5 ທັກສະຂອງຄົນເຮັດວຽກແບບມືອາຊີບ

207

ການແຂ່ງຂັນໃນໂລກທຸລະກິດນັ້ນ ຍິ່ງຢູ່ໃນອົງກອນໃຫຍ່ການແຂ່ງຂັນຍິ່ງສູງຫຼາຍຂຶ້ນ ໃຜທີ່ຢາກໄດ້ວຽກດີໃນບໍລິສັດໃຫຍ່ໆກໍຕ້ອງໄດ້ສຶກສາຄົ້ນ ຄວ້າໃຫ້ຫຼາຍ ແລະ ໝັ່ນພັດທະນາຕົນເອງຢູ່ສະເໝີ ເພື່ອໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະທີ່ຈຳເປັນຕໍ່ການເຮັດວຽກ; ຫາກໃຜທີ່ກຽມຕົວມາດີມີພື້ນຖານແໜ້ນກໍຈະໄດ້ປຽບ ມີໂອກາດໄດ້ເຮັດວຽກສູງ ແລະ ເມື່ອໄດ້ເຂົ້າເຮັດວຽກແລ້ວກໍຍັງຄົງຕ້ອງແຂ່ງຂັນ ເພື່ອພັດທະນາຕົນເອງຢ່າງຕໍ່ເນື່ອງ ເພາະຖ້າໃຜຫາກຍັງຊັກຊ້າກໍຄົງຫາໂອກາດກ້າວໜ້າໄດ້ຍາກ.

ຜູ້ອໍານວຍການຂອງ ບໍລິສັດ ນໍາເຂົ້າ – ສົ່ງອອກທ່ານໜຶ່ງໄດ້ເລົ່າສູ່ຟັງກ່ຽວກັບທັກສະທີ່ຈຳເປັນຕໍ່ການແຂ່ງຂັນຂອງຄົນເຮັດວຽກໃນປັດຈຸບັນ ໄດ້ແກ່: ທັກສະໃນການຟັງ, ທັກສະໃນການຂຽນ, ທັກສະໃນການໃຊ້ຄອມພິວເຕີ, ທັກສະໃນການຈັດການກັບບັນຫາ ແລະ ທັກສະໃນການຈັດການກັບເວລາ. ສະນັ້ນ, ຜູ້ທີ່ກຳລັງຊອກຫາວຽກເຮັດຈຶ່ງຄວນກຽມຕົວໃຫ້ພ້ອມຝຶກຝົນ ແລະ ພັດທະນາທັກສະທັງຫຼາຍໃຫ້ມີພ້ອມຢູ່ໃນຕົວ ເພື່ອຈະສາມາດແຂ່ງຂັນກັບຜູ້ອື່ນໄດ້ຢ່າງໝັ້ນໃຈ.

1 ຟັງໃຫ້ເຂົ້າໃຈ.

ທັກສະໃນການຟັງທີ່ດີຈະຊ່ວຍໃຫ້ເຮົາເຮັດວຽກໄດ້ຢ່າງມີປະສິດທິພາບ ຊ່ວຍໃຫ້ເຮົາເຮັດວຽກຮ່ວມກັບຜູ້ອື່ນໄດ້ດີ, ຟັງຫົວໜ້າສັ່ງວຽກເຂົ້າໃຈ, ເວົ້າກັບເພື່ອນຮ່ວມງານຮູ້ເລື່ອງ, ເວົ້າກັບລູກຄ້າລາບລື່ນ ເມື່ອຟັງເຂົ້າໃຈກໍສາມາດຕອບຄຳຖາມໄດ້ຢ່າງຖືກຕ້ອງ ລວມທັງສາມາດຄິດແກ້ບັນຫາໄດ້ຢ່າງເໝາະສົມ ເຊິ່ງທັກສະນີ້ຈຳເປັນຢ່າງຍິ່ງສຳລັບການເຮັດວຽກເປັນທີມງານ ທີ່ຄົນໃນທີມຈະຕ້ອງຟັງກັນໃຫ້ເຂົ້າໃຈໃນວັດຖຸປະສົງເປົ້າໝາຍ ແລະ ວິທີການເຮັດວຽກຂອງທີມ.

2 ຂຽນໃຫ້ຊັດເຈນ.

ບໍ່ວ່າວຽກຂອງເຮົາຈະກຳນົດໃຫ້ເຮົາຕ້ອງໃຊ້ທັກສະການຂຽນໃນຮູບແບບໃດ? ຂໍພຽງຈົດບັນທຶກຂໍ້ຄວາມສັ້ນໆ ຫຼື ການຂຽນລາຍງານເຕັມຮູບແບບ ເພາະຫົວໃຈຂອງການຂຽນກໍຄືການສື່ສານໃຫ້ມີປະສິດທິພາບສາມາດສົ່ງສານໄປຍັງຜູ້ຮັບ ຫຼື ຜູ້ອ່ານໄດ້ຢ່າງຄົບຖ້ວນຊັດເຈນ ກ່ອນຈະຂຽນຈຶ່ງຄວນຈັດລຳດັບຄວາມສຳຄັນຂອງປະເດັນຕ່າງໆທີ່ເຮົາຕ້ອງການຈະບອກເລື່ອງໃດສຳຄັນ ແລະ ເລັ່ງດ່ວນໃຫ້ເອົາຂຶ້ນກ່ອນ; ອີກທັງຍັງຕ້ອງຮູ້ຈັກການສະຫຼຸບໃຈຄວາມສຳຄັນ ລວມເຖິງການອະທິບາຍລາຍລະອຽດປີກຍ່ອຍໃນປະເດັນຕ່າງໆເປັນຂໍ້ໆ ເຊິ່ງຈະເຮັດໃຫ້ຜູ້ອ່ານສາມາດທຳຄວາມເຂົ້າໃຈກັບຂໍ້ມູນທີ່ໄດ້ຮັບງ່າຍຂຶ້ນ.

3 ເຕັກໂນໂລຊີຢ່າໃຫ້ຫຼ້າຫຼັງ.

ປັດຈຸບັນຫາກມີຄວາມຮູ້ພື້ນຖານດ້ານຄອມພິວເຕີຈະບໍ່ພຽງພໍ ເຊັ່ນ: Word, Excel, PowerPoint, Outlook ບໍ່ໄດ້ຊ່ວຍໃຫ້ເຮົາສາມາດແຂ່ງຂັນກັບຜູ້ອື່ນໄດ້ ຕ້ອງຮູ້ຈັກນຳໃຊ້ໂປຣແກຣມໃໝ່ໆ ຫຼື ການໃຊ້ງານໃນລະດັບທີ່ສູງຂຶ້ນ, ຮູ້ເລິກຂຶ້ນຈຶ່ງຈະຊ່ວຍໃຫ້ເຮົາເຮັດວຽກໄດ້ສະດວກວ່ອງໄວ ແລະ ເປັນມືອາຊີບ. ນອກຈາກນີ້, ການຮູ້ເລິກເຊິ່ງໃນໂປຣແກຣມສະເພາະຂອງແຕ່ລະສາຍງານກໍຈຳເປັນຢ່າງຍິ່ງສຳລັບຄົນທີ່ເຮັດວຽກໃນສາຍງານນັ້ນໆອີກດ້ວຍ.

4 ຈັດການກັບບັນຫາໄດ້.

ເມື່ອເຖິງໄລຍະເວລາຈຳເປັນທີ່ຕ້ອງຕັດສິນໃຈກັບບັນຫາ ເຊິ່ງຄົນທີ່ສາມາດປະເມີນສະຖານະການ ຫຼື ເຂົ້າໃຈບັນຫາໄດ້ໄວ, ຄິດແກ້ບັນຫາໄດ້ຢ່າງເດັດຂາດ ແລະ ທັນເວລາ ຈະເປັນຜູ້ທີ່ໂດດເດັ່ນອອກມາຈາກຄົນອື່ນໆ ດັ່ງຄຳກ່າວທີ່ວ່າ “ ສະຖານະການສ້າງວິລະບຸລຸດ ” ຖ້າເຮົາຝຶກຝົນທັກສະການແກ້ບັນຫາຢູ່ຕະຫຼອດ ເຮົາກໍຈະເປັນຄົນຄິດໄວ, ຖີ່ຖ້ວນ, ຮອບດ້ານ ສາມາດຄິດແກ້ບັນຫາໄດ້ຢ່າງເໝາະສົມທັນເວລາ ແລະ ອາດໄດ້ເປັນວິລະບຸລຸດໃນສະຖານະການໃດໜຶ່ງກໍໄດ້.

5 ຈັດສັນເວລາຢ່າງເໝາະສົມ.

ເມື່ອເຮົາຕ້ອງເຮັດວຽກຫຼາຍໆຢ່າງໃນເວລາດຽວກັນ ການຈັດສັນເວລາຢ່າງເໝາະສົມ ຈະເຮັດໃຫ້ເຮົາຜ່ານພົ້ນໄລຍະເວລາທີ່ວຸ່ນວາຍແລ້ວຮູ້ສຶກວ່າວຽກລົ້ນມືໄດ້ຢ່າງບໍ່ຍາກ; ການຈັດສັນເວລາສາມາດເຮັດໄດ້ໂດຍການຈັດລຳດັບຄວາມສຳຄັນຂອງສິ່ງທີ່ຈະຕ້ອງການເຮັດ, ອັນໃດຄວນເຮັດກ່ອນ, ອັນໃດຄວນເຮັດຕາມຫຼັງ ຫຼື ອັນໃດສາມາດມອບໝາຍໃຫ້ຄົນອື່ນເຮັດໄດ້ ເຊິ່ງຈັດລະບຽບຈະຊ່ວຍໃຫ້ເຮົາບໍ່ເສຍເວລາໄປກັບການເຮັດວຽກທີ່ສຳຄັນໄປ ແຖມຍັງມີວຽກສົ່ງທັນຕາມກຳນົດເວລາ ອີກທັງຍັງມີເວລາເຫຼືອສຳລັບການກວດກາຄືນ ແລະ ແກ້ໄຂຂໍ້ຜິດພາດກ່ອນສົ່ງວຽກອີກ.

[ ໂດຍ: ສົມສະຫວິນ ]