65 ປີຂອງເຫຼົ່າຮົບຊ່າງແສງ ຜູ້ເຕີບໃຫຍ່ທ່າມກາງແປວໄຟປະຕິວັດ

381

ເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ແມ່ນເຫຼົ່າຮົບໜຶ່ງທີ່ໄດ້ຄຽງບ່າຄຽງໄຫຼ່ກັບເຫຼົ່າຮົບອື່ນໆ ໂດຍມີໜ້າທີ່ກຽມພ້ອມສູ້ຮົບທາງບົກ, ທາງນໍ້າດ້ວຍ ພາຫະນະຂົວຟູ ແລະ ກວດກູ້ລະເບີດ ເພື່ອເຂົ້າໃນການຂະບວນການຕໍ່ສູ້ກູ້ຊາດ ຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ເພື່ອປົດປ່ອຍປະເທດຊາດອອກຈາກແອກຄອບຄອງຂອງສັກດີນາຕ່າງດ້າວ, ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາເປັນປະເທດ ສປປ ລາວ ໄດ້ຢ່າງສົມບູນ ໃນວັນທີ 2 ທັນວາ 1975.

ພາບປະກອບຂ່າວ

ສະນັ້ນ, ເນື່ອງໃນໂອກາດວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 65 ປີ (23 ຕຸລາ 1954-23 ຕຸລາ 2019) ໃຫ້ເປັນວັນທີ່ມີຄວາມໝາຍຄວາມສຳຄັນ ແລະ ຍັງຄົງຈາລຶກໄວ້ໃນໜ້າປະຫວັດສາດຊາດລາວ ໃຫ້ປະຊາຊົນຄົນຮຸ່ນຫຼັງໄດ້ຮັບຮູ້ ແລະ ຖອດຖອນເອົາບົດຮຽນ ນໍາມາໝູນໃຊ້ໃນໜ້າທີ່ວຽກງານໃຫ້ເກີດດອກຜົນຍິ່ງໆຂຶ້ນ.

ພາບປະກອບຂ່າວ

ເຫຼົ່າຮົບຊ່າງແສງກອງທັບປົດປ່ອຍປະຊາຊົນລາວ ໄດ້ກຳເນີດເກີດຂຶ້ນໃນລະດູເກັບກ່ຽວເຂົ້ານາປີຂອງປະຊາຊົນບັນດາເຜົ່າ, ເຊິ່ງກົງກັບວັນທີ 23 ຕຸລາ 1954, ທີ່ບ້ານປູນ ເຂດທີ່ໜັ້ນແຫ່ງໜຶ່ງຂອງແຂວງຫົວພັນ ທ່າມກາງທີ່ສະພາບການຕໍ່ສູ້ສົງຄາມຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າທີ່ດຸເດືອດຂ້ຽວຂາດ ແລະ ເປັນປີມ້ວນທ້າຍຂອງລັດທິລ່າເມືອງຂຶ້ນແບບເກົ່າເຂົ້າມາຮຸກຮານລາວເປັນເວລາ 65 ປີຜ່ານມາແລ້ວ.

ເຊິ່ງການຈັດຕັ້ງຂອງກົມກອງເຫຼົ່າຮົບຊ່າງແສງໃນເວລານັ້ນ ມີພຽງ 1 ກອງຮ້ອຍເອກະລາດ ໂດຍໃສ່ຊື່ວ່າ: “ກອງຮ້ອຍ 400 ຊ່າງແສງ” ໂດຍແມ່ນ ສະຫາຍ ຄໍາໄຕ ປະເສີດໄຊ ເປັນຜູ້ບັນຊາເວລານັ້ນ, ປະກອບມີຈຳນວນພົນທັງໝົດ 150 ສະຫາຍ, ເປັນອົງປະກອບໜຶ່ງທີ່ສຳຄັນໃນກອງທັບລາວອິດສະຫຼະ. ເມື່ອໄດ້ຮັບການປະກາດສ້າງຂຶ້ນແລ້ວ ກໍ່ໄດ້ຮັບມອບໝາຍໜ້າທີ່ອັນໜັກໜ່ວງຈາກຂັ້ນເທິງ ໃນການເຮັດໜ້າທີ່ຮັບປະກັນເຊັ່ນ: ສູ້ຮົບປະສານສົມທົບກັບບັນດາກົມກອງເຫຼົ່າຮົບອື່ນໆ, ທັງເຮັດໜ້າທີ່ວຽກງານຮັບປະກັນດ້ານຮົບ, ກໍ່ສ້າງເສັ້ນທາງ, ກໍ່ສ້າງຂົວການທະຫານ, ຂ້າມຜ່ານແມ່ນໍ້າ, ຂຸດຂຸມຄອງ, ແຊມກາຍ, ກໍ່ສ້າງສະໜາມ, ກໍ່ສ້າງເຄຫາສະຖານ, ສະຖານທີ່ເຮັດວຽກຂອງທ່ານຜູ້ນຳ ແລະ ເຮັດໜ້າທີ່ລຳລຽງຂົນສົ່ງ, ປຸກລະດົມຂົນຂວາຍ, ກໍ່ສ້າງຮາກຖານການເມືອງ ແລະ ເພີ່ມພູນຜະລິດຜົນ ຫາລ້ຽງກຸ້ມຕົນເອງຢ່າງຕັ້ງໜ້າ.

ພາບປະກອບຂ່າວ

ພາລະໜ້າທີ່ຂອງກົມກອງໃນເວລານັ້ນແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກສັບສົນ, ທາງດ້ານການປະກອບພາຫະນະກົນຈັກ, ຍຸດໂທອຸປະກອນປະກອບຕ່າງໆ ຍັງແມ່ນແບບປະຖົມປະຖານ ນໍາໃຊ້ແຮງງານຄົນເປັນຈຸດໜັກ, ໃຊ້ຈົກ, ໃຊ້ຊວ້ານ, ພ້າ, ມີດ, ຂວານ, ສຽມ ແລະ ອື່ນໆ ນໍາໃຊ້ການບຸກເບີກເສັ້ນທາງ, ສ້າງສະໜາມ ແຕ່ຈຳນວນພົນການປະກອບພັດມີໜ້ອຍ.

ແຕ່ເຖິງຢ່າງໃດກໍ່ຕາມ ໂດຍປະຕິບັດຄຳຂວັນທີ່ວ່າ: “ທຸກສິ່ງຢ່າງແມ່ນຕີເອົາຊະນະ ຈັກກະພັດຜູ້ຮຸກຮານ ແລະ ທຸກສິ່ງຢ່າງ ເພື່ອພາລະກິດປົດປ່ອຍຊາດ” ພະນັກງານນັກຮົບກອງຮ້ອຍ 400 ຊ່າງແສງ ໄດ້ພ້ອມກັນຕັດສິນໃຈ ຜ່ານຜ່າອຸປະສັກຂໍ້ຫຍຸ້ງຍາກນາໆປະການ, ເຮັດທຸກວິທີທາງເພື່ອເຮັດສຳເລັດໜ້າທີ່ໆໄດ້ຮັບການມອບໝາຍຈາກຂັ້ນເທິງ. ນອກນັ້ນ, ຍັງໄດ້ຄຽງບ່າຄຽງໄລ່ກັບກົມກອງ ແລະ ເຫຼົ່າຮົບອື່ນໆເຄື່ອນໄຫວຕີສັດຕູ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນ ການປົກປັກຮັກສາສອງແຂວງເຕົ້າໂຮມ ທີ່ເປັນຖານທີ່ໝັ້ນຍຸດທະສາດສຳຄັນ ຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງ.

ພາບປະກອບຂ່າວ

ໃນໄລຍະຕໍ່ມາ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ອີງໃສ່ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປະກອບອາວຸດ ແລະ ຮັບປະກັນໃຫ້ແກ່ການເຮັດສໍາເລັດໜ້າທີ່ຂອງບັນດາກົມກອງ ເຫຼົ່າຮົບອື່ນ ຕີເອົາໄຊຊະນະສົງຄາມຮຸກຮານຂອງຈັກກະພັດອາເມລິກາ ແລະ ລູກມືຂອງພວກມັນ. ເຫຼົ່າຮົບຊ່າງແສງກໍ່ຄືກອງຮ້ອຍ 400 ຈິ່ງໄດ້ຮັບການປັງປຸງທາງດ້ານການຈັດຕັ້ງ ແລະ ຍົກລະດັບຂຶ້ນເປັນກອງພັນນ້ອຍ ໂດຍໃສ່ຊື່ວ່າ: “ກອງພັນນ້ອຍ 19” ໃນວັນທີ 26 ມີນາ 1961 ຢູ່ເຂດໜອງຫຍ້າມ້າ (ຄັງໄຂ ແຂວງຊຽງຂວາງ) ໂດຍແມ່ນ ທ່ານ ຫີນ ອິນສີນາ ເປັນຜູ້ບັນຊາ ແລະ ປະກອບມີ 3 ກອງຮ້ອຍຄື: ກອງຮ້ອຍທີ 1 ເປັນກອງຮ້ອຍ “ສູ້ຮົບ”; ກອງຮ້ອຍທີ 2 ເປັນກອງຮ້ອຍ “ກໍ່ສ້າງຂົວ-ທາງ” ແລະ ກອງຮ້ອຍທີ 3 ເປັນກອງຮ້ອຍ “ເຕັກນິກ”.

ພາບປະກອບຂ່າວ

ເວລານັ້ນຈຳນວນພົນການປະກອບຢູ່ກອງພັນ 400 ທັງໝົດມີ: 248 ສະຫາຍ, ພາຫະນະ ແລະ ເຄື່ອງມືຮັບໃຊ້ໃນໄລຍະນີ້ ກໍ່ມີລັກສະນະກ້າວໜ້າຂຶ້ນກວ່າເກົ່າເຊັ່ນ: ມີການປະກອບເຄື່ອງກວດກູ້ມິນ, ຈັກສິ່ວຫີນ ແລະ ພາຫະນະກົນຈັກຮັບໃຊ້ການກໍ່ສ້າງເສັ້ນທາງ, ຮັບໃຊ້ລຳລຽງ-ຂົນສົ່ງຈຳນວນໜຶ່ງ, ໜ້າທີ່ອັນສຳຄັນຂອງເຫຼົ່າຮົບຊ່າງແສງໃນໄລຍະນີ້ແມ່ນ: ບຸກເບີກເສັ້ນທາງ, ຮັບໃຊ້ໃຫ້ແກ່ການລຳລຽງຂົນສົ່ງ, ກໍ່ສ້າງສິ່ງກີດຂວາງດ້ວຍສຽງແຕກ ແລະ ບໍ່ແຕກ, ກວດກູ້ລະເບີດ, ມິນ, ບົ່ມອອກຈາກເສັ້ນທາງ, ທຳລາຍຂົວ, ຕັດເສັ້ນທາງລຳລຽງຂົນສົ່ງຂອງສັດຕູ ແລະ ເປີດທາງໄຂຜ່ານສະໜາມສິ່ງກີດຂວາງ ໃຫ້ແກ່ທະຫານລາບເຂົ້າບຸກໂຈມຕີສັດຕູ. ນອກນັ້ນ, ຍັງໄດ້ກໍ່ສ້າງຂຸມໃຫ້ຜູ້ບັນຊາ, ຂຸມລົບໄພຕ່າງໆ ລວມທັງບັນດາວຽກງານກໍ່ສ້າງສະຖານພັກເຊົາ ຢູ່ເຂດແນວຫຼັງ.

ພາບປະກອບຂ່າວ

ຜ່ານການຈັດຕັ້ງປະຕິບັດໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າ ເພື່ອພາລະກິດປົດປ່ອຍຊາດ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ລໍາບາກປ່ຽມລົ້ນໄປດ້ວຍນໍ້າໃຈເສຍສະຫຼະນັ້ນ ພະນັກງານ-ນັກຮົບຂອງເຫຼົ່າຮົບຊ່າງແສງ ກໍ່ໄດ້ມີຫຼາຍສະຫາຍໄດ້ຮັບການຄັດເລືອກເປັນນັກຮົບ 3 ເກັ່ງ ແລະ ມີ 1 ກອງຮ້ອຍຄື: ກອງຮ້ອຍ 27 ຊ່າງແສງ ໄດ້ນາມມະຍົດເປັນ “ກອງຮ້ອຍວິລະຊົນ” ປັດຈຸບັນກອງດັ່ງກ່າວໄດ້ປ່ຽນຊື່ມາເປັນ “ກອງພັນ 579” ຕັ້ງຢູ່ບ້ານທ່າງ່ອນ ເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ.

ພາບປະກອບຂ່າວ

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ ກໍ່ຄືໜ້າທີ່ການເມືອງຂອງພັກ, ຂອງກອງທັບໃນໄລຍະໃໝ່ ແລະ ຮັບປະກັນໃຫ້ແກ່ພາລະກິດປົກປັກຮັກສາປະເທດຊາດ ກໍ່ຄືໝາກຜົນຂອງການປະຕິວັດ ແລະ ສ້າງສາພັດທະນາປະເທດຊາດນັ້ນ, ເຫຼົ່າຮົບຊ່າງແສງກໍ່ຄືເຫຼົ່າຮົບອື່ນໆ ຂອງກອງທັບປະຊາຊົນລາວ ຍິ່ງໄດ້ຮັບການປັບປຸງກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວບໍ່ວ່າ ທັງດ້ານການຈັດຕັ້ງ, ດ້ານກຳລັງພົນ, ພາຫະນະ-ເຕັກນິກ, ພາລະບົດບາດ ແລະ ໜ້າທີ່ ກໍ່ໄດ້ເພີ່ມຂຶ້ນຕື່ມ. ຈາກການຈັດຕັ້ງເປັນພະແນກໃນປີ 1962 ແລະ ໃນປີ 1975 ກໍ່ໄດ້ກາຍມາເປັນຫ້ອງການຊ່າງແສງ. ຈາກນັ້ນ, ກໍ່ໄດ້ຮັບການປັບປຸງຍົກລະດັບຂຶ້ນເປັນ “ກົມຊ່າງແສງ” ໃນປີ 1979 ຈົນເຖິງປັດຈຸບັນນີ້.