4 ບໍລິສັດດ້ານໂທລະຄົມ ລາວ – ຈີນ ລົງນາມສັນຍາຮ່ວມມືດ້ານທຸລະກິດ

308

4 ບໍລິສັດໃຫຍ່ດ້ານໂທລະຄົມ ລາວ – ຈີນ ປະກອບມີ ບໍລິສັດ ອີທີແອລ ຈຳກັດ ( ETL ), ບໍລິສັດ ຊາວອີສເອເຊຍ ທາວເວີ ຈໍາກັດ ( SAT ), ບໍລິສັດ China Mobile International ( CMI ) ແລະ China Unicom Global ( CUG ) ໄດ້ຮ່ວມເຊັນສັນຍາຂອບການຮ່ວມມືດ້ານໂທລະຄົມມະນາຄົມ ແລະ ການສື່ສານເພື່ອຮ່ວມກັນພັດທະນາລະບົບໂທລະຄົມມະນາຄົມໃນ ສປປ ລາວ.

ພິທີເຊັນສັນຍາຮ່ວມມື ຈັດຂຶ້ນໃນວັນທີ 24 ຕຸລາ 2019 ທີ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ ເຊິ່ງເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ Miao Wei ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເຕັກໂນໂລຊີຂໍ້ມູນ – ຂ່າວສານ ສປ ຈີນ.

ການເຊັນສັນຍາຄັ້ງນີ້ ລົງນາມໂດຍ ທ່ານ Huang Shuyun ຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອລ ຈຳກັດ, ທ່ານ ນາງ Liu Bo ຜູ້ອຳນວຍການໃຫຍ່ ບໍລິສັດ ຊາວອີສເອເຊຍ ທາວເວີ ຈໍາກັດ, ທ່ານ Wang Meng ຜູ້ອຳນວຍການໃຫຍ່ ບໍລິສັດ China Mobile International, Asia Pacific, ທ່ານ Qiu Tao ຮອງຜູ້ອຳນວຍການໃຫຍ່ ບໍລິສັດ China Unicom Global ຈໍາກັດ.

ໃນພິທີເຊັນສັນຍາຂອບຂອງການຮ່ວມມືດ້ານໂທລະຄົມມະນາຄົມຄັ້ງນີ້ ປະກອບມີ ການເຊັນສັນຍາລະຫວ່າງ:

1 ບໍລິສັດ ອີທີແອລ ຈຳກັດ ແລະ ບໍລິສັດ ຊາວອີສເອເຊຍ ທາວເວີ ຈໍາກັດ ເຊິ່ງສອງຝ່າຍໄດ້ລົງນາມເຊັນສັນຍາຮ່ວມມືກັນດ້ານການບຳລຸງຮັກສາ ແລະ ນໍາໃຊ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມະນາຄົມຮ່ວມກັນໃນ ສປປ ລາວ.

2 ບໍລິສັດ ອີທີແອລ ຈຳກັດ ແລະ ບໍລິສັດ China Mobile International ແມ່ນການລົງນາມເຊັນສັນຍາຂອບການຮ່ວມມືດ້ານໂທລະຄົມມະນາຄົມຕ່າງປະເທດບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນນັ້ນ, ສອງຝ່າຍເຫັນດີຮ່ວມມືດ້ານການໃຫ້ບໍລິການ International Roaming, ການເຊີື່ອມຕໍ່ລະບົບສາຍສົ່ງໂທລະຄົມມະນາຄົມລະຫວ່າງຊາຍແດນ ລາວ – ຈີນ, ການໃຫ້ບໍລິການສາຍສົ່ງຄວາມໄວສູງ ລະຫວ່າງຊາຍແດນ ລາວ – ຈີນ ອອກສູ່ບັນດາປະເທດອ້ອມຂ້າງ ແລະ ສາກົນ. ນອກຈາກນັ້ນ, ກໍຍັງໄດ້ເຫັນດີເອກະພາບຮ່ວມມືກັນພັດທະນາການບໍລິການດ້ານ ICT ເພື່ອຮອງຮັບການໃຫ້ບໍລິການຍົກນະວັດຕະກໍາ 4.0 ໂດຍສະເພາະແມ່ນດ້ານ StartUp, IoT, AI, BigData, Smart City, Service Integration ( SI ) ບົນພື້ນຖານບໍລິການ Fixed Broadband ແລະ Mobile Broadband 4.5G ແລະ 5G ຂອງ ບໍລິສັດ ອີທີແອລ ຈຳກັດ ທີ່ກໍາລັງເປີດໃຫ້ບໍລິການໃນປັດຈຸບັນ ແລະ ອະນາຄົດ.

3 ບໍລິສັດ ຊາວອີສເອເຊຍ ທາວເວີ ຈໍາກັດ ແລະ ບໍລິສັດ China Mobile International ແມ່ນການລົງນາມເຊັນສັນຍາຂອບການດຳເນີນການເຈລະຈາການຮ່ວມມືດ້ານການນຳໃຊ້ສາຍໄຍແກ້ວຕາມແລວທາງລົດໄຟ ລາວ – ຈີນ ຈາກບໍລິສັດ ຊາວອີສເອເຊຍ ທາວເວີ ເພື່ອເຊື່ອມຕໍ່ໄປຫາ ສປ ຈີນ, ສປປ ລາວ ແລະ ປະເທດໄທ ເພື່ອໃຫ້ບໍລິການດ້ານໂທລະຄົມມະນາຄົມລະ ຫວ່າງປະເທດ.

4 ບໍລິສັດ ຊາວອີສເອເຊຍ ທາວເວີ ຈໍາກັດ ແລະ China Unicom Global ແມ່ນລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈກ່ຽວກັບການດຳເນີນການເຈລະຈາດ້ານການເຊົ່າສາຍໄຍແກ້ວຕາມແລວທາງລົດໄຟ ລາວ – ຈີນ ແລະ ຕາມແລວທາງດ່ວນ ລາວ – ຈີນ ຈາກ ບໍລິສັດ ຊາວອີສເອເຊຍ ທາວເວີ ເພື່ອເຊື່ອມຕໍ່ໄປຫາ ສປ ຈີນ, ສປປ ລາວ ແລະ ປະເທດໄທ ເພື່ອໃຫ້ບໍລິການດ້ານໂທລະຄົມມະນາຄົມລະຫວ່າງປະເທດ.

ການເຊັນສັນຍາການຮ່ວມມືຂ້າງເທິງຂອງ 4 ບໍລິສັດດ້ານໂທລະຄົມມະນາຄົມຂອງ ສປປ ລາວ ແລະ ສປ ຈີນ ຄັ້ງນີ້ ແມ່ນເພື່ອເປັນການພັດທະນາລະບົບໂທລະຄົມມະນາຄົມ ແລະ ຍົກລະດັບໂຄງລ່າງພື້ນຖານ ດ້ານໂທລະຄົມມະນາຄົມໃນ ສປປ ລາວ ສູ່ສາກົນດ້ວຍບາດກ້າວໃໝ່ຕາມທິດທາງຂອງພັກ ແລະ ລັດຖະບານທີ່ມີເປົ້າໝາຍປ່ຽນຈາກ Land Locked ເປັນ Land Link.

ນອກຈາກນັ້ນ, ການລົງນາມເຊັນສັນຍາຂອງບັນດາບໍລິສັດໃນຄັ້ງນີ້ ຍັງແມ່ນວຽກງານໜຶ່ງທີ່ຕິດພັນກັບການພັດທະນາເສດຖະກິດ – ສັງຄົມ ບົນພື້ນຖານການຮ່ວມມືຂອງສອງກະຊວງ ເຊິ່ງແມ່ນວຽກງານໜຶ່ງໃນການຂັບເຄື່ອນວຽກງານ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງສອງພັກ, ສອງລັດ ລາວ – ຈີນ.

( ຂ່າວ: ສົມລົດ; ຮູບ: ສອນໄຊ )