ກັງວົນຄ່າຄອງຊີບອາດສູງຂຶ້ນ

0
189

ປີ 2019 ທົ່ວປະເທດປະສົບກັບໄປພິບັດຢ່າງໜັກໜ່ວງ ໂດຍສະເພາະໄລຍະລະດູການຜະລິດຢູ່ພາກເໜືອຕ້ອງປະເຊີນກັບລະດູແລ້ງແກ່ຍາວ ລວມທັງຍັງຕ້ອງປະເຊີນໜ້າກັບສັດຕູພືດ, ສ່ວນຢູ່ແຂວງພາກໃຕ້ ເນື້ອທີ່ການຜະລິດຫຼາຍພັນເຮັກຕາຖືກນ້ຳຖ້ວມຜົນຜະລິດເສຍຫາຍໜັກໜ່ວງ ສົ່ງຜົນໃຫ້ຫຼາຍຄົນກັງວົນການສະໜອງສະບຽງອາຫານ ໂດຍສະເພາະເຂົ້າ ແລະ ພືດຜັກອາດຂາດຕະຫຼາດ. ຄຽງຄູ່ກັນນັ້ນ, ຄ່າເງິນກີບຍັງອ່ອນຄ່າຕໍ່ເນື່ອງອາດຍູ້ດັນໃຫ້ຄ່າຄອງຊີບສູງຂຶ້ນໃນປີໜ້າ.

ອີງຕາມໜັງສືລາຍງານຂອງກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງວັນທີ 8 ກັນຍາ 2019 ໃຫ້ຮູ້ວ່າ: “ ບັນຫາໄພພິບັດນໍ້າຖ້ວມ 6 ແຂວງພາກໃຕ້ ໃນໄລຍະຕົ້ນເດືອນກັນຍາຜ່ານມາ ສ້າງຄວາມເສຍຫາຍໃນວົງກວ້າງ ແລະ ເຮັດໃຫ້ເນື້ອທີ່ນາ ແລະ ຊົນລະປະທານເສຍຫາຍຢ່າງໜັກໜ່ວງ ເຊັ່ນ: ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 43 ເມືອງ, 1.466 ບ້ານ, 175.422 ຄອບຄົວ, 377.703 ຄົນ. ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ. ໃນນັ້ນ, ລວມເຖິງບ່ອນທຳມາຫາກິນຂອງປະຊາຊົນ ເນື້ອທີ່ນາຖືກນໍ້າຖ້ວມ 151.733 ກວ່າເຮັກຕາ, ສວນ 251 ເຮັກຕາ, ໜອງປາ 3.266 ໜອງ, ຊົນລະປະທານ 110 ແຫ່ງ, ອ່າງເກັບນໍ້າ 43 ແຫ່ງ, ຄອງເໝືອງ 64.025 ແມັດ ລວມມູນຄ່າເສຍຫາຍຫຼາຍກວ່າ 1.300 ຕື້ກີບ ລວມໄປເຖິງບັນຫາແນວພັນເຂົ້າ, ແນວພັນສັດ ແລະ ພັນພືດຕ່າງໆ ”.

ບັນຫາດັ່ງກ່າວ ອາດສົ່ງຜົນໃຫ້ຄ່າຄອງຊີບໃນລາວມີຄວາມສ່ຽງສູງຂຶ້ນ ເຖິງວ່າກະຊວງ ຮສສ ໄດ້ລະດົມທຶນຊ່ວຍເຫຼືອຈາກບັນດາພາກສ່ວນຕ່າງໆແລ້ວກໍຕາມ ແຕ່ເປັນພຽງການແກ້ໄຂບັນຫາໃນສະເພາະໜ້າເທົ່ານັ້ນ. ພິເສດ ໃນປີ 2020 ນີ້ ລາຄາເຂົ້າສານຈະແພງຂຶ້ນຍ້ອນເຂົ້າບໍ່ພຽງພໍ ແລະ ຈຳເປັນຕ້ອງນຳເຂົ້າຈາກຕ່າງປະເທດ ເປັນຕົ້ນປະເທດໄທ ແລະ ຫວຽດນາມ. ບວກກັບສິນຄ້າໃນລາວ ສ່ວນຫຼາຍນຳເຂົ້າຈາກໄທ ແລະ ບັນຫາເງິນບາດໄທທີ່ມີຄ່າແຂງຂຶ້ນ ອາດສົ່ງຜົນກະທົບຕໍ່ລາຄາສິນຄ້າອື່ນໆຕາມໆກັນ.

ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ໃຫ້ສຳພາດວ່າ: ໄພພິບັດນໍ້າຖ້ວມໃນໄລຍະຕົ້ນເດືອນກັນຍາຜ່ານມາ, ສ້າງຄວາມເສຍຫາຍໃຫ້ເນື້ອທີ່ນາໃນຂອບເຂດທົ່ວແຂວງ ຈຳນວນ 47.457 ເຮັກຕາ; ສວນ ແລະ ພືດພັນຕ່າງໆ 127 ເຮັກຕາ; ໜອງປາ 1.513 ໜອງ, ຊົນລະປະທານ 33 ແຫ່ງ ເຊິ່ງອາດສົ່ງຜົນໃຫ້ລາຄາສິນຄ້າ ໃນປີ 2020 ສູງຂຶ້ນ.

ພ້ອມກັນນັ້ນ, ບັນຫາເງິນບາດໄທ ທີ່ມີຄ່າແຂງຂຶ້ນທຽບກັບເງິນກີບນັ້ນອາດຈະສົ່ງຜົນກະທົບຕໍ່ລາຄາສິນຄ້າໂດຍລວມໃນທົ່ວແຂວງ ໂດຍສະເພາະແມ່ນບັນດາເມືອງໃຫຍ່. ດັ່ງນັ້ນ, ພະແນກ ອຄ ແຂວງ ຮ່ວມກັບບັນດາພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ວາງແຜນຮັບມືບັນຫາຄ່າຄອງຊີບທີ່ອາດສູງຂຶ້ນໃນປີ 2020 ໂດຍເນັ້ນໃສ່ການສົ່ງເສີມການຜະລິດໃນເຂດຊົນນະບົດ ແລະ ນຳເຂົ້າສູ່ຕົວເມືອງໃນລາຄາທີ່ເໝາະສົມ ພ້ອມທັງນຳເຂົ້າສິນຄ້າຈາກປະເທດຫວຽດນາມ ທີ່ມີລາຄາຖືກກວ່າ ເພື່ອແກ້ໄຂບັນຫາຂາດແຄນ ແລະ ຊ່ວຍບັນເທົາຄວາມທຸກຍາກຂອງປະຊາຊົນ.

ເພື່ອແກ້ໄຂບັນຫາດັ່ງກ່າວ ໃນກອງປະຊຸມປຶກສາຫາລືກ່ຽວກັບສະພາບໄພພິບັດນໍ້າຖ້ວມ ຄັ້ງທີ 2 ທີ່ຈັດຂຶ້ນໃນວັນທີ 16 ກັນຍາ 2019 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ສະເໜີທິດທາງແກ້ໄຂບັນຫາຄຸ້ມຄອງສິນຄ້າຕາມແຕ່ລະທ້ອງຖິ່ນທີ່ຖືກໄພພິບັດ ໂດຍໃຫ້ຂະແໜງກ່ຽວຂ້ອງເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ຕ້ອງເຮັດຢ່າງແທດເໝາະຕົວຈິງ ໂດຍມີການລົງໄປຕິດຕາມກວດກາຕົວຈິງຢູ່ທ້ອງຖິ່ນຕ່າງໆ ໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າລະອຽດກ່ຽວກັບການຍົກເວັ້ນພາສີ – ອາກອນ, ຫຼຸດອັດຕາຄ່າໄຟຟ້າ, ນະໂຍບາຍດ້ານສິນເຊື່ອ, ປັດໄຈການຜະລິດ ແລະ ອື່ນໆ.

ໃຫ້ຂະແໜງການ ແລະ ທ້ອງຖິ່ນ ກະກຽມຟື້ນຟູການຜະລິດ ພາຍຫຼັງນ້ຳລົງ ເພື່ອເຮັດໃຫ້ການຜະລິດເຂົ້າສູ່ສະພາບປົກກະຕິ ແນໃສ່ຮັບປະກັນດ້ານສະບຽງອາຫານ ໂດຍສະເພາະການຈັດສັນແນວພັນ, ປັດໄຈການຜະລິດ, ພາຫະນະການຜະລິດ ແລະ ອື່ນໆ ໃຫ້ທັນການ.

( ຂ່າວ: ກາວຊົ່ງ )

LEAVE A REPLY

Please enter your comment!
Please enter your name here