ຊົມເຊີຍ! ເຈົ້າໜ້າທີ່ເມືອງໂພນທອງທຳລາຍສິນຄ້າໝົດອາຍຸ, ເສື່ອມຄຸນຫຼາຍລາຍການ

114

ເມືອງໂພນທອງ ແຂວງ ຫຼວງພະບາງ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ, ສິນຄ້າລອກຮຽນແບບ, ສິນຄ້າເກືອດຫ້າມ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມລະບຽບການ ຈຳນວນຫຼາຍລາຍການ ລວມມູນຄ່າກວ່າ 2 ລ້ານກີບ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 23 ຕຸລາປີ 2019 ຜ່ານຢູ່ສະໜາມຂີ້ເຫຍື້ອຂອງເມືອງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມມາລີ ຄຳເກັ່ງ ເຈົ້າເມືອງໆໂພນທອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ສິດທິສັກ ສະເຫຼີມສັກ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ກ່າວວ່າ: ສິນຄ້າທີ່ນຳມາທຳລາຍຄັ້ງນີ້ ແມ່ນໄດ້ມາຈາກການລົງກວດກາການຄ້າຂາຍເຄື່ອງບໍລິໂພກຕາມທ້ອງຕະຫຼາດ, ຫ້າງຮ້ານຂາຍເຄື່ອງພາຍໃນເມືອງໂພນທອງ ຂອງຊາວຄ້າຂາຍ.

ເຊິ່ງໄດ້ກວດພົບເຄື່ອງໝົດອາຍຸ ແລະ ເສື່ອມຄຸນຈຳນວນ 20 ກວ່າລາຍການ. ໃນນີ້: ມີປະເພດເຄື່ອງດື່ມ, ປະເພດອາຫານແຫ້ງ ແລະ ເຄື່ອງປຸງແຕ່ງອາຫານ, ປະເພດຢາສູບ ແລະ ສິນຄ້າອື່ນໆອີກລາຍປະເພດ ລວມມູນຄ່າທັງໝົດ 2.547.000 ກີບ.

ຂະນະດຽວກັນ, ທ່ານ ສົມມາລີ ຄຳເກັ່ງ ເຈົ້າໆເມືອງໂພນທອງ ກໍ່ໄດ້ຊີ້ແຈ້ງເຖິງຜົນຮ້າຍຂອງເຄື່ອງບໍລິໂພກທີ່ໝົດອາຍຸ ຫາກນຳມາກີນ ຫຼື ດື່ມແມ່ນມີຜົນຮ້າຍຕໍ່ສຸຂະພາບ. ພ້ອມນັ້ນ, ທ່ານຍັງຮຽກຮ້ອງໃຫ້ພໍ່ຄ້າຊາວຂາຍ ເອົາໃຈໃສ່ໃນການນຳສິນຄ້າມາຈຳໜ່າຍ ໃຫ້ເອົາເຄື່ອງທີ່ມີຄຸນນະພາບ, ມີມາດຕະຖານມາວາງຂາຍໃຫ້ພໍ່ແມ່ປະຊາຊົນຜູ້ບໍລິໂພກ.

ທີ່ມາ: ຂ່າວເມືອງໂພນທອງ