ບັນລຸການເຈລະຈາ ເງື່ອນໄຂສົ່ງອອກມັນດ້າງໄປຈີນ

177

ສປປ ລາວ ສໍາເລັດການລົງນາມຂໍ້ກໍານົດເງືື່ອນໄຂສຸຂະນາໄມພືດ ສໍາລັບການສົົ່ງອອກມັນດ້າງໄປຍັງ ສປ ຈີນ ຕາມຂັ້ນຕອນວິຊາການຕ່າງໆ ແນໃສ່ໃຫ້ສອດຄ່ອງກັບບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວຽກງານກັກກັນພືດ – ສັດ ແລະ ຄວາມປອດໄພດ້ານອາຫານ ໂດຍສະເພາະແມ່ນມາດຖານສິນຄ້າກະສິກໍາທີ່ຈະສົ່ງອອກໄປ ສປ ຈີນ.

ທ້າຍອາທິດຜ່ານມາ ທີ່ປັກກິ່ງ ສປ ຈີນ ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ລາວ ແລະ ສປ ຈີນ ພ້ອມມີການລົງນາມຂໍ້ກໍານົດເງື່ອນໄຂສຸຂະນາໄມພືດ ໂດຍສະເພາະການສົ່ງອອກມັນດ້າງໄປຍັງ ສປ ຈີນ ຕາງໜ້າຝ່າຍລາວ ໂດຍ ທ່ານ ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຕາງໜ້າຝ່າຍ ສປ ຈີນ ນໍາໂດຍ ທ່ານ HAN Sen ຮອງຫົວໜ້າອົງການ    ຄຸ້ມຄອງບໍລິຫານພາສີ ແຫ່ງ ສປ ຈີນ ( GACC ).

ກອງປະຊຸມດັ່ງກ່າວຈັດຂຶ້ນເພື່ອທົບທວນຄືນການຈັດຕັັັ້ງຜັນຂະຫຍາຍບົດບັນທຶກ ຄວາມເຂົ້າໃຈ ( MoU ) ວ່າດ້ວຍການຮ່ວມມືດ້ານວຽກງານກັກກັນພືດ – ສັດ ແລະ ຄວາມປອດໄພດ້ານອາຫານ ທີ່ໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາ ໂດຍສະເພາະແມ່ນມາດຖານສິນຄ້າກະສິກໍາຂອງ ສປປ ລາວ ທີ່ຈະສົົ່ງອອກໄປ ສປ ຈີນ ເຊິ່ງໄລຍະກາງປີ 2019 ຜ່ານມາ ທັງສອງຝ່າຍໄດ້ປະສານສົມທົບກັນກະກຽມຂໍ້ກໍານົດເງືື່ອນໄຂສຸຂະນາໄມພືດ ສໍາລັບການສົົ່ງອອກມັນດ້າງຈາກ ສປປ ລາວ ໄປ ສປ ຈີນ ຕາມຂັ້ນຕອນວິຊາການ ແລະ ສໍາເລັດການເຈລະຈາດ້ານເຕັກນິກວິຊາການ. ສະນັັັ້ນ, ໃນລະຫວ່າງການປະຊຸມ ຈຶ່ງໄດ້ຈັດພິທີລົງນາມຂໍ້ກໍານົດເງືື່ອນໄຂສຸຂະນາໄມພືດດັ່ງກ່າວຂຶ້ນ.

ຜ່ານມາ ສປປ ລາວ ໄດ້ສໍາເລັດການລົງນາມ ຂໍ້ກໍານົດດ້ານສຸຂະນາໄມພືດ – ສັດ ( Protocol ) ສໍາລັບພືດ ມີຄື: ສາລີແຂງ, ໝາກກ້ວຍ, ມັນຕົ້ນ, ໝາກໂມ, ເຂົ້າສານ ແລະ ຂໍ້ກໍານົດດ້ານສຸຂະນາໄມກ່ຽວກັບການກັກກັນ ແລະ ກວດກາສຸຂະພາບສັດໃຫຍ່ ( ງົວ ) ທີ່ຈະສົົ່ງອອກຈາກ ສປປ ລາວ ໄປຍັງ ສປ ຈີນ.

ໃນຊຸມປີຕໍ່ໜ້າທັງສອງຝ່າຍຈະຕ້ອງໄດ້ສືບຕໍ່ສຸມໃສ່ໃຫ້ສໍາເລັດການເຈລະຈາ ແລະ ເຊັນຂໍ້ກໍານົດດ້ານສຸຂະນາໄມອີກ 23 ພືດ ເພື່ອສົົ່ງອອກໄປຍັງ ສປ ຈີນ. ເຖິງຢ່າງໃດກໍຕາມ, ຂໍ້ກໍານົດເງືື່ອນໄຂດ້ານສຸຂະນາໄມ ພືດ – ສັດນີ້ແມ່ນເປັນສິ່ງອໍານວຍຄວາມສະດວກອັນຈໍາເປັນຫຼາຍໃນການຮັບໃຊ້ວຽກງານດ້ານການຄ້າກະສິກໍາລະຫວ່າງປະເທດ, ພາກພື້ນ ແລະ ສາກົນ ເຊິ່ງຕິດພັນໂດຍກົງຕໍ່ການປະຕິບັດຕາມມາດຖານຄວາມປອດໄພ, ຄຸນນະພາບຂອງອາຫານ – ສິນຄ້າ, ມາດຖານສຸຂະນາໄມພືດ – ສັດຂອງອົງການການຄ້າໂລກ ( WTO/SPS ).

ນອກຈາກນີ້, ຍັງເປັນການຊຸກຍູ້ສົົ່ງເສີມການຜະລິດກະສິກໍາເປັນສິນຄ້າ ຕາມຂອບຂອງໂຄງການສົົ່ງເສີມການຜະລິດສິນຄ້າ ແລະ ການຄໍ້າປະກັນສະບຽງອາຫານແຫ່ງຊາດ ໂດຍສະເພາະແມ່ນການສົົ່ງເສີມການຜະລິດກະສິກໍາພາຍໃນໃຫ້ຂະຫຍາຍຕົວຢ່າງແຂງແຮງກວ່າເກົ່າ ໂດຍການເພີ່ມ ແລະ ຍົກລະດັບຄວາມອາດສາມາດແຂ່ງຂັນໄດ້ບົນພື້ນຖານເນັ້ນໃສ່ເຮັດກະສິກໍາສະອາດ, ເປັນມິດຕໍ່ສິ່ງແວດລ້ອມ ມີຄວາມຍືນຍົງຕາມຈຸດພິເສດທ່າແຮງ ແລະ ຊັບພະຍາກອນທໍາມະຊາດຂອງ ສປປ ລາວ.

( ຂໍ້ມູນ: ກະຊວງກະສິກໍາ ແລະ ປ່າໄມ້ )

( ຂ່າວ: ເອຢິບ )