ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງສ້າງອາຊີບ

74

ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມມືກັບ ສະພາການຄ້າ ແລະ ອຸດສາຫະກໍາເອີຣົບ ປະຈໍາ ສປປ ລາວ ຮ່ວມກັບ ສະພາການຄ້າອົສຕາລີ ປະຈໍາລາວ ຈັດກອງປະຊຸມສໍາມະນາໃນຫົວຂໍ້ “ ການເປັນຜູ້ນໍາ ແລະ ການພັດທະນາອາຊີບຂອງແມ່ຍິງ ” ເພື່ອໃຫ້ແມ່ຍິງໜຸ່ມນ້ອຍໄດ້ມີໂອກາດສົນທະນາແລກປ່ຽນປະສົບການຊີວິດ ກ່ຽວກັບການດໍາເນີນທຸລະກິດໃນອາຊີບທີ່ແຕກຕ່າງໆກັນ.

ງານສໍາມະນາດັ່ງກ່າວຈັດຂຶ້ນໃນວັນທີ 25 ຕຸລາ 2019 ທີ່ສູນຝຶກອົບຮົມແມ່ຍິງລາວ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ       ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ທ່ານ Arnuad Caulier ຜູ້ອໍານວຍການໃຫຍ່ທະນາຄານ ລາວ – ຝຣັ່ງ ພ້ອມດ້ວຍບັນດາວິທະຍາກອນທີ່ມີປະສົບການ, ມີສຳມະນາກອນເຂົ້າຮ່ວມ.

ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ກ່າວວ່າ: ໃນໂລກແຫ່ງການກ້າວໄປຕາມຍຸກສະໄໝຈຶ່ງຈໍາເປັນຕ້ອງສ້າງຄວາມເຂັ້ມແຂງໃຫ້ກັບໄວໜຸ່ມ ໂດຍສະເພາະແມ່ນແມ່ຍິງທີ່ກຽມສໍາເລັດການສຶກສາ ແລະ ຊອກຫາວຽກເຮັດງານທໍາເພື່ອຄວາມຄາດຫວັງຂອງພວກເຂົາເຈົ້າເອງໃນອະນາຄົດຂ້າງໜ້າ ເຊິ່ງການສໍາມະນາໃນຄັ້ງນີ້ໄດ້ນໍາເອົາວິທະຍາກອນທີ່ມີບົດຮຽນມາຈາກສາຂາອາຊີບຕ່າງໆ ແລະ ມີຫົວຂໍ້ໃນການນໍາສະເໜີຫຼາຍໆຢ່າງ.

ການກ້າວຂຶ້ນເປັນຜູ້ນໍາໃນດ້ານຕ່າງໆ ແລະ ສາມາດພັດທະນາອາຊີບຂອງຕົນເອງໃຫ້ໄປໄດ້ດີ ມັນໄດ້ສະແດງໃຫ້ເຫັນວ່າແມ່ຍິງເຮົາໄດ້ກ້າວຜ່ານສິ່ງກີດຂວາງເພື່ອກ້າວເປັນຜູ້ນໍາໄດ້ຢ່າງໜ້າເພິ່ງພໍໃຈ ເຊິ່ງບັນດານ້ອງໆຈະໄດ້ນໍາເອົາຄວາມຮູ້ທີ່ໄດ້ຈາກການສົນທະນາໃນຄັ້ງນີ້ໄປພັດທະນາ ແລະ ໃຫ້ຂໍ້ຄິດໃໝ່ໆໃນຕໍ່ໜ້າ.

ທ່ານ Arnuad Caulier ໄດ້ກ່າວວ່າ: ການສໍາມະນາໃນຄັ້ງນີ້ຈະຊ່ວຍໃຫ້ນັກຮຽນ – ນັກສຶກສາສາມາດນໍາເອົາໄປປັບໃຊ້ເຂົ້າໃນແຜນການພັດທະນາ, ສືບຕໍ່ສ້າງຄວາມເຂັ້ມແຂງໃນຂະບວນການພັດທະນາຄຸນນະພາບໃນການສ້າງບຸກຄະລາກອນຍິງໃຫ້ກາຍເປັນຜູ້ນໍາພາ ແລະ ສາມາດພັດທະນາອາຊີບໃຫ້ດີເດັ່ນໃນອະນາຄົດ. ນອກຈາກນີ້, ການເຮັດວຽກຮ່ວມກັບຫຼາຍຝ່າຍເພື່ອໃຫ້ບັນລຸຈຸດປະສົງດຽວກັນຄືພັດທະນາບຸກຄະລາກອນຍິງໃນສາຂາອາຊີບຕ່າງໆ ແລະ ເປັນສິ່ງທີ່ດີໃນການຈັດຕັ້ງປະຕິບັດ ເພື່ອເຊື່ອມສານວິທີການເຮັດວຽກຮ່ວມກັນໃນຂັ້ນຕໍ່ໄປ.

( ຂ່າວ: ທິບອຸສາ )