ຮູ້ໄວ້ໄດ້ປະໂຫຍດ! ສັບພະຄຸນດີໆຈາກໝາກຕ້ອງ

355

ໝາກຕ້ອງ ມີລັກສະນະຂອງມັນຈະກົມແບນ ເປືອກມີຂົນນ້ອຍໆ ອ່ອນໆ ສ່ວນນວນໜາມີຢາງສີຂາວ ໝາກສຸກຈະມີສີເຫຼືອງນວນ ແລະ ນວນຂອງມັນຈະເປັນສີຂາວຄືກັບ ຍອງຝ້າຍ. ເປັນໝາກໄມ້ທີ່ອຸດົມໄປດ້ວຍວິຕາມິນ ທີ່ໃຫ້ປະໂຫຍດຕໍ່ຮ່າງກາຍ ແລະ ຍັງມີສັບພະຄຸມທາງຢາໃນການຮັກສາພະຍາດໄດ້ອີກດ້ວຍ ມາເບິ່ງນຳກັນເລີຍວ່າສັບພະຄຸນດີຫຍັງແດ່!!!

ສ້າງເສີມລະບົບພູມິຄຸ້ມກັນ: ໝາກຕ້ອງ 100 ກຣາມມີໄຟເບີເຖິງ 1.26 ກຣາມ ທຽບເປັນ 8.4% ຂອງປະລິມານທີ່ຮ່າງກາຍຄວນໄດ້ຮັບຕໍ່ມື້ ເຊິ່ງໄຟເບີຈະຊ່ວຍໃຫ້ຮ່າງກາຍສາມາດສ້າງໂປຼຣໄບໂອຕິກໄດ້ຫຼາຍຂຶ້ນ ແລະ ແບັກທີເຣຍຊະນິດນີ້ມີສ່ວນສຳຄັນໃນການສ້າງເສີມລະບົບພູມຄຸ້ມກັນ
ປ້ອງກັນແຂ້ວແມງ: ເພາະການກິນໝາກຕ້ອງຈະຊ່ວຍເພີ່ມການຫຼັ່ງຂອງນ້ຳລາຍ ເຊິ່ງນ້ຳລາຍນີ້ແຫຼະມີລິດໃນການຢັບຢັ້ງເຊື້ອແບັກທີເຣຍທີ່ຢູ່ໃນຊ່ອງປາກ ແລະ ກຳຈັດເຊື້ອແບັກທີເຣຍຕ່າງໆ

ຫຼຸດລະດັບຄໍເລສເຕີຣໍ: ໝາກຕ້ອງເປັນແຫຼ່ງທີ່ອຸດົມດ້ວຍໄຟເບີຊະນິດລະລາຍນ້ຳໄດ້ ເຊິ່ງເປັນປະໂຫຍດຕໍ່ຜູ້ທີ່ມີລະດັບຄໍເລສເຕີຣໍສູງ ເນື່ອງຈາກໄຟເບີຊະນິດນີ້ຈະເຂົ້າໄປຫຼຸດລະດັບໄຂມັນໃນເສັ້ນເລືອດ ອີກທັງເພກຕິນທີ່ຢູ່ໃນໝາກຕ້ອງກໍຍັງຄອຍຖ້າຊ່ວຍດັກຈັບຄໍເລສເຕີຣໍ ເຮັດໃຫ້ລະດັບຄໍເລສເຕີຣໍຫຼຸດລົງ

ແກ້ຖອກທ້ອງ: ເຖິງວ່າການກິນໄຟເບີຫຼາຍເກີນໄປຈະກະຕຸ້ນໃຫ້ລະບົບຂັບຖ່າຍເຮັດວຽກໜັກ ຈົນອາດກາຍເປັນອາການຖອກທ້ອງ ແຕ່ສຳລັບຄົນທີ່ຖອກທ້ອງແລ້ວ ໝາກຕ້ອງຊ່ວຍໄດ້ ໂດຍສະເພາະຮາກຂອງໝາກຕ້ອງ ຫາກນຳມາຕົ້ມນ້ຳດື່ມຈະຊ່ວຍແກ້ອາການຖອກທ້ອງ ແລະ ບິດໄດ້

ອຸດົມດ້ວຍວິຕາມິນ: ໝາກຕ້ອງເປັນໝາກໄມ້ທີ່ອຸດົມໄປດ້ວຍວິຕາມິນບີ ແລະ ຊີ ເຊິ່ງຈະຊ່ວຍຮັກສາ ເລືອດອອກຕາມແຂ້ວໄດ້ ລວມທັງສານຕ້ານອະນຸມູນອິດສະຫຼະທີ່ຢູ່ໃນໝາກຕ້ອງ ຍັງຊ່ວຍປ້ອງກັນພະ ຍາດຫົວໃຈ ພະຍາດຫຼອດເລືອດສະໝອງ ແລະ ພະຍາດອັນໄຊເມີ ນອກຈາກນີ້ວິຕາມິນບີໃນໝາກ ຕ້ອງກໍຍັງມີສ່ວນໃນການກະຕຸ້ນການເຜົາຜານຂອງຮ່າງກາຍ ຊ່ວຍເຮັດໃຫ້ອາລົມດີຂຶ້ນ

ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດ: ສຳລັບຜູ້ປ່ວຍເບົາຫວານ ໝາກຕ້ອງຄືໝາກໄມ້ສຸດຍອດທີ່ບໍ່ຄວນພາດ ເພາະໄຟເບີໃນໝາກຕ້ອງຍັງເຂົ້າໄປຊ່ວຍຊະລໍການເຮັດວຽກງານຂອງລະບົບຍ່ອຍອາຫານ ເຮັດໃຫ້ນ້ຳຕານທີ່ມາຈາກອາຫານຖືກຍ່ອຍເປັນກູໂຄສຊ້າລົງ ແລະ ຢັບຢັ້ງບໍ່ໃຫ້ນ້ຳຕານໃນເລືອດສູງຂຶ້ນ

ປ້ອງກັນພະຍາດມະເຮັງລຳໄສ້: ດ້ວຍປະລິມານໄຟເບີທີ່ສູງຂອງໝາກຕ້ອງ ຈຶ່ງເຮັດໃຫ້ໝາກຕ້ອງກາຍເປັນອາຫານອີກຊະນິດໜຶ່ງ ທີ່ສາມາດຊ່ວຍປ້ອງກັນການເກີດມະເຮັງລຳໄສ້ໄດ້ ເພາະໄຟເບີໃນໝາກຕ້ອງນັ້ນຈະເຂົ້າໄປກະຕຸ້ນການເຮັດວຽກຂອງລະບົບຂັບຖ່າຍ ເຮັດໃຫ້ລຳໄສ້ເຮັດວຽກໄດ້ຢ່າງມີປະສິດທິພາບ