ໂຮງຮຽນລາວກ້າວໄກ ໄດ້ຮັບລາງວັນໂຮງຮຽນນິເວດອາຊຽນຊັ້ນມັດທະຍົມທີ່ກຳປູຈຍ

301

ໂຮງຮຽນປະຖົມ ແລະ ມັດທະຍົມສົມບູນສິນໄຊ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຮັບລາງວັນໂຮງຮຽນນິເວດອາຊຽນຊັ້ນມັດທະຍົມ ປະຈໍາປີ 2019, ສ່ວນຊັ້ນປະຖົມແມ່ນໂຮງຮຽນຊະນະພົນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງເປັນການນຳເອົາຊື່ສຽງມາສູ່ປະເທດຊາດ ກໍຄືຂະແໜງການສຶກສາຂອງລາວ.

ພາບປະກອບຂ່າວ

ພິທີມອບ-ຮັບລາງວັນໂຮງຮຽນນິເວດອາຊຽນຄັ້ງນີ້ ຈັດຂຶ້ນວັນທີ 8 ຕຸລາ 2019 ທີ່ນະຄອນຊຽງລຽບ ແຫ່ງລາຊະອານາຈັກກຳປູເຈຍ.
ທ່ານ ນາງ ອາລີ ພົນເສນາ, ຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມສົມບູນສິນໄຊເປີດເຜີຍວ່າ: ການຄັດເລືອກໂຮງຮຽນນິເວດອາຊຽນແມ່ນອີງໃສ່ມາດຕະຖານທີ່ພາກສ່ວນກ່ຽວຂ້ອງຂອງອາຊຽນກໍານົດ ສະເພາະການຄັດເລືອກຢູ່ລາວແມ່ນ ແມ່ນພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ຮ່ວມກັບກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຮັດໜ້າທີ່ໃນການກວດສອບ ແລະຄັດເລືອກ.

ສໍາລັບໂຮງ-ຮຽນສິນໄຊ ໄດ້ເອົາໃຈໃສ່ໃນການຮຽນ-ການສອນ, ປະຕິບັດຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາວາງອອກ, ຮັບປະກັນໄດ້ 5 ຫຼັກມູນການສຶກສາ ແລະ 3 ລັກສະນະ, ຄຽງຄູ່ກັນນີ້ ໂຮງຮຽນຍັງໄດ້ເອົາໃຈໃສ່ສຶກສາອົບຮົມນັກຮຽນໃຫ້ຮູ້ຈັກຮັກສາສິ່ງແວດລ້ອມ ແລະ ບໍ່ຖິ້ມຂີ້ເຫຍື້ອຊະຊາຍ.

ພາບປະກອບຂ່າວ

ສິ່ງສຳຄັນແມ່ນສືບເນື່ອງຈາກທີ່ໂຮງຮຽນໄດ້ຮັບທຸງໄຊປະເພດ 1 ໂຮງຮຽນສີຂຽວສະອາດ ແລະ ມີຄຸນນະພາບຂັ້ນພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນຊຸດທຳອິດ ໂດຍການນຳພານັກຮຽນຮັກສາສິ່ງແວດລ້ອມ ດ້ວຍການປູກຈິດສຳນຶກໃນການແຍກຂີ້ເຫຍື້ອ ກໍຄື ນໍາໃຊ້ສິ່ງເສດເຫຼືອໃຫ້ເປັນປະໂຫຍດ ເປັນຕົ້ນ ໄດ້ນຳໃຊ້ສິ່ງເສດເຫຼືອອາຫານ, ພືດຜັກ ມາເຮັດຝຸ່ນຊີວະພາບ ແລະ ນໍ້າໝັກທີ່ປອດສານພິດເພື່ອຫົດຕົ້ນໄມ້ດອກໄມ້ຕ່າງໆ ມີສວນສາທິດປູກພືດຜັກ ແລະ ນາເຂົ້າ ເພື່ອໃຫ້ນັກຮຽນໄດ້ຮຽນຮູ້ກະສິກຳເປັນຕົ້ນ ວິທີປູກຜັກ ແລະ ປູກເຂົ້າ ເພື່ອນຳໄປເຮັດຢູ່ເຮືອນ, ມີສະໝຸນໄພປູກຕົ້ນໄມ້ເປັນຢາຫຼາຍຊະນິດໃຫ້ນັກຮຽນ ໄດ້ສຶກສາຮຽນຮູ້.

ພາບປະກອບຂ່າວ

ນອກນີ້ ໂຮງຮຽນຍັງນໍາໃຊ້ຕຸກນໍ້າດື່ມມາປະດິດສ້າງເປັນສື່ ການຮຽນ-ການສອນ ສ້າງເປັນສິ່ງປະດິດເຂົ້າຮ່ວມການແຂ່ງຂັນໄດ້ຮັບລາງວັນທີ 1 ຫຼາຍຄັ້ງ ຂາຍເອົາເງິນ ແລະ ອື່ນໆ ຍ້ອນຜົນງານດັ່ງກ່າວນັ້ນ ໂຮງຮຽນສິນໄຊຈຶ່ງໄດ້ຖືກຄັດເລືອກເປັນຕົວແທນໃຫ້ລາວ ໄປຮັບລາງວັນໂຮງຮຽນນິເວດອາຊຽນ ຄັ້ງທີ 3 ປີ 2019 ຮ່ວມກັບບັນດາໂຮງຮຽນ 9 ປະເທດອາຊຽນ ອັນໄດ້ນໍາເອົາຊື່ສຽງມາສູ່ປະເທດຊາດ ກໍຄື ນະຄອນຫຼວງວຽງຈັນ ແລະ ໂຮງຮຽນສິນໄຊ ທ່ານນາງ ອາລີ ພົນເສນາ.

ທີ່ມາ: lao national radio