ສົ່ງກໍາລັງໃຈໃຫ້ ຕຸຕູ່ ໄຜ່ທິດາ ຊິງລາງວັນໃນເວທີ Miss International 2019 ທີ່ໂຕກຽວ

140

ຕຸຕູ່ ໄຜ່ທິດາ ໂພທິສານ Miss International Laos 2019 ເດິນທາງໄປຮ່ວມເກັບຕົວແລ້ວ ກັບການປະກວດ Miss International 2019 ທີ່ນະຄອນຫຼວງໂຕກຽວປະເທດຍີ່ປຸ່ນ ໃນວັນທີ 24 ຕຸລາ 2019 ຜ່ານມາ.

.

.

ບອກເລີຍວ່າມີລຸ້ນແນ່ນອນກັບສາວຄົນນີ້, ທີ່ມີຄວາມສາມາດຫຼາກຫຼາຍ ແລະ ໄດ້ຮັບຫຼາຍລາງວັນມາແລ້ວໃນເວທີປະກວດ, ເປັນອີກໜຶ່ງສາວລາວ ທີ່ຈະໄປສ້າງຜົນງານ, ເຜີຍແຜ່ຄວາມເປັນລາວໃຫ້ແກ່ຊາວໂລກໄດ້ຮັບຮູ້ ແລະ ຍາດເອົາລາງວັນມາຝາກຊາວລາວດັ່ງຜົນງານຜ່ານມາສາວຕູຕູ່ ໄດ້ເຮັດໃຫ້ເຫັນມາແລ້ວ!!

.

ສາວ ຕູ່ຕູ່ ໄດ້ເປັນ Miss Friendship International Laos 2019 ທີ່ເຄີຍໄດ້ຮັບລາງວັນ The Best Figure (ນາງສາວ ຮູບຮ່າງດີ) ໃນເວທີ Miss Friendship International 2019 ທີ່ ເສິ່ນຕູ່ ປະເທດຈີນ ໃນຄໍ່າຄືນວັນທີ 27 ກໍລະກົດ 2019 ທີ່ຜ່ານມາ

*

ເຄີຍເປັນໜຶ່ງໃນຜູ້ຮ່ວມການປະກວດ ນາງສາວລາວ 2018 ແລະ ໄດ້ເຂົ້າຮອບ 15 ຄົນສຸດທ້າຍ ພ້ອມທັງສາມາດຄວ້າລາງວັນພິເສດ ນັ້ນຄື ລາງວັນນາງສາວມິດຕະພາບ ຈາກເວທີນາງສາວລາວ.

.

.

ປັດຈຸບັນ ຕູ່ຕູ່ ອາຍຸ 25 ປິ ຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ ລະດັບປະລິນຍາຕີ ສາຂາ ອັກສອນສາດ ພາສາຈີນ ແລະ ຕອນນີ້ ເຮັດວຽກຢູ່ທີ່ ບໍລິສັດ ເອກະຊົນ ນຳເຂົ້າ-ສົ່ງອອກ ເຄື່ອງຈັກ ແລະ ກາເຟ.

.

.

ໃນປີ 2016 ຕູ່ຕູ່ ໄດ້ເຂົ້າຮ່ວມປະກວດ ເວທີ Lao Super Model ເປັນ Top 10 ຂອງການປະກວດ, ປະສົບການເດີນແບບ 3 ປີ ເຊິ່ງ ຕູ່ຕູ່ ກໍ່ໄດ້ຮ່ວມງານເດີນແບບໃຫ້ຫຼາຍໆຫ້ອງເສື້ອ, ງານເປິດຕົວສິນຄ້າຕ່າງໆ ແລະ ຮ່ວມງາມກັບ Fashion Week ຫຼາຍເວທີ.

.

ໃນປີ 2018 ຕູ່ຕູ່ໄດ້ ລົງແຂ່ງຂັນ ນັກຊົງກາເຟຢອດ ທີ່ຈັດເປັນຄັ້ງທຳອິດຂອງປະເທດລາວ ເຊິ່ງມີຜູ້ເຂົ້າຮ່ວມແຂ່ງຂັນ ຈາກຫຼາຍຮ້ານກາເຟທົ່ວປະເທດ ເຊິ່ງ ຕູ່ຕູ່ ກໍ່ໄດ້ ຄວ້າລາງວັນຊະນະເລີດ ນັກຊົງກາເຟຢອດ ລະດັບປະເທດ 2018 Lao National Brewers Cup 2018 ແລະ ໄດ້ເປັນຕົວແທນປະເທດລາວໄປຮ່ວມແຂ່ງໃນເວທີ່ສາກົນ ເຊິ່ງມີ 28 ປະເທດເຂົ້າຮ່ວມແຂ່ງຂັນ ແລະ ຕູ່ຕູ່ ກໍ່ຄວ້າ ເອົາ ລາງວັນ ອັນດັບ 6 ລະດັບເອເຊຍມາຄອງ.

.

ເຊິ່ງບໍ່ບອກກໍຮູ້ແລ້ວວ່າຄວາມສາມາດພິເສດຂອງ ຕູ່ຕູ່ ແມ່ນການຊົງກາເຟຢອດ ຕຸຕູ່ບອກວ່າ ການຊົງກາເຟເປັນອີກສິ່ງທີ່ຖະໜັດມັນເກີດຈາກຄວາມມັກຮັກ ແລະ ເອົາໃຈໃສ່ໃນການສຶກສາໃນການເຮັດກາເຟຈົນເຮັດໃຫ້ໂຕຂອງຕູ່ຕູ່ໄດ້ກ້າວເປັນ ນັກຊົງກາເຟຢອດ ລະດັບປະເທດ, ການນຳໃຊ້ພາສາຈີນ ເຊິ່ງເປັນອີກໜຶ່ງພາສາທີ່ຕູ່ຕູ່ສາມາດເວົ້າໄດ້. ນອກຈາກພາສາຈີນແລ້ວກໍ່ຍັງມີ ພາສາອັງກິດນຳອີກ.

.