ຜະລິດຝຸ່ນຂີ້ກະເດືອນດ້ວຍດິນດໍາ ແລະ ຂີ້ງົວແຫ້ງ

186

ການນໍາໃຊ້ຝຸ່ນທີ່ຜະລິດຂຶ້ນມາເອງຍ່ອມເປັນທີ່ອຸ່ນໃຈ ແລະ ໝັ້ນໃຈໄດ້ໃນທຸກຂັ້ນຕອນການຜະລິດຂອງຊາວກະສິກອນເອງ ທີ່ຈະສາມາດກໍານົດສ່ວນປະສົມຕ່າງໆຕາມ ຄວາມຕ້ອງການຂອງຕົນເອງໄດ້ ພ້ອມທັງເປັນການຊ່ວຍຫຼຸດຕົ້ນທຶນໃນການຊື້ຝຸ່ນມາບໍາລຸງນໍາອີກ.

ດັ່ງນັ້ນ, ຄວາມຮູ້ກະສິກໍາມື້ນີ້ ຈະພາທ່ານຜູ້ອ່ານມາຮູ້ຈັກກັບຝຸ່ນຂີ້ກະເດືອນ ໂດຍນໍາໃຊ້ຂີ້ກະເດືອນສາຍພັນ ອາຍຊີເນຍ ຟູທິດາ ( eisenia foetida ) ຂີ້ກະເດືອນທີ່ມີຂະໜາດກົມນ້ອຍ, ລຳໂຕສີແດງສົດມາໃຊ້ເປັນສ່ວນປະກອບຫຼັກ, ຝຸ່ນດັ່ງກ່າວເປັນຝຸ່ນທີ່ມີຜົນຕໍ່ການຈະເລີນເຕີບໂຕຂອງຜັກກາດນາ, ເຮັດໃຫ້ຜັກກາດນາມີຄຸນນະພາບທີ່ດີຂຶ້ນ ເບິ່ງຈາກອົງປະກອບລວມຂອງລໍາຕົ້ນ, ຈໍານວນໃບ, ຄວາມກວ້າງຂອງໃບ ແລະ ນໍ້າໜັກຂອງມັນ.

ການຜະລິດຝຸ່ນມີນໍາກັນ 4 ສູດ ຄື:

ສູດ 1: ນໍາໃຊ້ເຟືອງ ແລະ ຂີ້ງົວແຫ້ງ ( 1:1 ໂດຍປະລິມານ ).

ສູດທີ 2: ນໍາໃຊ້ຝອຍ    ໝາກພ້າວ ແລະ ຂີ້ງົວແຫ້ງ ( 1:1 ໂດຍປະລິມານ).

ສູດທີ 3: ນໍາໃຊ້ໃບໄມ້   ແຫ້ງທົ່ວໄປ ແລະ ຂີ້ງົວແຫ້ງ ( 1:1 ໂດຍປະລິມານ ).

ສູດທີ 4: ນໍາໃຊ້ດິນດຳ + ຂີ້ງົວແຫ້ງ ( 2:8 ໂດຍປະລິມານ ).

ທັງ 4 ສູດນີ້ ໄດ້ຮັບການທົດລອງຈາກນັກວິຊາການທີ່ກ່ຽວຂ້ອງ ເຊິ່ງຜົນໄດ້ຮັບທີ່ດີທີ່ສຸດແມ່ນນໍາໃຊ້ສູດ 4 ຄື: ການນໍາໃຊ້ດິນດໍາ ແລະ ຂີ້ງົວແຫ້ງ ເຊິ່ງຜູ້ຂຽນກໍໄດ້ນໍາວິທີການຜະລິດຝຸ່ນດັ່ງກ່າວມາໃຫ້ທ່ານຜູ້ອ່ານໄດ້ລອງນໍາໄປໃຊ້ນຳກັນ.

ຂັ້ນຕອນການຜະລິດຝຸ່ນຂີ້ກະເດືອນດ້ວຍດິນດໍາ ແລະ ຂີ້ງົວແຫ້ງ:

ກຽມດິນດຳ 2 ສ່ວນ, ຂີ້ງົວແຫ້ງ 8 ສ່ວນ ນຳສ່ວນປະສົມໃສ່ໃນຊາມຢາງທີ່ມີຂະໜາດເສັ້ນສູນກາງ 0,7 ແມັດ, ນຳຂີ້ກະເດືອນສາຍພັນ ອາຍຊີເນຍ ຟູທິດາ ( eisenia foetida ) ມາລ້ຽງຈຳນວນ 285 ໂຕ/1 ໜ່ວຍທົດລອງ, ນໍາໃຊ້ຕົ້ນກ້ວຍ ແລະ ເສດພືດຜັກສົດເປັນອາຫານສຳລັບຂີ້ກະເດືອນ. ຫຼັງຈາກນັ້ນ, ລ້ຽງໄວ້ໃນໂຮງເຮືອນເປັນເວລາ 90 ວັນ.

ວິທີການນໍາໃຊ້ຝຸ່ນຂີ້ກະເດືອນ:

ຕໍ່ມານຳຝຸ່ນຂີ້ກະເດືອນທີ່ໄດ້ຈາກການລ້ຽງ ມາໃສ່ຜົນລະປູກຂອງເຮົາເພື່ອເບິ່ງຜົນການປ່ຽນແປງທີ່ຕາມມາ ເຊິ່ງກໍແມ່ນໄດ້ຜັກທີ່ງາມ ແລະ ມີຄຸນນະພາບດີເພີ່ມຂຶ້ນ, ການລ້ຽງໃນລັກສະນະນີ້ມີຜົນຕໍ່ການແຜ່ຂະຫຍາຍປະຊາກອນຂີ້ກະເດືອນຫຼາຍ ອັດຕາເພີ່ມຂຶ້ນສູງເຖິງ 1.583 ໂຕ ຫຼື 4 ເທົ່າຈາກຈໍານວນທີ່ເລີ່ມລ້ຽງ.

( ຂໍ້ມູນຈາກ: ຖານຂໍ້ມູນກະສິກໍາ ແລະ ປ່າໄມ້ລາວ )