ບໍລິສັດ Rajah & Tann ( ລາວ ) ຈໍາກັດ ຮ່ວມມື ກຸ່ມບໍລິສັດ ພົງສະຫວັນ ຂະຫຍາຍທຸລະກິດທີ່ປຶກສາທາງດ້ານກົດໝາຍ

112

ບໍລິສັດ Rajah & Tann ( ລາວ ) ຈໍາກັດ ເປັນບໍລິສັດໃນເຄືອຂອງ Rajah & Tann ອາຊີ ດໍາເນີນທຸລະກິດກ່ຽວກັບໃຫ້ບໍລິການຄໍາປຶກສາດ້ານກົດໝາຍຢູ່ໃນຂົງເຂດພາກພື້ນ ແລະ ສາກົນ ຖືວ່າເປັນບໍລິສັດຊັ້ນນໍາຂອງໂລກທີ່ມີຜູ້ຊ່ຽວຊານຫຼາຍກວ່າ 750 ຄົນ ທີ່ໃຫ້ບໍລິການຄໍາປຶກສາດ້ວຍປະສົບການສູງຈາກປະເທດກໍາປູເຈຍ, ສປ ຈີນ, ອິນເດຍ, ສປປ ລາວ, ມາເລເຊຍ, ມຽນມາ, ສິງກະໂປ, ໄທ, ຟີລິບປິນ ແລະ ສສ ຫວຽດນາມ ໄດ້ຮ່ວມມືກັບ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ເພື່ອຂະຫຍາຍທຸລະກິດຂອງຕົນໃນ ສປປ ລາວ ທັງເປັນການຂະຫຍາຍຖານລູກຄ້າຂອງບໍລິສັດໃນຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃຫ້ກວ້າງຂວາງຂຶ້ນກວ່າເກົ່າ.

ໃນພິທີ, ທ່ານ Lee Eng Beng ປະທານ ບໍລິສັດ Rajah & Tann ອາຊີ ໄດ້ກ່າວວ່າ: ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບການຮ່ວມມືກັບ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ເຮັດໃຫ້ການເຊື່ອມໂຍງທາງດ້ານທຸລະກິດ ແລະ ການຂະຫຍາຍຖານລູກຄ້າຂອງບໍລິສັດ Rajah & Tann ອາຊີ ໃນຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ກວ້າງ ຂວາງຂຶ້ນກວ່າເກົ່າ ເຊິ່ງພວກເຮົາຫວັງວ່າຈະໄດ້ຮຽນຮູ້ ແລະ ໄດ້ຮັບຜົນປະໂຫຍດຈາກຄວາມຊ່ຽວຊານທາງດ້ານອຸດສາຫະກຳ, ປະສົບການ ແລະ ຄວາມສາມາດທີ່ເຂັ້ມແຂງຂອງ ກຸ່ມບໍລິສັດ ພົງສະຫວັນ.

ຄຽງຄູ່ກັນນັ້ນ, ທ່ານ Lee Hock Chye ຜູ້ອໍານວຍການ ໃຫຍ່ຂອງ ບໍລິສັດ Rajah & Tann ( ລາວ ) ຈໍາກັດ ກ່າວຕື່ມວ່າ: ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ມີເສດຖະກິດເຕີບໂຕຂະຫຍາຍຕົວໄວທີ່ສຸດໃນຂົງເຂດພາກພື້ນ ເຊິ່ງພວກເຮົາມີ ຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ເຮັດວຽກຮ່ວມກັບ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ເພື່ອພ້ອມກັນສະໜອງການບໍລິການໃຫ້ແກ່ລູກຄ້າໃນລາວ ແລະ ຂົງເຂດອິນດູຈີນ ເຊິ່ງການຮ່ວມມືໃນຄັ້ງນີ້ຈະຊ່ວຍໃຫ້ພວກເຮົາສາມາດອາໄສເຄືອຂ່າຍ ແລະ ຄວາມຊ່ຽວຊານທາງດ້ານທຸລະກິດທີ່ເຂັ້ມແຂງຂອງ ກຸ່ມພົງສະຫວັນ ໃຫ້ສາມາດເຂົ້າເຖິງການບໍລິການທາງດ້ານກົດໝາຍທີ່ມີຄຸນນະພາບຂອງ ບໍລິສັດ Rajah & Tann ອາຊີ ຢ່າງກວ້າງຂວາງ.

ຂະນະທີ່, ທ່ານ ສົມບູນ ພົງສະຫວັນ ປະທານຂາຫຸ້ນໃຫຍ່ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ໄດ້ກ່າວວ່າ: ກຸ່ມບໍລິສັດ ພົງສະຫວັນ ເປັນບໍລິສັດທີ່ສະແຫວງຫາໂອກາດຄູ່ຮ່ວມງານ ເພື່ອຂະຫຍາຍທຸລະກິດໃນລາວ ແລະ ສາກົນ ຢູ່ຕະຫຼອດເວລາ ເຊິ່ງຮ່ວມມືກັບ ບໍລິສັດ Rajah & Tann ເປັນບໍລິສັດອັນດັບໜຶ່ງຂອງສິງກະໂປ ທີ່ມີຊື່ສຽງລະດັບໂລກ. ຂະນະດຽວກັນ, ກຸ່ມບໍລິສັດ ພົງສະຫວັນ ໄດ້ເຮັດທຸລະກິດກັບຕ່າງປະເທດເປັນສ່ວນໃຫຍ່ກໍຕ້ອງອີງໃສ່ກົດໝາຍເປັນຫຼັກ ຈຶ່ງເຮັດໃຫ້ພວກເຮົາມີຄວາມໝັ້ນໃຈໃນເລື່ອງຂອງສັນຍາ ຫຼື ເອກະສານຕ່າງໆທີ່ ບໍລິສັດ Rajah & Tann ເປັນຜູ້ໃຫ້ຄໍາປຶກສາ ຫຼື ແນະນໍາບໍລິສັດທີ່ຢາກມາລົງທຶນຢູ່ລາວກໍປະສານງານກັບກຸ່ມບໍລິສັດພວກເຮົາ.

ດ້ານ ທ່ານ ສີວິໄລ ພົມມະຈັກ ຜູ້ອໍານວຍການ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ກ່າວຕື່ມອີກວ່າ: ອີງຕາມການເຊັນບົດບັນທຶກການຮ່ວມມືລະຫວ່າງ ກຸ່ມບໍລິສັດ ພົງສະຫວັນ ກັບ ບໍລິສັດ Rajah & Tann ເມື່ອຕົ້ນເດືອນມັງກອນ 2019 ຜ່ານມາ ເຫັນໄດ້ວ່າມີຜົນງານການຮ່ວມມືທາງທຸລະກິດຫຼາຍດ້ານ ເຊັ່ນ: ການບໍລິການໃຫ້ຄໍາປຶກສາທາງດ້ານກົດໝາຍໃຫ້ແກ່ບໍລິສັດໃນເຄືອ ແລະ ບໍລິສັດອື່ນໆ ໂດຍສະເພາະແມ່ນການບໍລິການໃຫ້ຄໍາປຶກສາທາງດ້ານກົດໝາຍສາກົນ. ສະນັ້ນ, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືດັ່ງກ່າວໃຫ້ມີຄວາມເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆໃນພາກພື້ນ ແລະ ສາກົນ; ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ຈຶ່ງໄດ້ຈັດງານສະຫຼອງການຮ່ວມມືທາງດ້ານທຸລະກິດໃນຄັ້ງນີ້ ຫວັງຢ່າງຍິ່ງວ່າພວກເຮົາຈະໄດ້ຮັບຄວາມຊ່ວຍເຫຼືອໃຫ້ຄໍາປຶກສາດ້ານກົດໝາຍສາກົນຈາກ ບໍລິສັດ Rajah & Tann ( ລາວ ) ຈໍາກັດ ເຊັ່ນ: ສະໜອງຜູ້ຊ່ຽວຊານທາງດ້ານກົດໝາຍ, ການຝຶກອົບຮົມໃຫ້ຄວາມຮູ້ – ວິຊາການດ້ານກົດໝາຍ ແລະ ໃຫ້ຄໍາປຶກສາທາງດ້ານກົດໝາຍຫຼາຍຂຶ້ນ.

ງານສະຫຼອງການຮ່ວມມືທາງດ້ານທຸລະກິດລະຫວ່າງ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະ ບໍລິສັດ Rajah & Tann ( ລາວ ) ຈໍາກັດ ຈັດຂຶ້ນໃນວັນທີ 18 ຕຸລາ 2019 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທ່ານ ສຈ. ປອ. ອ໊ອດ ພົງສະຫວັນ ຜູ້ກໍ່ຕັ້ງກຸ່ມບໍລິສັດ ພົງສະຫວັນ ຈໍາກັດ, ມີບັນດາທູດກໍາປູເຈຍ, ມາເລເຊຍ, ຟີລິບປິນ ປະຈໍາລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

■ ຂໍ້ມູນເພີ່ມຕື່ມຂອງ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ

ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແມ່ນກຸ່ມບໍລິສັດຊັ້ນນໍາທີ່ມີຊື່ສຽງໃນລາວ ເຊັ່ນ: ທະນາຄານ, ປະກັນໄພ, ການຄ້າຂາຍນໍ້າມັນ ແລະ ການຈໍາໜ່າຍນໍ້າມັນ, ກໍ່ສ້າງ, ສາຍການບິນ, ການຂົນສົ່ງ, ການສະໜອງສິນຄ້າ, ອາຫານ, ເຄື່ອງດື່ມ, ໝາກໄມ້, ການສະໜອງໂທລະຄົມມະນາຄົມ ແລະ ອື່ນໆ ທີ່ມີບົດບາດອັນໃຫຍ່ຫຼວງໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງຊາດ ແລະ ສະໜັບສະໜູນຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ນັບມື້ດີຂຶ້ນ.

■ ຂໍ້ມູນເພີ່ມຕື່ມຂອງ ບໍລິສັດ Rajah & Tann ອາຊີ

ບໍລິສັດ Rajah & Tann ( ລາວ ) ຈໍາກັດ ສ້າງຕັ້ງຂຶ້ນໃນປີ 2010 ມີຫ້ອງການຢູ່ນະຄອນຫຼວງວຽງຈັນ ແລະ ມີນັກກົດໝາຍທີ່ມີປະສົບການສູງທັງໃນລາວ ແລະ ຕ່າງປະເທດ ທີ່ໃຫ້ບໍລິການ ຫຼື ຄຳແນະນຳແກ່ລູກຄ້າໃນຫຼາຍໆດ້ານທັງໃນລາວ ແລະ ພາກພື້ນອິນດູຈີນ ເຊິ່ງລວມມີທະນາຄານ, ການເງິນ, ການດໍາເນີນຄະດີທາງການຄ້າ, ໂຄງການກໍ່ສ້າງຕ່າງໆ, ຂົງເຂດຊັບສິນທາງປັນຍາ, ການປັບໂຄງສ້າງ ແລະ ການລົ້ມລະລາຍ.

ໄລຍະຜ່ານມາ, ບໍລິສັດ Rajah & Tann ( ລາວ ) ຈໍາກັດ ໄດ້ຮັບລາງວັນກຽດຕິຍົດຫຼາຍຢ່າງ ເຊັ່ນ: ລາງວັນ “ ບໍລິສັດກົດໝາຍລາວແຫ່ງປີ ” ( Laos Law Firm of the Year ) ຈາກ Asia Law Regional Award 2019; ລາງວັນ “ ບໍລິສັດທີ່ແນະນຳໃຫ້ຢ່າງສູງ ” ( Highly Recommended Firm ) ໃນສາຂາກົດໝາຍທຸລະກິດທົ່ວໄປ ຈາກ Asia Law Profile ແລະ ລາງວັນບໍລິສັດຊັ້ນນໍາ ( Leading Firm ) ຈາກບໍລິສັດກົດໝາຍ 500 ບໍລິສັດກົດໝາຍໃນອາຊີປາຊີຟິກໃນປີ 2019 ( The Legal 500 Asia Pacific in 2019 ). ນອກຈາກນັ້ນ, ຍັງໄດ້ຮັບການຍອມຮັບທາງດ້ານສະຖານະດ້ານການເງິນ ແລະ ການດໍາເນີນທຸລະກິດທີ່ມີຄວາມໝັ້ນຄົງ ເຊິ່ງຮອງຮັບໂດຍລະບົບ IFLR 1000 ແລະ ທາງດ້ານກົດໝາຍທຸລະກິດທົ່ວໄປ ເຊິ່ງຮັບຮອງໂດຍສະພາແຫ່ງອາຊີ – ປາຊີຟິກ ( Chambers Asia-Pacific ).