ສຳມະນາກຽມຄວາມພ້ອມລະດົມທຶນຜ່ານຕະຫຼາດຫຼັກຊັບລາວ

169

ຕະຫຼາດຫຼັກຊັບລາວ ( ຕລຊລ ) ຮ່ວມກັບ ບໍລິສັດ ຫຼັກຊັບເອພີເອັມ ລາວ ຈໍາກັດ ໄດ້ສໍາເລັດການຈັດສໍາມະນາ ພາຍໃຕ້ຫົວຂໍ້: “ ການກຽມ ຄວາມພ້ອມເພື່ອລະດົມທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ ” ໃຫ້ແກ່ຫົວໜ່ວຍທຸລະກິດພາຍໃນແຂວງສະຫວັນນະເຂດ ແລະ ເຂດເສດຖະກິດພິເສດເຊໂນ ທີ່ໂຮງແຮມດາວສະຫວັນ ແຂວງສະຫວັນນະເຂດ ເມື່ອວັນທີ 21 ຕຸລາ 2019 ຜ່ານມາ.

ຈຸດປະສົງຂອງງານສໍາມະນາໃນຄັ້ງນີ້ ກໍເພື່ອເຜີຍແຜ່ພາບລວມກ່ຽວກັບຕະຫຼາດທຶນໃນ ສປປ ລາວ ກໍຄືການໝູນໃຊ້ຕະຫຼາດທຶນເພື່ອເປັນທາງເລືອກໃໝ່ຂອງການລະດົມທຶນ, ການກຽມຕົວເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ, ໜ້າທີ່ຂອງທີ່ປຶກສາທາງການເງິນ, ມາດຕະຖານການບັນຊີສໍາລັບບໍລິສັດທີ່ມີຈຸດປະສົງຕ້ອງການຈົດທະບຽນໃນຕະຫຼາດຫຼັກຊັບ. ຄຽງຄູ່ກັນນັ້ນ, ຍັງໄດ້ອະທິບາຍໃຫ້ຮູ້ເຖິງປະສົບການຕົວຈິງຂອງຜູ້ທີ່ປະສົບຜົນສໍາເລັດຈາກການລະດົມທຶນຜ່ານຕະຫຼາດທຶນ.

ໂອກາດນີ້, ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ກ່າວວ່າ: ນັບແຕ່ປີ 2010 ເປັນຕົ້ນມາ ຕະຫຼາດຫຼັກຊັບລາວໄດ້ເອົາໃຈໃສ່ເພີ່ມທະວີຈໍານວນບໍລິສັດຈົດທະບຽນໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງວັນທີ 10 ຕຸລາ 2019 ທີ່ຜ່ານມານີ້ ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວກໍເພີ່ມເປັນ 11 ບໍລິສັດ. ຄຽງຄູ່ກັນນັ້ນ, ຕະຫຼາດຫຼັກຊັບລາວ ກໍຍັງໄດ້ມີການພັດທະນາກົນໄກການຊື້ – ຂາຍຫຸ້ນໃຫ້ມີ ຄວາມສະດວກວ່ອງໄວ ແລະ ທັນກັບສະພາບການຢ່າງບໍ່ຢຸດຢັ້ງ ເປັນຕົ້ນແມ່ນ: ການພັດທະນາລະບົບການຊື້ – ຂາຍຫຸ້ນກັບທີ່ ( Home Trading System ) ເຊິ່ງຜູ້ລົງທຶນສາມາດຊື້ – ຂາຍຫຸ້ນຢູ່ສະຖານທີ່ໃດກໍໄດ້ພຽງແຕ່ມີຄອມພິວເຕີ ແລະ ອິນເຕີເນັດ ກໍສາມາດດຳເນີນການຊື້ – ຂາຍໄດ້.

ນອກນັ້ນ, ຕະຫຼາດຫຼັກຊັບລາວກໍຍັງໄດ້ຂະຫຍາຍເວລາການຊື້ – ຂາຍ ຈາກ 8:30 ຫາ 11:30 ໂມງ ມາເປັນເວລາ 8:30 ຫາ 15:00 ໂມງ ເພື່ອອໍານວຍຄວາມສະດວກໃຫ້ແກ່ບັນດາຜູ້ລົງທຶນໃນຕ່າງປະເທດທີ່ມີເວລາຕ່າງກັນ.

ງານດັ່ງກ່າວ, ບັນລະຍາຍໂດຍ ທ່ານ ອ໊ອດ ພົນຊຽງດີ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ, ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫຼັກຊັບເອພີເອັມ ລາວ ຈໍາກັດ, ທ່ານ ອະພິສິດ ທ່ຽງຕົງພິນໂຍ ຫຸ້ນສ່ວນບໍລິສັດກວດສອບພາຍນອກ PWC ( Lao ) ຈໍາກັດ ແລະ ທ່ານ Tee Chee Sang ຜູ້ບໍລິຫານເຂດເສດຖະກິດພິເສດສະຫວັນ – ເຊໂນ ເຂດ C ( Savan Park ) ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວົງພະຈັນ ແສງສຸວັນ ວ່າການຫົວໜ້າສາຂາທະນາຄານ ແຫ່ງ ສປປ ລາວ ແຂວງສະຫວັນ   ນະເຂດ, ທ່ານ ສີລາເພັດ    ແກ້ວດວງສີ ຮອງຫົວໜ້າຄະນະບໍລິຫານເຂດເສດຖະກິດພິເສດ ສະຫວັນ – ເຊໂນ.

[ ຂ່າວ: ສົມສະຫວິນ, ຮູບ: ຕລຊລ ]