ທົບທວນ 50 ປີ ສາຍພົວພັນການຮ່ວມມື ລາວ-ຮົງກາຣີ

114

ໃນໂອກາດ ທີ່ທ່ານ ຢາໂນສ ອາແດຣ ປະທານາທິບໍດີແຫ່ງ ສາທາລະນະລັດ ຮົງກາຣີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງປະຫວັດສາດ. ຫຼັງຈາກສຳເລັດພິທີຕ້ອນຮັບຢ່າງເປັນທາງການ ທີ່ທຳນຽບປະທານປະເທດແລ້ວ ກໍ່ໄດ້ມີພິທີພົບປະກັນລະຫວ່າງ 2 ຝ່າຍ ເຊິ່ງລັດຖະບານທັງສອງ ໄດ້ຕີລາຄາສູງຕໍ່ສາຍພົວພັນການຮ່ວມມືກັນຕະຫຼອດໄລຍະ 50 ປີ ທີ່ໄດ້ສ້າງສາຍພົວພັນການທູດຮ່ວມກັນ.

ຕະຫຼອດໄລຍະ 50 ປີ ແຫ່ງການສ້າງພົວພັນການທູດ ນັບແຕ່ເດືອນກັນຍາ ປີ 1962 ເປັນຕົ້ນມາ ທັງສອງປະເທດໄດ້ເສີມຂະຫຍາຍການພົວພັນຢ່າງບໍ່ຢຸດຢັ້ງ ແລະ ຂະຫຍາຍກວ້າງອອກໃນຫຼາຍດ້ານ ເຊິ່ງສະແດງອອກໃນການພົວພັນທາງດ້ານການເມືອງ ລະຫວ່າງສອງປະເທດ ສືບຕໍ່ໜັກແໜ້ນ, ມີການແລກປ່ຽນຄະນະຜູ້ແທນໃນຫຼາຍລະດັບ ນັບແຕ່ການນໍາລັດຖະບານລົງຮອດຂັ້ນວິຊາການ ເພື່ອແລກປ່ຽນຄໍາຄິດເຫັນ ແລະ ຖອດຖອນບົດຮຽນນໍາກັນ ແລະ ຮັດແໜ້ນຄວາມສາມັກຄີທີ່ມີມູນເຊື້ອ ລະຫວ່າງສອງປະເທດ. ສອງຝ່າຍ ມີຄວາມເຂົ້າອົກເຂົ້າໃຈອັນເລິກເຊິ່ງ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ນອກຈາກນີ້, ລັດຖະບານລາວ ໄດ້ຕີລາຄາສູງ ຕໍ່ລັດຖະບານ ຮົງກາຣີ ທີ່ໄດ້ສືບຕໍ່ຊ່ວຍເຫຼືອດ້ານວິຊາການໃນຂະແໜງກະສິກຳ, ການສຶກສາ, ລວມທັງໃຫ້ເງິນກູ້ຢືມທີ່ບໍ່ມີດອກເບ້ຍ. ໃນນັ້ນ, ຮົງກາຣີ ກໍ່ໄດ້ສືບຕໍ່ໃຫ້ທຶນການສຶກສາແກ່ ສປປ ລາວ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ເພີ່ມຂຶ້ນ. ປັດຈຸບັນມີນັກສຶກສາລາວຮຽນຢູ່ ຮົງກາຣີ ຈໍານວນທັງໝົດ 185 ຄົນ.
ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືທິດທາງເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະແມ່ນ ການຮ່ວມມືດ້ານການເມືອງ, ການທູດ, ກະສິກຳ, ການສຶກສາ, ການຄ້າ-ການລົງທຶນ, ການເງິນ, ວິທະຍາສາດ-ເຕັກໂນໂລຊີ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງການຄຸ້ມຄອງນໍ້າແບບຍືນຍົງ ແລະ ຂະແໜງການອື່ນໆ ທີ່ທັງສອງຝ່າຍມີທ່າແຮງ, ພ້ອມທັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ.

ໃນໂອກາດດຽວກັນນີ້, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ຮົງກາຣີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະ ໃນປີ 2018, ລັດຖະບານຮົງກາຣີ ໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ ສປປ ລາວ ໂດຍສະໜອງ ແລະ ຕິດຕັ້ງເຄື່ອງຕອງນໍ້າສະອາດຈໍານວນໜຶ່ງ ໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດທໍາມະຊາດອັນຮ້າຍແຮງ ແລະ ບໍ່ເຄີຍມີມາກ່ອນ ຢູ່ແຂວງອັດຕະປື ກໍ່ຄືການສະແດງຄວາມເສຍໃຈ ແລະ ເຫັນໃຈຕໍ່ປະຊາຊົນໃນບັນດາແຂວງພາກໃຕ້ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພອັນຮ້າຍແຮງ ເມື່ອບໍ່ດົນມານີ້ ແລະ ຄໍາສະເໜີອັນມີມະນຸດສະທໍາ ແລະ ເອື້ອເຟື້ອເພື່ອແຜ່ຂອງລັດຖະບານ ຮົງກາຣີ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອບັນເທົາທຸກແກ່ປະຊາຊົນລາວ ໃນແຂວງດັ່ງກ່າວ.

ຈາກນັ້ນ, ທ່ານ ຢາໂນສ ອາແດຣ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ທີ່ໄດ້ຮັບການເສີມຂະຫຍາຍໃນຫຼາຍດ້ານໃນໄລຍະ 50 ກວ່າປີຜ່ານມາເປັນຕົ້ນ: ທາງດ້ານການ ເມືອງ, ການທູດ, ການພົບປະແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງທັງສອງຝ່າຍ, ການຮ່ວມມື ດ້ານກະສິກຳ, ການສຶກສາ ແລະ ເງິນກູ້ບໍ່ມີດອກເບ້ຍ (Tied Aid Credit) ສຳລັບ 3 ໄລຍະ ມູນຄ່າ 198,6 ລ້ານໂດລາສະຫະລັດ ສໍາລັບ ໂຄງການກະສິກຳ, ໂຄງການບໍາບັດນໍ້າເປື້ອນແບບລວມສູນ ຢູ່ນະຄອນຫຼວງວຽງຈັນ ແລະ ໂຄງການຄຸ້ມຄອງປະຊາກອນແບບທັນສະໄໝ, ເຊິ່ງມີຄວາມສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານຮົງກາຣີ ຈະສືບຕໍ່ພິຈາລະນາການສະໜັບສະໜູນທາງດ້ານເງິນກູ້ ໄລຍະ 4 ສໍາລັບ ໂຄງການກໍ່ສ້າງໂຮງໝໍແຂວງໄຊຍະບູລີ ຂອງກະຊວງສາທາລະນະສຸກ ແລະ ໂຄງການວຽກງານສະຖິຕິແຫ່ງຊາດ ຂອງກະຊວງແຜນການ ແລະ ການລົງທຶນ.

ຊຸກຍູ້ການຮ່ວມມືເພື່ອສົ່ງເສີມ SME, MSME ໃນ ສປປ ລາວ, ເຊິ່ງເຫັນວ່າ ຮົງກາຣີ ມີປະສົບການ ແລະ ປະສົບຜົນສໍາເລັດໃນຂະແໜງການດັ່ງກ່າວ. ຫຼັງຈາກນັ້ນ, ທ່ານ ຢາໂນສ ອາແດຣ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ພະນະທ່ານ ນາງ ປານີ ຢ່າທໍ່ຕູ້, ປະທານສະພາແຫ່ງຊາດ, ທີ່ ສະພາແຫ່ງຊາດ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດລາວ-ຮົງກາຣີ ໃຫ້ກ້າວຂຶ້ນສູ່ລະດັບໃໝ່.
ນອກຈາກເຄື່ອນໄຫວພົບປະກັບການນໍາຂັ້ນສູງຂອງ ສປປ ລາວ ແລ້ວ, ທ່ານປະທານາທິບໍດີ ຢາໂນສ ອາແດຣ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມພິທີວາງພວງມະລາ ທີ່ ອານຸສາວະລີນັກຮົບນິລະນາມ ແລະ ໄປຢ້ຽມຢາມຟາມເພາະພັນປານໍ້າຫຸມ, ເຊິ່ງເປັນໜຶ່ງໃນບັນດາໂຄງການຮ່ວມມື ລາວ-ຮົງກາຣີ, ພົບປະກັບສະມາຄົມມິດຕະພາບ ລາວ-ຮົງກາຣີ ແລະ ອະດີດນັກສຶກສາລາວ ທີ່ຮຽນຈົບມາຈາກ ຮົງກາຣີ ແລະ ໄດ້ທ່ຽວຊົມສະຖານທີ່ປະຫວັດສາດ ແລະ ວັດທະນະທຳຈຳນວນໜຶ່ງ ທີ່ ນະຄອນຫລວງວຽງຈັນ ແລະ ໄດ້ເດີນທາງໄປຢ້ຽມຢາມແຂວງຫຼວງພະບາງ ຕື່ມອີກ.

ການຢ້ຽມຢາມຄັ້ງນີ້ ເປັນຄັ້ງປະຫວັດສາດຂອງຜູ້ນຳຂັ້ນສູງສຸດຂອງ ຮົງກາຣີ ແລະ ໄດ້ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ເຕັມໄປດ້ວຍໄມຕີຈິດ-ມິດຕະພາບ ແລະ ໄດ້ຮັບຜົນສໍາຢ່າງຈົບງາມ ເຊິ່ງໄດ້ເປັນນິມິດໝາຍອັນສຳຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ລາວ-ຮົງກາຣີ ໃຫ້ໜັກແໜ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.