ຮູ້ຈັກ ໜຸ່ມຕ້າ ຜູ້ຄວ້າ 2 ລາງວັນຈາກເວທີ Mr. Working Men International 2019

202

ໜຸ່ມທີ່ໜ້າຈັບຕາ, ຕິດຕາມທີ່ສຸດໃນຕອນນີ້ ຕ້ອງໜຸ່ມຄົນນີ້ເລີຍທີ່ຫາກໍຄວ້າ 2 ລາງວັນຈາກເວທີປະກວດ Mr. Working Men International 2019 ຈັດຂຶ້ນທີ່ກຸງເທບ, ປະເທດໄທ ຮອບຕັດສິນໃນວັນທີ 21 ຕຸລາ 2019 ຜ່ານມານີ້

ເຊິ່ງຕົວແທນຈາກປະເທດເຮົາແມ່ນ ໜຸ່ມຕ້າ ພີມມະສອນ ສີງສະຫວັນ Mr. Working Men International Laos 2019 ສາມາດຄວ້າ 2 ລາງວັນມາໄດ້ຄືລາງວັນ ໜຸ່ມອັດທະຍາໄສດີ Mr. Friendly Guy ແລະ ລາງວັນທູດສາຍສຳພັນລະຫວ່າງລາວ-ໄທ Ambassador Relationship Thai-Laos ໃນການປະກວດຄັ້ງນີ້ ຈາກຜູ້ເຂົ້າແຂ່ງຂັນຫຼາຍກວ່າ 25 ປະເທດ.

ໜຸ່ມຕ້າບອກກັບທີມຂ່າວເຮົາວ່າ: ຕ້າ ອາຍຸ 21 ປີ ຮຽນຢູ່ມະຫາໄລເເຫ່ງຊາດ ປີທີ 3 ສາຂາ ການກວດສອບ ຄະນະເສດຖະສາດ ເເລະ ບໍລິຫານທຸລະກິດ, ປັດຈຸບັນຢູ່ ບ້ານ ໂພນສະຫວັນເໝືອ ນະຄອນຫຼວງວຽງຈັນ

ເຫດຜົນທີ່ໄດ້ມາປະກວດໃນເວທີນີ້ ຈຸດເລີ່ມຕົ້ນຄື ຕ້າໄດ້ລາງວັນທີ 2 ຂອງການແຂ່ງຂັນ The Barber Laos ທາງອ້າຍຍົມທີ່ເປັນເຈົ້າຂອງຮ້ານເຫັນໄດ້ເຖິງເຫມາະສົມເພີ່ນກໍເລີຍສົ່ງຕ້າໄປປະກວດໃນເວນີ້

.

ເຊິ່ງເປັນຄັ້ງທໍາອິດທີ່ຕ້າໄດ້ໄປປະກວດເທິງເວທີຕ່າງປະເທດ ມັນໂຄດຕື່ນເຕັ້ນ ທ້າທາຍເລີຍ ແຕ່ກໍເປັນປະສົບການທີ່ດີສໍາລັບຕ້າ ຕ້າໄດ້ຄວາມຮູ້, ບົດຮຽນ, ວິທີຍ່າງ ໂພສທ່າ ບຸກຄະລິກທ່າທາງຕ່າງທີ່ດີຂຶ້ນ ເຮັດໃຫ້ຕ້າມີລະບຽບຫຼາຍຂຶ້ນ, ຫຸ່ນດີ ທີ່ສໍາຄັນໄດ້ຮູ້ຈັກໝູ່ເພື່ອນ ມິດຕະພາບໃໝ່ໆທີ່ເປັນຊາວຕ່າງຊາດຫຼາຍຂຶ້ນພ້ອມ

ສໍາລັບເຄື່ອງດົນຕີ ຄາລິເນັດ “Clarinet” ທີ່ໃຊ້ໂຊໃນຮອບ Telent’s Round ຕ້າເຜີຍວ່າ: ທໍາອິດ ຄາລິເນັດ “Clarinet” ເປັນເຄື່ອງດົນຕີທີ່ຕ້າບໍ່ໄດ້ຕັ້ງໃຈທີ່ຈະຫຼິ້ນ ຕອນນັ້ນຈະໄປຮຽນຕີກອງ ເເຕ່ບໍ່ມີຄູສອນຕ້າເລີຍໄປເປົ່າຄາຮິເນັດ

ຫລີ້ນໄປຫຼິ້ນມາ… ເອີ່ ຕ້າກໍຮູ້ສືກວ່າມັນມວ່ນ, ເປົ່າໄດ້ ແລະ ຕ້າມັກຮັກໃນສງຽດົນຕີຢູ່ແລ້ວ ຕ້າເລີຍຮຽນເປົ່າມາເລີຍຕັ້ງເເຕ່ປີ1 ຕອນນີ້ ປີ3 ນອກຈາກນັ້ນຕ້າສາມາດດີດກີ່ຕ້າໄດ້ນອ້ ແລະ ຝັນໄວ້ວ່າຢາກເປັນມືກີ່ຕ້າເກັ່ງໆ ແລ້ວເປັນຄູສອນກີ່ຕ້າ.

.

ເລື່ອງວົງການບັນເທິງຫວາ ຕ້າເອງກໍ່ຢາກເປັນນັກສະເເດງ ເເລະ ນາຍເເບບຄວບຄູ່ກັນໄປຖ້າມີໂອກາດ.

ເຄັບລັບໃນການຮັກສາຜິວພັນ ແລະ ຮ່າງກາຍຂອງຕ້າ ກໍຄືການກິນກິລາ, ອອກກໍາລັງກາຍ, ພັກຜ່ອນໃຫ້ພຽງພໍ ກິນນໍ້າຫຼາຍໆ ບໍ່ຄ່ອຍໄດ້ໃຊ້ເຄື່ອງສໍາອາງຫຍັງຫຼາຍ…

.

ຕ້າມີອ້າຍເອືອ້ຍນອ້ງ 5 ຄົນ, ຕ້າເປັນຄົນກາງ ຫຼາຍຄົນເຂົ້າໃຈວ່າຕ້າເປັນຄົນຈາກພາກໃຕ້ ແຕ່ຄວາມຈິງແລ້ວຕ້າເກີດຢູ່ນະຄອນຫຼວງ ເປັນຄົນນະຄອນຫຼວງ ແຕ່ໄປຮຽນຢູ່ປາກເຊ ແຂວງຈໍາປາສັກຕັ້ງແຕ່ນ້ອຍ ຈົບ ມ 7 ແລ້ວຈຶ່ງມາຮຽນຕໍ່ທີ່ມະຫາວິທະຍາໄລ ເຮັດໃຫ້ມີສຽງປາກເວົ້າເປັນໄທໃຕ້.

.