ຫ້ອງວ່າການແຂວງໄຊຍະບູລີ ແຕ່ງຕັ້ງຄະນະພັກຮາກຖານ

157

ວັນທີ 23 ຕຸລາ 2019 ນີ້, ທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດພິທີປະກາດແຕ່ງຕັ້ງຄະນະພັກຮາກຖານຫ້ອງວ່າການຂຶ້ນ, ເປັນກຽດເຂົ້າຮ່ວມມີ ທ່ານ ເພັດພິໄຊ ສູນວິໄລ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານຫ້ອງວ່າການແຂວງ, ມີບັນດາເລຂາໜ່ວຍພັກ, ຫົວໜ້າ – ຮອງຫົວໜ້າຂະແໜງການ ແລະ ສະມາຊິກພັກພາຍໃນຄະນະພັກຮາກຖານຫ້ອງວ່າການເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ສຸກສົມພອນ ທອງຄໍາ ຄະນະພັກຮາກຖານຫ້ອງວ່າການ, ຫົວໜ້າຫ້ອງການ ປກຊ – ປກສ ໄດ້ຂຶ້ນຜ່ານມະຕິບົ່ງຕົວແຕ່ງຕັ້ງຂອງຄະນະປະຈໍາພັກແຂວງ 5 ສະບັບ ຄື: ອະນຸມັດບົ່ງຕົວແຕ່ງຕັ້ງ ທ່ານ ໂອນາ ທອງດາ ເປັນຮອງເລຂາຄະນະພັກຮາກຖານ, ທ່ານ ນາງ ວົງພັນ ສັນຕິສຸກ, ທ່ານ ເມກ ເກດຕາໄຊ, ທ່ານ ພອນສະຫວັນ ໄຊສົມພັນ ແລະ ທ່ານ ປີຊາ ປັນຍາແກ້ວ ເປັນຄະນະພັກຮາກຖານຫ້ອງວ່າການແຂວງໄຊຍະບູລີ.

ຜ່ານຂໍ້ຕົກລົງຂອງຫົວໜ້າຫ້ອງວ່າການແຂວງ ສະບັບເລກທີ 634/ຫວຂ.ຊຍ ລົງວັນທີ 20 ກັນຍາ 2019 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະຫ້ອງວ່າການແຂວງ, ຫົວໜ້າຫ້ອງວ່າການແຂວງໄຊຍະບູລີ ຕົກລົງເຫັນດີແບ່ງຄວາມຮັບຜິດຊອບໃຫ້ຄະນະຫ້ອງວ່າການ ຄື: ທ່ານ ເພັດພິໄຊ ສູນວິໄລ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງຊີ້ນໍາລວມ, ລົງເລິກວຽກງານການເມືອງ – ແນວຄິດ, ການຈັດຕັ້ງ, ຄົ້ນຄວ້າ ແລະ ກວດຜ່ານເອກະສານໃຫ້ຄະນະປະຈໍາພັກແຂວງ, ເລຂາ – ຮອງເລຂາພັກແຂວງ, ເຈົ້າແຂວງ – ຮອງເຈົ້າແຂວງ ແລະ ຮັບຜິດຊອບວຽກງານປ້ອງກັນຄວາມສະຫງົບ, ວຽກພັກ – ພະນັກງານ, ຂະແໜງຈັດຕັ້ງ – ກວດກາ.

ທ່ານ ໂອນາ ທອງດາ ຮອງຫົວໜ້າຫ້ອງວ່າການຊີ້ນໍາວຽກງານບໍລິຫານ ແລະ ສັງລວມເສດຖະກິດ.

ທ່ານ ພອນສະຫວັນ ໄຊສົມພັນ ຮອງຫົວໜ້າຫ້ອງວ່າການຊີ້ນໍາຂະແໜງຄົ້ນຄວ້າ – ສັງລວມ, ລົງເລິກວຽກງານວັດທະນະທໍາ – ສັງຄົມ, ວຽກງານຕຸລາການ ແລະ ເປັນຜູ້ປະສານງານສະພາປະຊາຊົນແຂວງ.

ທ່ານ ເມກ ເກດຕາໄຊ ຮອງຫົວໜ້າຫ້ອງວ່າການຊີ້ນໍາຂະແໜງກໍ່ສ້າງຮາກຖານການເມືອງ, ຂົງເຂດວຽກງານບໍລິຫານລັດ ແລະ ການປົກຄອງທ້ອງຖິ່ນ, ຮັບຜິດຊອບວຽກງານອົງການຈັດຕັ້ງມະຫາຊົນຂອງຫ້ອງວ່າການແຂວງ.

[ ໂດຍ: ອຸ່ນເຮືອນ ໂພທິລັກ ]