ນໍ້າປະປານະຄອນຫຼວງ ເລັ່ງແກ້ໄຂບັນຫາວິກິດນ້ຳແຫ້ງ

378

ດັ່ງທີ່ຫຼາຍທ່ານຮັບຮູ້ນຳກັນແລ້ວວ່າ ປີນີ້, ມີຝົນຕົກນ້ອຍ ສົ່ງຜົນໃຫ້ພື້ນທີ່ຕ່າງໆປະສົບກັບໄພແຫ້ງແລ້ງ ບໍ່ສາມາດທຳການຜະລິດໄດ້, ຂະນະທີ່ນໍ້າງື່ມກໍ່ນັບມື້ນັບບົກແຫ້ງລົງ ເຮັດໃຫ້ພໍ່ແມ່ປະຊາຊົນ ແລະ ຫົວໜ່ວຍທຸລະກິດ ທີ່ຊົມໃຊ້ນໍ້າງື່ມໄດ້ຮັບຜົນກະທົບພໍສົມຄວນ ໂດຍສະເພາະແມ່ນບັນຫາການສະໜອງນໍ້າປະປາບາງພື້ນທີ່ໃນນະຄອນລວງວຽງຈັນ ບໍ່ພຽງພໍຕໍ່ກັບຄວາມຕ້ອງການຂອງຜູ້ຊົມໃຊ້.

ປັດຈຸບັນ, ຫຼາຍເຂດໃນນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ ເມືອງ ໄຊທານີ, ໄຊເສດຖາ ແລະ ຈັນທະບູລີ ແມ່ນກຳລັງໄດ້ຮັບຜົນກະທົບຈາກນ້ຳປະປາບໍ່ມາ ຫຼື ມາບໍ່ພຽງພໍ. ເນື່ອງຈາກໂຮງງານຜະລິດນ້ຳປະປາດົງໝາກຄາຍ ບໍ່ສາມາດຜະລິດນ້ຳປະປາໄດ້ ຍ້ອນນ້ຳງື່ມແຫ້ງຜິດປົກກະຕິ ນັບແຕ່ວັນທີ 20 ຕຸລາ ເປັນຕົ້ນມາ.

ເຊິ່ງກ່ອນໜ້ານີ້, ລັດວິສາກະກິດ ນໍ້າປະປານະຄອນຫຼວງວຽງຈັນ ກໍ່ໄດ້ອອກແຈ້ງການສະບັບເລກທີ 0755/ນປ.ນຄ ລົງວັນທີ 19 ກໍລະກົດ 2019 ເຖິງພະນັກງານ, ທະຫານ,ຕຳຫຼວດ, ພໍ່ແມ່ປະຊາຊົນ ແລະ ຫົວໜ່ວຍທຸລະກິດທີ່ຊົມໃຊ້ ນໍ້າປະປາ ໃນນະຄອນຫຼວງວຽງຈັນວ່າ ໄລຍະນີ້ ແມ່ນໍ້າຂອງມີລະດັບຕໍ່າແຫ້ງຫຼາຍ ເຊິ່ງເປັນສາເຫດໃຫ້ໂຮງງານຜະລິດນໍ້າປະປາບໍ່ໄດ້ເຕັມສ່ວນ. ແຕ່ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ຈະເຮັດຈົນສຸດຄວາມສາມາດ ເພື່ອໃຫ້ການຜະລິດນໍ້າ ໃຫ້ເປັນປົກກະຕິ.

ພ້ອມດຽວກັນນີ້, ຂໍຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງໃຊ້ນໍ້າດ້ວຍຄວາມປະຢັດ ແລະ ກະກຽມອຸປະກອນໂຕ່ງນໍ້າໄວ້ໃຊ້ໃຫ້ພຽງພໍ ຈົນກວ່າລະດັບແມ່ນໍ້າຂອງຈະມາເປັນປົກກະຕິ.

ຢ່າງໃດກໍ່ຕາມ ເພື່ອຫາທາງແກ້ໄຂບັນຫາທີ່ເກີດຂຶ້ນ ມື້ນີ້ ວັນທີ 23 ຕຸລາ 2019 ບັນດາພາກສ່ວນກ່ຽວຂ້ອງໄດ້ປະຊຸມຮ່ວມກັບເຂື່ອນໄຟຟ້ານ້ຳງື່ມ ຫວັງວ່າສະຖານະການນໍ້າໃນນະຄອນຫຼວງວຽງຈັນຈະດີຂຶ້ນ.