ກຽມຊົດເຊີຍຜູ້ຖືກຜົນກະທົບຈາກໂຄງການເຂື່ອນໄຟຟ້າຫີນບູນ

45

ປະຊາຊົນ 4 ບ້ານ ເມືອງຄູນຄຳ ແຂວງຄຳມ່ວນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນ ຈະໄດ້ຮັບການຊົດເຊີຍລວມມູນຄ່າ 33 ຕື້ກວ່າກີບ. ໃນນີ້, ໄດ້ບຸກເບີກເນື້ອທີ່ດິນ ແລະ ຕັ້ງເປັນບ້ານໃໝ່ຄູນມະນີ ເຊິ່ງມີເນື້ອທີ່ທັງໝົດ 108 ເຮັກຕາ.

ໃນອາທິດຜ່ານມາໄດ້ມີກອງປະຊຸມລາຍງານການຈັດຕັ້ງປະຕິບັດກ່ຽວກັບການຍົກຍ້າຍບັນດາບ້ານທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນ, ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານຍົກຍ້າຍຈັດສັນທີ່ຢູ່ອາໄສໃຫ້ແກ່ບັນດາຄອບຄົວທີ່ຖືກຜົນກະທົບ ໂດຍອີງຕາມຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ສະບັບເລກທີ 15/ຈຂ.ຄມ ລົງວັນທີ 13 ມັງກອນ 2017 ວ່າດ້ວຍການທົດແທນ ແລະ ການຈັດສັນຍົກຍ້າຍປະຊາຊົນຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນ.

ໃນນັ້ນ, ປະກອບມີ 4 ບ້ານ ຄື: ບ້ານໂພນທອງ, ບ້ານໜອງຮາງ, ບ້ານຜາຄ້ອງ ແລະ ບ້ານນາຊ້າງຂາມ ມີ 441 ຫຼັງຄາເຮືອນ 575 ຄອບຄົວ. ໃນໄລຍະຜ່ານມາທາງໂຄງການໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ສາມາດເກັບກຳຂໍ້ມູນຜົນກະທົບທາງດ້ານຊັບສິນ, ຜົນລະປູກ ພ້ອມທັງຄິດໄລ່ຄ່າທົດແທນເພື່ອມອບໃຫ້ປະຊາຊົນ 4 ບ້ານດັ່ງກ່າວ ໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ ລວມມູນຄ່າ 33 ຕື້ ກວ່າກີບ ໄດ້ບຸກເບີກເນື້ອທີ່ດິນ ແລະ ຕັ້ງເປັນບ້ານໃໝ່ຄູນມະນີ ເຊິ່ງມີເນື້ອທີ່ທັງໝົດ 108 ເຮັກຕາ ກວມເອົາດິນປະຊາຊົນ ຈຳນວນ 28 ເຈົ້າ ເຊິ່ງໂຄງການໄດ້ຊົດເຊີຍສຳເລັດແລ້ວເປັນເງິນ 726 ລ້ານກວ່າກີບ ແລະ ຍັງໄດ້ສ້າງບ້ານຈັດສັນເພື່ອໃຫ້ເປັນບ່ອນຢູ່ອາໄສໃໝ່ແກ່ປະຊາຊົນ ເຊິ່ງມາຮອດປັດຈຸບັນແມ່ນສາມາດຈັດຕັ້ງປະຕິບັດສຳເລັດ 99,99%.

ພ້ອມນັ້ນ, ທາງໂຄງການຍັງໄດ້ສະໜອງເຂົ້າ ແລະ ຊີ້ນໃຫ້ແກ່ປະຊາຊົນທີ່ຍົກຍ້າຍມາຢູ່ທີ່ບ້ານໃໝ່ຄູນມະນີແລ້ວ 3 ງວດ ລວມມີ: ເຂົ້າຈຳນວນ 213.885 ໂຕນ ແລະ ຄ່າທາດໂປຣຕິນ ເປັນເງິນ 557.890.000 ກີບ. ຄຽງຄູ່ກັບຜົນສຳເລັດກໍຍັງມີຂໍ້ຄົງຄ້າງ ເຊິ່ງທາງໂຄງການຈະໄດ້ຮ່ວມກັບບັນດາຄະນະກຳມະການ ແລະ ກອງເລຂາປະສານງານຊຸກຍູ້ໂຄງການ ລວມເຖິງອຳນາດການປົກຄອງທ້ອງຖິ່ນ ເພື່ອເລັ່ງປະຕິບັດໃຫ້ສໍາເລັດຕາມແຜນການພັດທະນາຂອງພັກ – ລັດ ໃນການຍົກລະດັບເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນທ້າຍອາທິດຜ່ານມາ ຢູ່ທີ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄູນຄຳ ແຂວງຄຳມ່ວນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງຄຳມ່ວນ, ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງຄູນຄຳ ແລະ ທ່ານ ໂກມົນຈັນ ເພັດອາສາ ຮອງຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ພ້ອມກັບພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ ]