ່ຽວແບບຍືນຍົງຂອງອາຊຽນ ໂດຍເປັນປະທານຮ່ວມຂອງ ທ່ານ ນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພະບາງ ແລະທ່ານ ນາງ ພອນມາລີ ອີນທະພູມ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ມີຄະນະກຳມະການກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.

ທ່ານ ນາງ ສຸດາພອນ ຄົມທະວົງ ມີຄຳເຫັນວ່າ: ການປະເມີນມາດຕະຖານລາງວັນການທ່ອງທ່ຽວແບບຍືນຍົງ ຄັ້ງນີ້ ເປັນວຽກງານ ສຳຄັນທີ່ທຸກພາກສ່ວນຈະຕ້ອງຮ່ວມກັນປະເມີນ ເພື່ອນຳສະເໜີລາຍຊື່ວັດຊຽງທອງເຂົ້າຮັບລາງວັນ ໃນປີ 2020 ທີ່ຈະມາເຖີງ, ເຊີ່ງຜ່ານມາຫຼວງພະບາງ ໄດ້ນຳສະເໜີແຫຼ່ງທ່ອງທ່ຽວພູສີ ເຂົ້າຮັບລາງວັນ ແລະໄດ້ຮັບຜົນສຳເລັດໃນປີຜ່ານມາ, ສຳລັບຄັ້ງນີ້ ທຸກພາກສ່ວນ ຈະຕ້ອງພ້ອມກັນຄົ້ນຄວ້າຮ່ວມກັນໃຫ້ລະອຽດ ກ່ຽວກັບມາດຖານເງື່ອນໄຂ ເພື່ອເຮັດໃຫ້ວັດຊຽງທອງໄດ້ຮັບລາງວັນການທ່ອງທ່ຽວແບບຢືນຍົງ ເປັນແຫ່ງທີ່ 2 ຂອງແຂວງ ຖັດຈາກແຫຼ່ງທ່ອງທ່ຽວພູສີ.

ວາລະກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງການນຳຳສະເໜີມາດຖານລວມ ຂອງລາງວັນການທ່ອງທ່ຽວແບບຍືນຍົງ ແລະມາດຖານເງື່ອນໄຂສະເພາະຂອງຜູ້ມີສ່ວນຮ່ວມ ນັບທັງພາກລັດ ແລະຜູ້ປະກອບການທຸລະກິດ.

ຂ່າວ: ອາພຸດເດດ ບຸບຜາ

Photo Credit: ວັດຊຽງທອງ