ມອບ-ຮັບ ອາຄານຮຽນຫຼັງໃໝ່ໃຫ້ໂຮງຮຽນ ມສ ນາຄ່ອນ ເມືອງໝອກ ແຂວງຊຽງຂວາງ

269

ພິທີມອບ-ຮັບ ອາຄານຮຽນຫຼັງໃໝ່ໃຫ້ໂຮງຮຽນມັດທະຍົມສົມບູນ(ມສ) ນາຄ່ອນ ເມືອງໝອກ ແຂວງຊຽງຂວາງ ໄດ້ຊົມໃຊ້ເປັນທາງການ ມີຂຶ້ນໃນວັນທີ 18 ຕຸລາ 2019 ຜ່ານມາທີ່ໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາແພງ ໄຊຍະຜອງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆໝອກ, ທ່ານ ທອງສີ ພັນທະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ(ສກຂ), ທ່ານ ໄທວ່າງ ກ່າຊົວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໝອກ, ທ່ານ ສີພັນດອນ ທໍາມະວົງ ອໍານວຍການບໍລິສັດ ໂຊກໄຊຄໍາ ກໍ່ສ້າງ ຈໍາກັດ, ມີຂະແໜງ ການທີ່ກ່ຽວຂ້ອງຂອງເມືອງ, ຄູອາຈານສອນ ແລະ ນັກຮຽນເຂົ້າຮ່ວມນໍາ.


ໃນພິທີ ທ່ານ ສີພັນດອນ ທໍາມະວົງ ອໍານວຍການ ບໍລິສັດ ໂຊກໄຊຄໍາ ກໍ່ສ້າງຈໍາກັດ ໄດ້ຂຶ້ນນຜ່ານບົດລາຍງານການກໍ່ສ້າງອາຄານຮຽນ ມສ ນາຄ່ອນ ເມືອງໝອກ ຫຼັງໃໝ່ ເຊິ່ງເລີ່ມລົງມືກໍ່ສ້າງມາແຕ່ວັນທີ 10 ພຶດສະພາ 2018 ເຖິງວັນທີ 18 ຕຸລາ 2019 ເປັນເວລາ 17 ເດືອນ ການກໍ່ສ້າງໄດ້ສໍາເລັດ 100%.

ອາຄານຮຽນຫຼັງດັ່ງກ່າວນີ້ເປັນອາຄານຮຽນຖາວອນ 2 ຊັ້ນ, ມີຂະໜາດ 9,5 x 48,25 ແມັດ, ລວມມີ 11 ຫ້ອງຮຽນ, 1 ຫ້ອງຄອມພີວເຕີ່, 4 ຫ້ອງນໍ້າ. ການກໍ່ສ້າງແມ່ນກໍ່ດ້ວຍດິນຈີ່, ເທດ້ວຍເບຕົງເສີມເຫຼັກ, ມຸງດ້ວຍກະເບື້ອງ ແລະ ປະຕິບັດຕາມແຜນຜັງ ການກໍ່ສ້າງ 100%, ລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ 400 ລ້ານກວ່າກີບ(4 ຕື້ກ່ວາກີບ), ເປັນທຶນຂອງລັດຖະບານແຫ່ງ ສ ປ ປ ລາວ ໃຫ້ການຊ່ວຍເຫຼືອ, ໂດຍແມ່ນບໍລິສັດ ໂຊກໄຊຄໍາ ກໍ່ສ້າງຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ, ຫຼັງຈາກນັ້ນ ບໍລິສັດຮັບເໝົາກໍ່ສ້າງກໍໄດ້ມອບອາຄານຮຽນຫຼັງດັ່ງກ່າວໃຫ້ເຈົ້າຂອງໂຄງການ ແລະ ເຈົ້າຂອງໂຄງການກໍໄດ້ມອບຕໍ່ໃຫ້ພາກສ່ວນກ່ຽວຂ້ອງໄດ້ຊົມໃຊ້ເປັນທາງການ.


ໂອກາດນີ້ ທ່ານ ຄໍາແພງ ໄຊຍະຜອງ ໄດ້ໃຫ້ກຽດໂອ້ລົມ ປະກອບຄໍາຄິດຄໍາເຫັນ ກ່ອນອື່ນທ່ານໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງນໍາລັດຖະບານລາວທີ່ໄດ້ເປັນຫ່ວງເປັນໄຍທຸ່ມງົບປະມານອັນມະຫາສານເຂົ້າໃນການກໍ່ສ້າງອາຄານຮຽນໃຫ້ໂຮງຮຽນ ມສ ນາຄ່ອນ ເມືອງໝອກ ເປັນການອໍານວຍຄວາມສະດວກໃຫ້ລູກຫຼານນັກຮຽນໃນການສຶກສາຮໍ່າຮຽນ, ທ່ານຍັງໄດ້ຍ້ອງຍໍຊົມເຊີຍຕໍ່ບໍລິສັດຮັບເໝົາກໍ່ສ້າງທີ່ໄດ້ເອົາໃຈໃສ່ໃນການກໍ່ສ້າງທັນຕາມກໍານົດເວລາ ແລະ ຖືກຕາມຮູບແບບທຸກຂັ້ນຕອນ ພ້ອມທັງຮຽກຮ້ອງໃຫ້ອໍານາດການປົກຄອງບ້ານກໍຄືຜູ້ບໍລິຫານໂຮງ ຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງປົກປັກຮັກສາອາຄານຮຽນໃຫ້ສະອາດສວຍງາມ ພ້ອມທັງນໍາໃຊ້ໃຫ້ມັນຄຸ້ມຄ່າ ແລະ ເກີດຜົນປະໂຫຍດສູງສຸດ.

(ພາບ – ຂ່າວ: ສີອໍາພອນ ແກ້ວມາລາ, ສກມ ໝອກ)