ອາເມຣິກາ ເດີນໜ້າເກັບພາສີສິນຄ້ານໍາເຂົ້າຈາກອີຢູ

55

ລັດຖະບານອາເມຣິກາ ພາຍໃຕ້ການນໍາຂອງ ທ່ານ ໂດນັນ ທຣໍາ ປະທານາທິບໍດີເດີນໜ້າເກັບພາສີສິນຄ້ານໍາເຂົ້າຈາກສະຫະພາບເອີຣົບ ຫຼື ອີຢູ ມູນຄ່າຫຼາຍເປັນປະຫວັດສາດ 7,5 ຕື້ໂດລາ.

ຫຼັງຈາກທີ່ເຈົ້າໜ້າທີ່ ອີຢູ ກັບຜູ້ແທນການຄ້າ ອາເມຣິກາ ເຈລະຈາກັນບໍ່ສໍາເລັດຕົກລົງກັນບໍ່ໄດ້ໃນນາທີສຸດທ້າຍ, ນະໂຍບາຍພາສີທີ່ ອາເມຣິກາ ໄດ້ອະນຸມັດຈາກອົງການການຄ້າໂລກໃຫ້ເກັບຈາກ ອີຢູ ໄດ້ມີຜົນບັງຄັບໃຊ້ເມື່ອອາທິດທີ່ຜ່ານມາ.

ການເກັບພາສີຮອບນີ້ເກີດຂຶ້ນໃນໄລຍະທີ່ ອາເມຣິກາ ກໍາລັງມີຂໍ້ພິພາດທາງການຄ້າກັບ ຈີນ ຢູ່ອາດຈະເຮັດໃຫ້ເສດຖະກິດໂລກບໍ່ມີສະຖຽນລະພາບຫຼາຍຂຶ້ນໄປອີກ.

ສິນຄ້າທີ່ຖືກເກັບພາສີຄືຍົນພົນລະເຮືອນຈາກອັງກິດ, ຝຣັ່ງ, ເຢຍລະມັນ ແລະ ແອັດສະປາຍ ເຊິ່ງເປັນປະເທດທີ່ຜະລິດຍົນ ແອບັດ ຕ້ອງຖືກ ອາເມຣິກາ ເກັບພາສີນໍາເຂົ້າໃນອັດຕາ 10%.