ສະຫຼັດເຕົ້າຮູ້ຊ໋ອດໝາກຂາມ

106

ມື້ນີ້ຈະເປັນລາຍການອາຫານເບົາໆທີ່ເໝາະສໍາລັບຜູ້ທີ່ກໍາລັງຄວບຄຸມນໍ້າໜັກ ໂດຍນໍ້າສະຫຼັດແມ່ນເຮັດຈາກໝາກຂາມ ເພາະໝາກຂາມຖືໄດ້ວ່າເປັນຢາລະບາຍ, ແກ້ອາການຍື່ງທ້ອງ, ແກ້ໄອ ແລະ ຍັງແກ້ຫວັດໄດ້ດີ.

ສ່ວນປະສົມ:ເຕົ້າຮູ້ແຂງ 4 ປ່ຽງໃຫຍ່ ຫຼື ຈະໃຊ້ເຕົ້າຮູ້ໄຂ່ກໍໄດ້ເຊັ່ນກັນ, ເມັດໝາກມ່ວງຫິມະພານ 1 ກໍາມື, ນ້ຳໝາກຂາມປຽກ 4 ບ່ວງແກງ, ນ້ຳສະອິວ 2 ບ່ວງແກງ, ນ້ຳຕານ 2 ບ່ວງແກງ, ນ້ຳມັນງາ 2 ບ່ວງແກງ, ເມັດໝາກງາສໍາລັບໂຮຍໜ້າ, ຜັກສະຫຼັດ, ຫົວກະຣົດຂູດ, ຕົ້ນອ່ອນດອກຕາເວັນ, ໝາກເຫຼ່ນ ຫຼື ໝາກແຕງສາມາດເລືອກໃຊ້ຜັກຊະນິດຕ່າງໆໄດ້ຕາມໃຈມັກ.

ວິທີປຸງແຕ່ງ: ນໍາຜັກທີ່ຈະໃຊ້ມາລ້າງໃຫ້ສະອາດປະໄວ້ໃຫ້ສະເດັດນໍ້າກຽມໄວ້ ແລ້ວປຸງນໍ້າສະຫຼັດໂດຍໃຊ້ໄຟອ່ອນໆຄ້ຽວນ້ຳໝາກຂາມ, ນ້ຳຕານ ແລະ ນ້ຳສະອິວຈົນໜຽວ ຈຶ່ງໃສ່ນ້ຳມັນງາລົງໄປພໍມີກິ່ນຫອມປະໄວ້ໃຫ້ເຢັນກໍເປັນອັນວ່າຮຽບຮ້ອຍ.

ຈາກນັ້ນ, ເອົາເຕົ້າຮູ້ໄປຕົ້ມຄືນອີກເທື່ອໜຶ່ງຈຶ່ງເອົາຂຶ້ນຊອຍເປັນຕ່ອນພໍດີຄໍາ ແລະ ຈັດຜັກໃສ່ຈານຕາມໃຈມັກ ໃສ່ເຕົ້າຮູ້ລາດດ້ວຍນໍ້າສະຫຼັດນໍ້າໝາກຂາມ ແລ້ວໂຮຍໜ້າດ້ວຍເມັດງາ ແລະ ເມັດໝາກມ່ວງຫິມະພານເທົ່ານີ້ກໍພ້ອມເສີມ.

ຂໍ້ມູນຈາກ: health.mthai.com, ຮຽບຮຽງ: ນຸ້ມນິ້ມ