ນັກສຶກສາລາວ ຄວ້າ 1 ຫຼຽນຄໍາ – 2 ຫຼຽນເງິນ ແຂ່ງຂັນກີລາມິດຕະພາບ ທີ່ຣັດເຊຍ

169

ນັກສຶກສາລາວທີ່ກຳລັງຮຽນຕໍ່ຢູ່ ປະເທດຣັດເຊຍ ສ້າງຜົນງານໂດດເດັ່ນຄວ້າ 1 ຫຼຽນຄຳ ແລະ 2 ຫຼຽນເງິນ ໃນການແຂ່ງຂັນກີລາມິດຕະພາບ ທີ່ນະຄອນຫຼວງມົດສະກູ ປະເທດຣັດເຊຍ ເພື່ອສ້າງບັນຍາກາດສະເຫຼີມສະຫຼອງວັນກອງທັບ ອິນໂດເນເຊຍ ຄົບຮອບ 74 ປີ ເມື່ອວັນທີ 20 ຕຸລາ 2019.

ການແຂ່ງຂັນລາຍການດັ່ງກ່າວມີນັກສຶກສາຈາກ 7 ປະເທດເຂົ້າຮ່ວມ ຄື: ສປປ ລາວ, ຫວຽດນາມ, ກຳປູເຈຍ, ມຽນມາ, ມາເລເຊຍ, ອັຟການິດສະຖານ ແລະ ອິນໂດເນເຊຍ ເຈົ້າພາບ ໂດຍມີການແຂ່ງຂັນ 3 ປະເພດກີລາ ເຊັ່ນ: ບານເຕະ, ຕີດອກປີກໄກ່ ແລະ ປິ່ງປ່ອງ. ສະເພາະກຸ່ມນັກສຶກສາລາວ ສົ່ງເຂົ້າຮ່ວມ 2 ປະເພດ ຄື: ກີລາດອກປີກໄກ່ ແລະ ປິ່ງປ່ອງ.

ຜ່ານການແຂ່ງຂັນປາກົດວ່າ: ນັກສຶກສາລາວ ສາມາດຍາດໄດ້ 1 ຫຼຽນຄຳ ແລະ 2 ຫຼຽນເງິນ ຈາກກີລາດອກປີກໄກ່ທັງໝົດ ໂດຍຫຼຽນຄຳໄດ້ຈາກປະເພດຄູ່ປະສົມຊາຍ – ຍິງ ທີ່ສາມາດຊະນະຄູ່ແຂ່ງເຖິງ 4 ຄູ່ ເຊັ່ນ: ຊະນະຫວຽດນາມ ທີມ B 21 – 11, ຊະນະ ກຳປູເຈຍ ທີມ A 21 – 6, ຊະນະ ອິນໂດເນເຊຍ ທີມ A 21 – 13 ແລະ ຮອບຊີງຊະນະເລີດແຂ່ງແບບ 2 ໃນ 3 ເກມ ຊະນະຫວຽດນາມ ທີມ B 21 – 1 ແລະ 21 – 16, ສ່ວນ 2 ຫຼຽນເງິນໄດ້ຈາກປະເພດຄູ່ຍິງ ແລະ ປະເພດຊາຍດ່ຽວ.

ການແຂ່ງຂັນກີລາມິດຕະພາບຂອງນັກສຶກສາລາວຢູ່ຣັດເຊຍ ມີການເຄື່ອນໄຫວເປັນປະຈຳທຸກປີ, ມີຫຼາກຫຼາຍລາຍການໃນຫຼາຍປະເພດກີລາ ທັງລະດູໜາວ ແລະ ລະດູຮ້ອນ ເຊິ່ງກ່ອນໜ້ານີ້ນັກສຶກສາລາວ ກໍສາມາດຍາດໄດ້ອັນດັບ 2 ໃນການແຂ່ງຂັນກີລານັກສຶກສາອາຊຽນ ຢູ່ຣັດເຊຍ ໂດຍໝູນວຽນສັບປ່ຽນກັນເປັນເຈົ້າພາບ.

ປັດຈຸບັນມີນັກສຶກສາລາວ  ຈໍານວນ 400 ກວ່າຄົນ ສຶກສາຢູ່ປະເທດຣັດເຊຍ ໃນຫຼາຍສາຂາອາຊີບ ເປັນຕົ້ນແມ່ນພົວພັນສາກົນ, ສາທາລະນະສຸກ, ວິທະຍາສາດ – ເຕັກໂນໂລຊີ, ເສດຖະກິດ – ການຄ້າ, ການທະຫານ ແລະ ອື່ນໆ. ສະເພາະສົກປີ 2019 ມີນັກສຶກສາລາວ ຈຳນວນ 92 ຄົນ ໄດ້ເດີນທາງໄປສຶກສາຕໍ່ຢູ່ຣັດເຊຍ ໃນຫຼາຍສາຂາວິຊາ ເປັນຕົ້ນ: ແພດສາດ, ນິຕິສາດ, ລັດຖະສາດ, ສະຖາປັດຕະຍະກຳສາດ ແລະ ສາຂາວິຊາອື່ນໆ.

( ຂ່າວ: ເອກກະສັນ, ຮຽບຮຽງ: ຄໍາສອນ )

( ຮູບຈາກ: Xayyasith Banyavong )