ແນະນໍາເຕັກໂນໂລຊີທັນສະໄໝເຂົ້າໃນການພັດທະນາພື້ນຖານໂຄງລ່າງ

121

ອົງການສົ່ງເສີມການຄ້າ – ການລົງທຶນ ສ.ເກົາຫຼີ ປະຈໍານະຄອນຫຼວງວຽງຈັນ ຮ່ວມກັບ ບໍລິສັດ ຮີ່ລິມ ອາຄີເທັກ ແລະ ແພລນເນີ້ ຈັດງານສໍາມະນາການກໍ່ສ້າງອັດສະລິຍະ ( smart construction ) ການປະຕິວັດອຸດສາຫະກໍາ ຄັ້ງທີ 4 ແລະ ການຫັນປ່ຽນເປັນລະບົບດິຈິຕອລໃນອຸດສາຫະກໍາການກໍ່ສ້າງ ເພື່ອສ້າງຄວາມຮັບຮູ້ໃໝ່ໃຫ້ນັກວິທະຍາກອນລາວ ອອກແບບການກໍ່ສ້າງທີ່ມີຄຸນນະພາບ ແລະ ສາມາດຮັບປະກັນຄວາມປອດໄພ.

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນຫຼວງວຽງຈັນ ກ່າວວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ກໍແມ່ນເພື່ອໃຫ້ບັນດາຜູ້ຊ່ຽວຊານທາງດ້ານວິສະວະກໍາການກໍ່ສ້າງ ແລະ ອອກແບບໄດ້ມີໂອກາດແບ່ງປັນ ຄວາມຮູ້ ແລະ ປະສົບການປະຕິວັດອຸດສາຫະກໍາ ຄັ້ງທີ 4 ແລະ ການຫັນປ່ຽນເປັນລະບົບດິຈິຕອລແມ່ນໄດ້ມີບົດບາດສູງໃນການກໍ່ສ້າງຂອງຍຸກປັດຈຸບັນ ເພີ່ມການຊົມໃຊ້ລະບົບການອອກແບບ, ການກໍ່ສ້າງ ແລະ ການບູລະນະ ທີ່ມີລັກສະນະເຕັກໂນໂລຊີສູງ.

ດັ່ງທີ່ພວກເຮົາໄດ້ສັງເກດເຫັນວ່າ ເຕັກໂນໂລຊີໄດ້ມີການແຜ່ຂະຫຍາຍໄປໃນຫຼາຍຂົງເຂດ ຊ່ວຍໃຫ້ບັນດາບໍລິສັດທີ່ເຮັດກໍ່ສ້າງໄດ້ມີໂອກາດໝູນໃຊ້ມັນເຂົ້າສູ່ການລິເລີ່ມການກໍ່ສ້າງອັດສະລິຍະເພື່ອສ້າງ ແລະ ອອກແບບການກໍ່ສ້າງຕຶກອາຄານທີ່ມີຄຸນນະພາບ ແລະ ສາມາດຮັບປະກັນຄວາມປອດໄພ, ລະບົບການເຮັດວຽກທີ່ວ່ອງໄວ, ຄວາມຊັດເຈນ ແລະ ຮູບແບບການສື່ສານ, ຫຼີກລຽງໂຄງການຫຼ້າຊ້າ, ບໍ່ມີ ຄວາມຊັດເຈນ ແລະ ງົບປະມານຂາດດຸນ.

ການນໍາໃຊ້ໄອທີເຂົ້າໃນອຸດສາຫະກໍາການກໍ່ສ້າງແມ່ນນອນຢູ່ໃນບັນດານະໂຍບາຍທີ່ສໍາຄັນຂອງການກໍ່ສ້າງທີ່ລັດຖະບານ ແຫ່ງ ສປປ ລາວ ໄດ້ວາງອອກ ແລະ ສະໜັບສະໜູນ. ໂຄງການກໍ່ສ້າງຢູ່ພາຍໃນປະເທດ ບໍ່ວ່າຈະນ້ອຍ ຫຼື ໃຫຍ່ ແມ່ນຕ້ອງໄດ້ມີຄຸນນະພາບການກໍ່ສ້າງທີ່ສູງໂດຍມີການນໍາໃຊ້ລະບົບເຕັກໂນໂລຊີເປັນຫຼັກ ເພື່ອໃຫ້ເທົ່າທຽມກັບມາດຕະຖານສາກົນ. ຍ້ອນດັ່ງນັ້ນການຈັດງານສໍາມະນາດັ່ງກ່າວໃນຄັ້ງນີ້ແມ່ນຈະກາຍເປັນສິ່ງທີ່ສໍາຄັນທີ່ສົ່ງຜົນຕໍ່ ຄວາມຮູ້ຂອງຜູ້ທີ່ເຂົ້າຮ່ວມ.

ທ່ານ ຊໍ ບົງ ຮວນ ປະທານ ບໍລິສັດ ຮີ່ລິມ ອາຄີເທັກ ແລະ ແພລນເນີ້ ກ່າວວ່າ: ເທື່ອນີ້ເປັນຄັ້ງທໍາອິດທີ່ ບໍລິສັດ ຮີ່ລິມ ອາຄີເທັກ ແລະ ແພລນເນີ້ ໄດ້ຈັດງານທີ່ ສປປ ລາວ ຍ້ອນໄດ້ເຫັນ ແລະ ມີຄວາມເຂົ້າໃຈວ່າ ປະເທດລາວ ແມ່ນກໍາລັງປະສົບກັບສິ່ງທີ່ທ້າທາຍຫຼາຍ ເນື່ອງຈາກການພັດທະນາໃນຫຼາຍຂົງເຂດ ແລະ ຫຼາຍຂັ້ນຕອນທີ່ແຕກຕ່າງກັນ. ໃນການສໍາມະນາໃນຄັ້ງນີ້ ທາງບໍລິສັດຈະໄດ້ນໍາເອົາຄວາມຮູ້ ແລະ ປະສົບການຫັນປ່ຽນເປັນລະບົບດິຈິຕອລໃນອຸດສາຫະກໍາການກໍ່ສ້າງ ເຊັ່ນ: BIM, Drone, 3D Printing Housing and EZ – 4D ແລະ ອື່ນໆອີກ ທີ່ມີການນໍາໃຊ້ຫຼາຍໃນການປະຕິວັດອຸດສາຫະກໍາ ຄັ້ງທີ 4 ນີ້.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 22 ຕຸລາ ປີ 2019 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ປາກ ຊາງ ອຶນ ຜູ້ອໍານວຍການ KOTRA  Vientiane, ທ່ານ ບຸນຈັນ ແກ້ວສີທໍາມະ, ມີຜູ້ຕາງໜ້າຈາກ ບໍລິສັດ ຮີ່ລິມ ອາຄີເທັກ ແລະ ສໍາມະນາກອນເຂົ້າຮ່ວມ.

( ຂ່າວ: ພຸດຕີ້ – ຮູບ: ສອນໄຊ )