ທ້າຍເດືອນຕຸລານີ້ ອັງກິດ ອອກຈາກ ອີຢູ ແນ່ນອນ

51

ການນໍາລະດັບສູງຂອງ ອັງກິດ ຢືນຢັນວ່າ: ທ່ານ ບໍຣິດ ຈອນສັນ ນາຍົກລັດຖະມົນຕີ ຈະເດີນໜ້າອອກຈາກສະຫະພາບເອີຣົບ ຫຼື ອີຢູ ຕາມກໍານົດເກົ່າຄື ໃນວັນທີ 31 ເດືອນຕຸລານີ້ ແລະ ເນັ້ນຢໍ້າວ່າຈົດໝາຍທີ່ສົ່ງເຖິງ ອີຢູ ເພືີ່ອຂໍເລື່ອນພຽງເຮັດຕາມມະຕິຂອງສະພາເທົ່ານັ້ນ.

ທ່ານ ໄມເຄິນ ໂກບ ລັດຖະມົນຕີ ປະຈໍາສໍານັກງານນາຍົກຂອງ ອັງກິດ ແລະ ເປັນຜູ້ຮັບຜິດຊອບຫຼັກໃນການກຽມຕົວອອກຈາກ ອີຢູ ໃຫ້ສໍາພາດໃນລາຍການຂ່າວຫຼາຍແຫ່ງໃນປະເທດ ເມື່ອບໍ່ດົນມານີ້ວ່າ: ລັດຖະບານພາຍໃຕ້ການນໍາຂອງ ທ່ານ ບໍຣິດ ຈອນສັນ ຈະນໍາອັງກິດອອກຈາກ ອີຢູ ໃນທ້າຍເດືອນນີ້ ເນື່ອງຈາກລັດຖະບານມີທ່າແຮງພຽງພໍໃນການເຮັດແບບນັ້ນ.

ຂະນະທີ່ ທ່ານ ໂກບ ກ່າວເຖິງການສົ່ງຈົດໝາຍເຖິງ ທ່ານ ໂດນັນ ທັດ ປະທານຄະນະມົນຕີ ເອີຣົບ ວ່າເປັນພຽງການປະຕິບັດຕາມມະຕິຂອງສະພາເທົ່ານັ້ນ, ແຕ່ຕອນນີ້ບໍ່ມີສິ່ງໃດສາມາດປ່ຽນແປງ ຄວາມຕັ້ງໃຈຂອງຜູ້ນໍາ ແລະ ຄະນະ ເຊິ່ງກຽມການທັງໝົດເພື່ອການນໍາບ້ານເມືອງກ້າວຕໍ່ໄປຂ້າງໜ້າ ຫຼັງການອອກຈາກ ອີຢູ ຕາມກໍານົດໝາຍຄືເດືອນນີ້.

ທ່ານ ໂກບ ກ່າວຕື່ມວ່າ: ທ່ານນາຍົກ ກຽມຊຸກຍູ້ການແປມະຕິຮ່າງກົດໝາຍ ກ່ຽວກັບຄວາມປ່ຽນແປງພາຍໃນປະເທດຫຼັງຈາກອອກຈາກ ອີຢູ.