ການປູກຜັກກະລໍ່າດອກແບບກະສິກໍາທີ່ດີ

144

ຜັກກະລໍ່າຂາວມີຫຼາຍຊະນິດ, ແຕ່ຊະນິດທີ່ຊາວກະສິກອນນິຍົມປູກໃນບ້ານເຮົາສ່ວນຫຼາຍ ແມ່ນກະລໍ່າຂາວຕະກຸນ Brassicacea ທີ່ເປັນດອກ ເຊິ່ງໍມີຖິ່ນກໍາເນີດຢູ່ແຖບຊາຍຝັ່ງເມດີແຕຣານຽນ ຕາເວັນອອກ ທີ່ສາມາດຈະເລີນເຕີບໂຕໄດ້ໃນດິນເກືອບທຸກຊະນິດ ແຕ່ດິນທີ່ເໝາະສົມທີ່ສຸດແມ່ນດິນໜຽວ, ເປັນດິນທີ່ອູ້ມນໍ້າໄດ້ດີ, ມີອິນຊີວັດຖຸໃນດິນຫຼາຍ, ເປັນດິນລະບາຍນໍ້າ ແລະ ອາກາດໄດ້ດີ ຈຶ່ງສາມາດປູກໄດ້ຜົນດີທີ່ສຸດ. ສໍາລັບຄວາມຮູ້ກະສິກໍາມື້ນີ້ ຜູ້ຂຽນຈະນໍາເອົາວິທີການປູກກະລໍ່າດອກຕາມແບບກະສິກໍາທີ່ດີ ມາໃຫ້ທ່ານຜູ້ອ່ານໄດ້ລອງນໍາໄປປະຕິບັດນໍາກັນ.

ການກຽມດິນ: ໃຫ້ຂຸດ ຫຼື ໄຖ ດິນປະມານ 1,2 ແມັດ ຍາວຕາມຄວາມເໝາະສົມເລິກປະມານ 15 – 20 ຊັງຕີແມັດ ຕາກດິນໄວ້ 5 – 7 ວັນ ຄວນໃສ່ຝຸ່ນບົ່ມ 1,5 – 2 ກິໂລຕໍ່ຕາແມັດ ຄາດ ຫຼື ໄຖດິນໃຫ້ລະອຽດດີ ຖ້າດິນເປັນກົດ – ດ່າງ ຄວນໃສ່ປູນຂາວ 0,1 – 0,2 ກິໂລຕໍ່ຕາແມັດ ເພື່ອປັບສະພາບຄວາມເປັນກົດໃຫ້ເໝາະສົມ ແລ້ວເຮັດເປັນໜານປູກ.

ການກຽມກ້າເບ້ຍ ແລະ ປູກ: ນໍາເມັດພັນມາແຊ່ນໍ້າອຸ່ນ 35 – 40 ອົງສາ ປະມານ 5 ນາທີ ແລ້ວນໍາໄປບົ່ມໄວ້ 1 ຄືນ ແລ້ວຫວ່ານໃສ່ໜານທີ່ກຽມໄວ້ໃຫ້ເໝາະສົມ; ຫຼັງຈາກກ້າແກ່ນໄດ້ 25 – 30 ວັນ ຈະມີໃບແທ້ 3 – 4 ໃບ ຄວາມສູງ ປະມານ 10 – 15 ຊັງຕີແມັດ ແລ້ວນໍາໄປປູກໃສ່ໜານ ໂດຍໄລຍະຫ່າງຂອງແຕ່ລະດອກ ປະມານ 40 – 60 ຊັງຕີແມັດ ຂຶ້ນກັບແຕ່ລະແນວພັນ ຫຼັງຈາກນັ້ນປົກຄຸມດ້ວຍເຟືອງ.

ສ່ວນການໃຫ້ນໍ້າ ແລະ ບົວລະບັດຮັກສາ ແມ່ນເຮັດປົກກະຕິຄືກັບພືດຜັກຊະນິດທົ່ວໄປ ໂດຍໃຫ້ນໍ້າມື້ລະ 2 ຄັ້ງ ເຊົ້າ – ແລງຢ່າງສະໝໍ່າສະເໝີ, ພ້ອມໃສ່ຝຸ່ນຄອກຕາມອັດຕາເໝາະສົມ.

ໄລຍະເວລາເກັບກ່ຽວ: ຕ້ອງນັບຈຳນວນວັນທີ່ສັງເກດເຫັນດອກພົ້ນອອກມາທີ່ຍອດ ປະມານ 7 ວັນ, ຖ້າອາກາດຮ້ອນແມ່ນເລັ່ງເກັບກ່ຽວ ປະມານ 3 – 4 ວັນ ແລະ ຫາກອາກາດໜາວເຢັນ ອາດຈະເກັບກ່ຽວຊ້າລົງ ປະມານ 7 – 14 ວັນ ກໍໄດ້.

[ ໂດຍ: ກາວຊົ່ງ ]

( ຂໍ້ມູນຈາກ ສູນພັດທະນາກະສິກຳສະອາດ )