ຢູນີເທວ ສະຫຼອງຄົບຮອບ 10 ປີ ແຫ່ງການດຳເນີນທຸລະກິດດ້ານໂທລະຄົມ ໃນ ສປປ ລາວ

172

ບໍລິສັດ ສະຕາໂທລະຄົມ ຈຳກັດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ເນື່ອງໃນໂອກາດວັນປະກາດໃຊ້ເຄື່ອງໝາຍການຄ້າ “ UNITEL ” ຄົບຮອບ 10 ປີ ແຫ່ງການດຳເນີນທຸລະກິດຢ່າງເປັນທາງການດ້ານໂທລະຄົມໃນ ສປປ ລາວ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2019 ທີ່ບໍລິສັດ ສະຕາໂທລະຄົມ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫວຽນ ບາ ຮຸ່ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ພ້ອມດ້ວຍແຂກການນຳຂອງ ສປປ ລາວ ແລະ ຫວຽດນາມ ເຂົ້າຮ່ວມ.

ທ່ານ ລີວ ແມ້ງ ຮ່າ ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຈຳກັດ ກ່າວວ່າ: ຕະຫຼອດ 10 ປີ ແຫ່ງການດຳເນີນທຸລະກິດດ້ານໂທລະຄົມມະນາຄົມຢູ່ ສປປ ລາວ, ບໍລິສັດ ສະຕາ ໂທລະຄົມ ໄດ້ເປັນສ່ວນໜຶ່ງໃນການສົ່ງເສີມ ແລະ ພັດທະນາເສດຖະກິດ – ສັງຄົມ ເຮັດໃຫ້ວຽກງານໂທລະຄົມມະນາຄົມ ແລະ ການສື່ສານໄດ້ມີການຂະຫຍາຍຕົວຢ່າງກ້າວກະໂດດ, ປະຊາຊົນໃນຂອບເຂດທົ່ວປະເທດໄດ້ເຂົ້າເຖິງລະບົບໂທລະຄົມມະນາຄົມ ແລະ ການສື່ສານໄດ້ຢ່າງທົ່ວເຖິງ ເຮັດໃຫ້ໄລຍະເສັ້ນທາງໃນການພົວພັນລະຫວ່າງແຂວງກັບເມືອງ ແລະ ເຂດຫ່າງໄກສອກຫຼີກໄດ້ຍັບເຂົ້າໃກ້ກັນຫຼາຍຂຶ້ນ.

ປັດຈຸບັນ ບໍລິສັດ ສະຕາໂທລະຄົມ ຈຳກັດ ເອີ້ນໄດ້ວ່າ ແມ່ນບໍລິສັດໂທລະຄົມມະນາຄົມ ອັນດັບ 1 ໃນ ສປປ ລາວ ທີ່ມີພື້ນຖານໂຄງລ່າງລະບົບສົ່ງສັນຍານມືຖືທີ່ໃຫຍ່ທີ່ສຸດ ແລະ ກວ້າງຂວາງທີ່ສຸດ ປະກອບມີ 8.000 ສູນສະຖານີສົ່ງສັນຍານທີ່ນຳໃຊ້ລະບົບເຕັກໂນໂລຊີອິນເຕີເນັດ 2G, 3G, 4F, 4,5G, ສະໜອງລະບົບສົ່ງສາຍແກ້ວໃຍແສງແຕ່ພາກເໜືອຮອດພາກໃຕ້ຂອງລາວ ມີ ຄວາມຍາວເຖິງ 30.000 ກິໂລແມັດ ທີ່ປົກຄຸມເຂດຫ່າງໄກສອກຫຼີກ.

ມີລູກຄ້ານຳໃຊ້ເລກໝາຍຫຼາຍກວ່າ 3 ລ້ານເລກໝາຍ ກວມເອົາ 56% ຂອງສ່ວນແບ່ງຕະຫຼາດມືຖື ແລະ ໄດ້ປະກອບສ່ວນມອບພັນທະໃຫ້ລັດຖະບານລາວ ລວມ 634 ລ້ານໂດລາສະຫະລັດ, ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວຫຼາຍກວ່າ 2 ພັນຄົນ, ມີຮ້ານຕົວແທນຈຳໜ່າຍສິນຄ້າຫຼາຍກວ່າ 20 ພັນຮ້ານ, “ ທ່ານ ລີວ ແມ້ງ ຮ່າ ກ່າວ ”.

ທ່ານ ລີວ ແມ້ງ ຮ່າ ກ່າວຕື່ມວ່າ: ຢູນີເທວ ໄດ້ກ້າວເຂົ້າສູ່ຍຸກສະໄໝໃໝ່, ພວກເຮົາໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ພັດທະນາບໍລິສັດໃຫ້ກາຍເປັນເຄືອຂ່າຍທີ່ກ້າວໜ້າທັນສະໄໝທີ່ສຸດ ເພື່ອສະໜອງການບໍລິການ ເຊັ່ນ: 5G, AI, Virtual reality ( VR ), Big data ໄປພ້ອມໆກັບການໃຫ້ບໍລິການບັນດາບໍລິການໃໝ່ໆ ເຊັ່ນ: ທະນາຄານດິຈິຕອລ, ລະບົບເຕັກໂນໂລຊີ ເພື່ອນຳໃຊ້ເຂົ້າໃນບັນດາໂຄງການຂອງລັດຖະບານເອເລັກໂຕຣນິກ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກ່າວວ່າ: ລັດຖະບານ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງ ບໍລິສັດ ສະຕາໂທລະຄົມ ຕະຫຼອດໄລຍະ 10 ປີທີ່ຜ່ານມາ ທີ່ໄດ້ປະກອບສ່ວນອັນສຳຄັນຕໍ່ການພັດທະນາເສດຖະກິດ – ສັງຄົມ ສປປ ລາວ ແລະ ໄດ້ປະຕິບັດພັນທະຂອງຕົນຢ່າງສະເໝີຕົ້ນສະເໝີປາຍ. ຂ້າພະເຈົ້າເຊື່ອໝັ້ນວ່າ ບໍລິສັດ ສະຕາໂທລະຄົມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຜົນງານທີ່ໄດ້ປະຕິບັດຕະຫຼອດໄລຍະ 10 ປີຜ່ານມາ. ສືບຕໍ່ພັດທະນາ ແລະ ປະກອບສ່ວນອັນສຳຄັນຕໍ່ການພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ ໃຫ້ມີຜົນງານທີ່ໃຫຍ່ກວ່າເກົ່າ.

ພ້ອມດຽວກັນນັ້ນ, ເພື່ອເປັນການຈາລຶກເຖິງຄຸນງາມຄວາມດີຕໍ່ກັບຜົນງານທີ່ຍາດມາໄດ້ ແລະ ການປະກອບສ່ວນຂອງ ບໍລິສັດ ສະຕາໂທລະຄົມ ຈຳກັດ ເຂົ້າໃນຂົງເຂດໂທລະຄົມ ແລະ ການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ລັດຖະບານລາວ ໄດ້ປະດັບຫຼຽນໄຊອິດສະຫຼະ ຊັ້ນ I ແລະ ຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ ບໍລິສັດ ສະຕາໂທລະຄົມ. ນອກນັ້ນ, ລັດຖະບານຫວຽດນາມ ໄດ້ມອບຫຼຽນໄຊແຮງງານ ຊັ້ນ III ໃຫ້ແກ່ ບໍລິສັດ ສະຕາໂທລະຄົມ ຈຳກັດ.