ຫວຽດນາມ ທຸ່ມງົບພັດທະນາສະຖານທີ່ທ່ອງທ່ຽວ

115

ລັດຖະບານຫວຽດນາມ ທຸ່ມງົບປະມານຈໍານວນຫຼາຍໃນການພັດທະນາສະຖານທີ່ທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວທັງໃນ ແລະ ຕ່າງປະເທດ, ພ້ອມທັງຕັ້ງເປົ້າອີກ 6 ປີ ຈະມີນັກທ່ອງທ່ຽວຕ່າງປະເທດເດີນທາງໄປທ່ຽວໃນ ຫວຽດນາມ 32 ລ້ານຄົນ.

ທັງນີ້, ຈໍານວນນັກທ່ອງທ່ຽວຈາກທະວີບອາຊີ ເດີນທາງມາ ຫວຽດນາມ ເພີ່ມຂຶ້ນຫຼາຍເມື່ອປີກ່ອນ ໂດຍສະເພາະນັກທ່ອງທ່ຽວຈາກ ສ.ເກົາຫຼີ, ສປ ຈີນ, ມາເລເຊຍ, ສິງກະໂປ ແລະ ຍີ່ປຸ່ນ.

ສໍາລັບກຸ່ມນັກທ່ອງທ່ຽວເອີຣົບ ເດີນທາງມາ ຫວຽດນາມ ກໍມີຈໍານວນເພີ່ມຂຶ້ນເຊັ່ນກັນ ແຕ່ມີຈໍານວນໜ້ອຍກວ່າກຸ່ມນັກທ່ອງທ່ຽວຈາກອາຊີ ເມື່ອປຽບທຽບກັນປະກອບມີນັກທ່ອງທ່ຽວຈາກ ອິຕາລີ, ຣັດເຊຍ, ຝຣັ່ງ ແລະ ເຢຍລະມັນ.

ຂະນະທີ່ປັດໄຈສໍາຄັນທີ່ດຶງດູດນັກທ່ອງທ່ຽວຈາກຕ່າງປະເທດມາ ຫວຽດນາມ ເຊັ່ນ: ການຈັດກິດຈະກໍາສະໜັບສະໜູນການທ່ອງທ່ຽວຕ່າງໆ. ນອກຈາກນີ້, ວາລະສານການທ່ອງທ່ຽວຕ່າງປະເທດທີ່ມີຊື່ສຽງຍັງຈັດອັນດັບ ຫວຽດນາມ ໃຫ້ເປັນ 1 ໃນ 20 ປະເທດທີ່ງົດງາມທີ່ສຸດໃນໂລກ ປະຈໍາປີ 2017 ປຸກກະແສການທ່ອງທ່ຽວໃນ ຫວຽດນາມ ຢ່າງຄຶກຄັກນໍາອີກ.