ວິທີຫຼຸດນ້ຳໜັກຄືຫ້າມອົດອາຫານ

258
ການຫຼຸດນ້ຳໜັກແມ່ນຄວນບໍລິໂພກອາຫານໃຫ້ຄົບທັງ 3 ຄາບ ແລະ ບໍ່ຄວນອົດອາຫານ ເພາະຈະນຳໄປສູ່ການບໍລິໂພກອາຫານເພີ່ມຫຼາຍຂຶ້ນ ຫຼາຍຄົນມັກຄິດວ່າການອົດອາຫານຈະຊ່ວຍຫຼຸດນ້ຳໜັກໄດ້, ແຕ່ການອົດອາຫານອາດຈະເພີ່ມປະລິມານໃນການກິນອາຫານໃນຄາບຕໍ່ໄປຫຼາຍຂຶ້ນນຳ. ສິ່ງທີ່ຄວນປະຕິດບັດ: ຄວນກິນເຂົ້າເຊົ້າ: ເນັ້ນການກິນອາຫານເຊົ້າທີ່ມີປະໂຫຍດ ແລະ ໃຫ້ຄຸນຄ່າຄົບຖ້ວນ ເພາະຈະຊ່ວຍປັບໃຫ້ການເຮັດວຽກຂອງຮ່າງກາຍເປັນລະບົບລະບຽບ, ຊ່ວຍໃຫ້ບໍ່ຮູ້ສຶກຢາກຕະຫຼອດ ເພາະໄດ້ຮັບພະລັງງານ ແລະ ສານອາຫານທີ່ພຽງພໍ.
ຄວນປັບພຶດຕິກຳການກິນຄືນໃໝ່: ສິ່ງທີ່ສຳຄັນກ່ຽວກັບການປັບປ່ຽນພຶດຕິກຳທີ່ດີທີ່ສຸດກໍຄືເມື່ອເຖິງເວລາກິນກໍຕ້ອງກິນເຖິງບໍ່ຢາກກໍຄວນກິນ ເພື່ອຫຼີກລຽງນິດໄສກິນຈຸບຈິບ, ເວລາເຮັດວຽກບໍ່ຄວນນຳອາຫານ ຫຼື ເຂົ້າໜົມຕັ້ງໄວ້ໃກ້ມື ເພາະການເຫັນຂອງກິນກໍສາມາດເປັນໂຕກະຕຸ້ນໃຫ້ເກີດຄວາມຢາກອາຫານໄດ້ເຊັ່ນກັນ.
ສິ່ງທີ່ບໍ່ຄວນປະຕິບັດ: ບໍ່ຄວນອົດກິນອາຫານທຸກຄາບ: ຫຼາຍຄົນທີ່ບໍ່ກິນອາຫານມັກເຮັດໃຫ້ເວລາຢາກຍິ່ງເຮັດໃຫ້ກິນຫຼາຍຂຶ້ນ ວິທີທີ່ເໝາະສົມຄືເຖິງເວລາທີ່ຕ້ອງກິນກໍກິນບໍ່ສະນັ້ນຮ່າງກາຍຈະມີການກະຕຸ້ນໃຫ້ຢາກອາຫານຫຼາຍຂຶ້ນ ເມື່ອກິນແລ້ວຈະເຮັດໃຫ້ກິນເກີນປະລິມານທີ່ຮ່າງກາຍຕ້ອງການ ເພາະສະນັ້ນໃນຕອນເຊົ້າ, ສວຍ ຫຼື ແລງ ເມື່ອຮອດເວລາກິນກໍຄວນກິນທັນທີ ແຕ່ຕ້ອງກິນໃນປະລິມານທີ່ເໝາະສົມ ແລະ ຄວນເລືອກກິນອາຫານທີ່ໃຫ້ພະລັງງານຫຼາຍ ຫຼື ຢູ່ທ້ອງໄດ້ເປັນເວລາດົນ.
ບໍ່ຄວນປ່ອຍຕົວເອງຫິວເກີນໄປ: ການປ່ອຍໃຫ້ຕົວເອງຫິວເກີນໄປຈະຍິ່ງກິນຫຼາຍ ເຊິ່ງກ່ອນນອນ 4 ຊົ່ວໂມງ ແມ່ນບໍ່ຄວນກິນອາຫານແລ້ວດື່ມນ້ຳທຳມະດາ ຫຼື ນົມອຸ່ນໆຮອງທ້ອງແທນກໍຈະດີກວ່າ. ເມື່ອມີການປັບພຶດຕິກຳການກິນໃຫ້ດີຂຶ້ນແລ້ວທີ່ເຫຼືອຄືການໝັ່ນອອກກຳລັງກາຍຢ່າງສະໝໍ່າສະເໝີ ໃຫ້ຮ່າງກາຍເຜົາຜານພະລັງງານໃນແຕ່ລະມື້ໄດ້ໝົດ, ກິນຜັກ ຫຼື ໝາກໄມ້ເປັນຫຼັກ, ບໍ່ຄວນກິນອາຫານທີ່ມີໄຂມັນຫຼາຍ ຫຼື ປະເພດແປ້ງ.
ຂໍ້ມູນຈາກ: health.ka pook.com, ຮຽບຮຽງ: ນຸ້ມນິ້ມ