ບໍລິສັດ ເບຍລາວ ສືບຕໍ່ມອບທືນການສຶກສາ ໃຫ້ກັບນັກສືກສາ ມະຫາວິທະຍາໄລ ສຸພານຸວົງ ແຂວງຫລວງພະບາງ ຖືວ່າຄັ້ງນີ້ ເປັນຄັ້ງທີ X ໃນທ້າຍອາທິດທີ່ຜ່ານມາ
ໃຫ້ກຽດເຂົ້າຮ່ວມ ມອບ-ຮັບທືນຄັ້ງນີ້ມີ ທ່ານ ສີອານຸວົງ ສະຫວັດວົງ ຮອງອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງຝ່າຍວິຊາການ, ທ່ານ ສິດທິໄຊ ເກດຕະວົງ ຜູ້ອໍານວຍການຝ່າຍກິດຈະກໍາເພຶ່ອສັງຄົມ ແລະ ຄວາມຍຶນຍົງ ຂອງບໍລິສັດເບຍລາວ, ທ່ານ ວຽງເພັດ ພັນທະວົງ ຜູ້ອຳນວຍການຝ່າຍບໍລິຫານ ພ້ອມດ້ວຍຄູອາຈານ ພະນັກງານ ແລະ ນັກສືກສາ ເຂົ້າຮ່ວມໃນພິທີ.
ສໍາລັບນັບຕັ້ງແຕ່ ສົກປີ 2010-2011 ຫາ 2018-19 ບໍລິສັດເບຍລາວໄດ້ມອບທືນໃຫ້ນັກສຶກສາທັງຫມົດ 377 ຄົນ ເປັນຍິງ 151 ຄົນ ແລະ ໃນປີນີ້ ນັກສືກສາມະຫາວິທະຍາໄລສຸພານຸວົງໄດ້ຮັບທືນ 55 ທືນ ຍິງ 28 ຄົນ ລວມ 849.100.000 ກີບ ເຊິ່ງບໍລິສັດເບຍາວ ຍັງຈະສືບຕໍ່ມອບທືນໃຫ້ກັບນັກຮຽນທີ່ຮຽນດີຮຽນເກັ່ງແຕ່ຂາດທືນການສຶກສາ ຕະຫລອດໄປ